ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດປະຈຳປີ 2017

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈຳປີ 2018 ຂອງກະຊວງປ້ອງກັນປະ
ເທດໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 31 ມັງກອນ ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່,
ຫ້ອງວ່າການກະຊວງ ແລະ ພະນັກງານຫຼັກແຫຼ່ງຕົວແທນຄະນະພັກ-ຄະນະບັນຊາຈາກອົງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ຕະຫຼອດຮອດຫົວໜ່ວຍ
ທຸລະກິດໃນກອງທັບເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານປ້ອງກັນຊາດ ປະຈໍາປີ 2017 ແລະວາງທິດທາງແຜນການ ປະຈຳປີ 2018

     ໃນກອງປະຊຸມໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດໃນປີຜ່ານມາໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 4 ໜ້າທີ່
ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງກອງທັບເຮົາໃຫ້ມີການຫັນປ່ຽນຢ່າງຕັ້ງ
ໜ້າຕາມທິດຫັນເປັນແບບແຜນ ແລະ ທັນສະໄໝ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະ
ຊວງປ້ອງກັນປະເທດໃນໄລຍະຜ່ານມາ ເຊິ່ງສັງຮວມແລ້ວເຫັນວ່າສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ, ໃນນີ້ອັນພົ້ນເດັ່ນແມ່ນການຮັບ
ປະກັນຄວາມສະຫງົບປອດໄພໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ໄດ້ມີຜົນສໍາເລັດຢ່າງຈົບງາມ ເຮັດໃຫ້ບົດ
ບາດອິດທິພົນຂອງຊາດລາວເຮົາພົ້ນເດັ່ນຂຶ້ນໃນເວທີສາກົນ ແລະ ພາກພື້ນ ໂດຍສະເພາະແມ່ນກອງທັບເຮົາໄດ້ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາ
ວັນບຸນ ແລະ ກອງປະຊຸມສໍາຄັນດັ່ງກ່າວມີຄວາມສະຫງົບປອດໄພ 100% ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນ
ບັນດາເຜົ່າຕໍ່ກອງທັບເຮົາ, ພ້ອມນີ້ກອງປະຊຸມໄດ້ຄົ້ນຄວ້າເປັນເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2018, ບົນພື້ນຖານຍົກສູງ
ຈິດໃຈເປັນເຈົ້າຕົນເອງ, ເສີມຂະຫຍາຍປະຊາທິປະໄຕກວ້າງຂວາງ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການໃຫ້ຖືກຕ້ອງ-ພາວະ
ວິໄສ, ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການກໍານົດທິດທາງວຽກງານຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະ
ກັບສະພາບແວດລ້ອມຕົວຈິງຂອງກອງທັບເຮົາ, ບົນພື້ນຖານຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆດ້ວຍຈິດໃຈບຸກທະລຸໃຫ້ມີການຫັນ
ປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.

     ໃນໂອກາດກ່າວເປີດກອງປະຊຸມ ປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງຕົນ
ແລະ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນຕ່າງໆຂອງກອງປະຊຸມເທື່ອນີ້ໃຫ້ມີຜົນສໍາເລັດເປັນຢ່າງດີ. ກອງປະຊຸມ
ດັ່ງກ່າວຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງສຳເລັດ.