ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຍກ ກອງວິທະຍຸກະຈ່າຍສຽງ-ໂທລະພາບກອງທັບເປັນ 2 ກອງເອກະລາດ


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດແຍກ ກອງວິທະຍຸກະຈ່າຍສຽງ-ໂທລະພາບກອງທັບ ເປັນ 2 ກອງເອກະລາດ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ຈັດຂຶ້ນໃນວັນທີ 29
ມັງກອນ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກົມກອງອ້ອມຂ້າງ ກະຊວງປ້ອງກັນປະເທດ ແລະ ພະນັກງານ-ນັກ
ຮົບຈາກ ກອງວິທະຍຸ-ໂທລະພາບກອງທັບເຂົ້າຮ່ວມ.

     ໂດຍປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງກອງວິທະຍຸກະຈ່າຍ ສຽງກອງທັບ ແລະ ກອງໂທລະພາບກອງທັບ, ອີງ
ຕາມມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຍກກອງວິທະຍຸ-ໂທລະພາບ ອອກເປັນ 2 ກອງ
ເອກະລາດ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງແຍກກອງວິທະຍຸ-ໂທລະພາບກອງທັບ ອອກເປັນ 2 ກອງ, ສ້າງຕັ້ງເປັນ
ກອງວິທະຍຸກອງທັບ ແລະ ກອງໂທລະພາບກອງທັບ, ໂດຍມີຖານະທຽບເທົ່າກອງພັນໃຫຍ່, ສໍາລັບໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນ
ພົນ ກອງວິທະຍຸກອງທັບ ແຕ່ປີ 2021-2025 ມີຄື: ຄະນະກອງ 5 ສະຫາຍ, ມີ 9 ພະແນກ ແລະ 34 ຂະແໜງຂຶ້ນກັບພະແນກປະກອບຈໍານວນພົນທັງ
ໝົດ 151 ສະຫາຍ, ສ່ວນໂຄງປະກອບການຈັດຕັ້ງ, ຕໍາແໜ່ງງານ ແລະ ຈໍານວນພົນ ກອງໂທລະພາບກອງທັບ ແຕ່ປີ 2021-2025 ມີຄື: ຄະນະກອງ 5
ສະຫາຍ, ມີ 7 ພະແນກ ແລະ 30 ຂະແໜງຂຶ້ນກັບພະແນກປະກອບຈໍານວນພົນທັງໝົດ 215 ສະຫາຍ, ພ້ອມກັນນັ້ນ, ກໍໄດ້ປະກາດແຕ່ງຕັ້ງ ຄະນະບັນຊາ
ກອງໂທລະພາບກອງທັບ ປະກອບ ມີ ສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ເປັນຫົວໜ້າ ການທະຫານ, ສະຫາຍ ພັນໂທ ວຽງທອງ ວິດພາວົງ ເປັນ
ຫົວໜ້າ ການເມືອງ, ສະຫາຍ ພັນໂທ ສອນອຸໄທ ພົມອຸໄທ ເປັນ ຮອງຫົວໜ້າ ການທະຫານ, ສະຫາຍ ພັນໂທ ອໍາພອນ ອານຸວົງ ເປັນ ຮອງຫົວໜ້າ ການ
ເມືອງ, ສະຫາຍ ພັນໂທ ໜູມາດ ອຸ່ນໃຈດີ ເປັນຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກ ກອງໂທລະພາບກອງທັບ, ສ່ວນຄະນະບັນຊາກອງວິທະ
ຍຸກະຈ່າຍສຽງກອງທັບ ປະກອບມີ ສະຫາຍ ພັນໂທ ວອນເພັດ ລໍເພຍແກ້ວ ເປັນຫົວໜ້າການເມືອງ, ສະຫາຍພັນໂທ ບຸນປອນ ແກ້ວບັນດິດ ເປັນຫົວໜ້າ
ການທະຫານ, ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກພູມສະໄໝ ເປັນຮອງ ຫົວໜ້າ ການເມືອງ, ສະຫາຍ ພັນຕິ ສຸຂີ ວົງພິມ ເປັນຮອງຫົວໜ້າ ການທະ
ຫານ, ສະຫາຍ ພັນໂທ ໂສພາ ແສງເກດແກ້ວ ເປັນຮອງຮັບຜິດຊອບວຽກງານພະລາທິການ-ເຕັກນິກກອງວິທະຍຸກອງທັບ, ພ້ອມທັງໄດ້ປະກາດຍຸບຄະນະ
ພັກຮາກຖານ ກອງວິທະຍຸ-ໂທລະພາບກອງທັບ, ສ້າງຕັ້ງເປັນໜ່ວຍພັກ ກອງວິທະຍຸກອງທັບ ແລະ ໜ່ວຍພັກ ກອງໂທລະພາບກອງທັບ ຕາມມະຕິຕົກລົງ
ຂອງ ຄະນະປະຈໍາພັກ ກົມໃຫຍ່ການເມືອງກອງທັບ ແລະ ໄດ້ບົ່ງຕົວ, ແຕ່ງຕັ້ງຄະນະໜ່ວຍພັກ 2 ກອງ ດັ່ງກ່າວ ຄື: ຄະນະໜ່ວຍພັກກອງໂທລະພາບກອງ
ທັບປະກອບມີ ສະຫາຍ ພັນໂທ ວຽງທອງ ວິດພາວົງ ເປັນ ເລຂາໜ່ວຍພັກ, ສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ເປັນຮອງເລຂາ, ສະຫາຍ ພັນໂທ
ສອນອຸໄທ ພົມອຸໄທ, ສະຫາຍ ພັນໂທ ອໍາພອນ ອານຸວົງ ແລະ ສະຫາຍ ພັນໂທ ໜູມາດ ອຸ່ນໃຈດີ ເປັນຄະນະ, ສ່ວນຄະນະໜ່ວຍພັກ ກອງວິທະຍຸກະຈາຍ
ສຽງກອງທັບ ປະກອບມີ ສະຫາຍ ພັນໂທ ວອນເພັດ ລໍເພຍແກ້ວ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ບຸນປອນ ແກ້ວບັນດິດ ເປັນຮອງເລຂາໜ່ວຍ
ພັກ, ສະຫາຍ ພັນໂທ ໂສພາ ແສງເກດແກ້ວ, ສະຫາຍ ພັນໂທ ນາງ ແສງວຽງ ແນວຮັກ ພູມສະໄໝ ແລະ ສະຫາຍ ພັນຕິ ສຸຂີ ວົງພິມ ເປັນກຳມະການ.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງການປັບປຸງການຈັດຕັ້ງ 2 ຂະແໜງການດັ່ງກ່າວ ແມ່ນ
ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງການ ເຕີບໃຫຍ່ຂະຫຍາຍຕົວຂອງຂະແຂງການວິທະຍຸກະຈາຍສຽງ-ໂທລະພາບ, ເພື່ອສະດວກໃນ
ການນຳພາບັນຊາ, ສະດວກ ໃນການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວມວ່ອງໄວ ແລະ ຄ່ອງຕົວຂຶ້ນກວ່າເກົ່າ, ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ຄະນະ
ພັກ-ຄະນະບັນຊາ 2 ກົມກອງ ສືບຕໍ່ຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບ ແລະ
ແນວທາງວຽກງານວິທະຍຸ-ໂທລະພາບ ໃນໄລຍະໃໝ່, ຕ້ອງເຂົ້າໃຈຄວາມໝາຍສໍາຄັນຂອງການປັບປຸງໂຄງຮ່າງການຈັດຕັ້ງ ເພື່ອເຮັດໃຫ້ການເຄື່ອນໄຫວ
ວຽກງານມີປະສິດທິພາບດີຂຶ້ນ, ເອົາໃຈໃສ່ສ້າງແຜນການພັດທະນາດ້ານເນື້ອໃນ, ຮູບແບບລາຍການໃຫ້ແຫຼມຄົມ, ວ່ອງໄວ ແລະ ແທດເໝາະກັບສະພາບ
ການຕົວຈິງ, ຕັ້ງໜ້າປັບປຸງກໍ່ສ້າງພະນັກງານນໍາພາ-ບັນຊາ, ພະນັກງານວິຊາການ, ວິຊາສະເພາະໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ຍາມໃດກໍຕ້ອງຖືເອົາ
ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນບັນຫາສໍາຄັນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອຽນ ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາ
ຂອງພັກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາໃຫ້ຖືກຕ້ອງສອດຄ່ອງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ການ
ຈັດຕັ້ງຂັ້ນເທິງມອບໝາຍໃຫ້ດ້ວຍໝາກຜົນອັນຈົບງາມ.