ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ເຂົ້າອວຍພອນທູດປ້ອງກັນຊາດ
ກະຊວງປ້ອງກັນປະເທດ ສສ ຫວຽດນາມ

     ວັນທີ 29 ມັງກອນ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເຊິ່ງນຳໂດຍສະຫາຍ ພັນເອກ ວິ
ຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ພ້ອມຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ເຂົ້າອວຍພອນທູດປ້ອງກັນຊາດກະຊວງປ້ອງກັນປະ
ເທດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໂດຍກ່າວຮັບຂອງສະຫາຍ ພັນເອກ ຟໍ້ ຈ້ຽວ ເກື່ອງ ຮອງທີ່ປຶກສາທູດປ້ອງກັນຊາດກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດ
ນາມ ປະຈຳລາວ.


ພັນເອກ ວິຊຽນ ສີສະອາດ ອວຍພອນທູດປ້ອງກັນຊາດ ກະຊວງປ້ອງກັນປະເທດ ສສ ຫວຽດນາມ

     ໂອກາດກ່າວຈຸດປະສົງອວຍພອນຄັ້ງນີ້ ສະຫາຍ ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາ ສາດ-ປະຫວັດສາດ ການທະຫານ ຕາງໜ້າໃຫ້ຄະນະພັກ-ຄະນະ
ບັນຊາ ພະນັກງານ-ນັກຮົບພາຍໃນກົມນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ມາອວຍພອນເນື່ອງໃນໂອກາດວັນຂຶ້ນປີໃໝ່ຂອງອ້າຍນ້ອງຫວຽດນາມ ໃນນາມກົມ
ກອງວິຊາການທີ່ມີການພົວພັນຮ່ວມມືກັບກົມກອງວິຊາການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍສະເພາະທູດປ້ອງກັນຊາດ ທີ່ຍາມໃດກໍມີການ
ພົວພັນຊ່ວຍເຫຼືອກັນຕະຫຼອດມາ ຈົນສາມາດເຮັດໃຫ້ວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ມີການພັດທະນາ ແລະ ປັບປຸງທາງປະລິ ມານ ແລະ ຄຸນນະພາບ
ດີຂຶ້ນ ຂໍອວຍພອນໃຫ້ສາຍພົວພັນຍຸດທະສາດສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນ ອວຍພອນທູດປ້ອງກັນຊາດ ແລະ ພະນັກງານວິຊາການຈົ່ງມີສຸຂະພາບ
ເຂັ້ມແຂງຕະຫຼອດປີໃໝ່ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້.

     ໃນໂອກາດດຽວກັນ ສະຫາຍຮອງທີ່ປຶກສາທູດປ້ອງກັນຊາດກະຊວງປ້ອງກັນປະເທດ ສສ ຫວຽດນາມ ຍັງໄດ້ສະແດງຄວາມຂອບໃຈ ແລະ ອວບພອນໃຫ້ມິດຕະພາບ
ລາວ-ຫວຽດນາມ ໝັ້ນຄົງທະນົງແກ່ນ ແລະ ຂໍໃຫ້ສືບຕ່ໍພົວພັນຮ່ວມມືຊ່ວຍເຫືຼອເຊິ່ງກັນ ແລະ ກັນຕະຫຼອດໄປ ພ້ອມກັນມີສຸຂະພາບແຂງແຮງເຮັດສຳເລັດໜ້າທີ່ວຽກງານ
ທີ່ໄດ້ຮັບການມອບໝາຍ.