ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງ​ປະຊຸມ​ສະຫຼຸບວຽກງານພະລາທິການທົ່ວກອງທັບປະຈຳປີ 2020


ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຫົວໜ້າ ກົມໃຫຍ່ພະລາທິການກອງທັບ ​​ເປັນ​ປະທານ

     ກອງປະຊຸມສະຫຼຸບວຽກງານພະລາທິການ ປະຈຳປີ 2020 ແລະ ທິດທາງແຜນການວຽກງານທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ປະຈຳປີ 2021 ໄດ້
ສຳເລັດລົງດ້ວຍໝາກຜົນອັນຈົບງາມ ພາຍຫຼັງໄດ້ດຳເດີນມາເປັນ ເວລາ 2 ວັນໃນລະຫວ່າງ ວັນທີ 24-25 ກຸມພາ 2021 ນີ້, ໂດຍການເປັນປະທານ
ຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຫົວໜ້າ ກົມໃຫຍ່ພະລາທິການກອງທັບມີ ຄະນະນຳກະຊວງປ້ອງກັນປະເທດ, ຄະນະ
ນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ກອງພົນ, ກອງບັນຊາການທະຫານແຂວງ, ກົມ, ຫ້ອງການ, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍ ເຂົ້າຮ່ວມ.

     ກອງປະຊຸມ ໄດ້ດຳເນີນມາ ເປັນເວລາ 2 ວັນ ເຕັມ​ໄປດ້ວຍຄວາມເຄັ່ງຮ້ອນບົນຈິດໃຈຄວາມຮັບຜິດຊອບສູງ ແລະ ເສີມຂະຫຍາຍ ປະຊາທິປະໄຕ
ສະຕິປັນຍາລວມ ເຮັດ​ໃຫ້ກອງປະຊຸມມີຜົນສຳເລັດອັນຈົບງາມ ແລະ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ບົດສະຫຼຸບ ການຈັດຕັ້ງປະຕິບັດວຽກ
ງານຮັບປະກັນພະລາທິການ ໃນ ປີ 2020, ເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນງານທີ່ໄດ້ຈັດຕັ້ງປະຕິບັດສຳເລັດ ແລະ ກໍມີຫຼາຍອັນພົ່ນເດັ່ນ ຂຶ້ນ, ເຫັນ
ໄດ້ບົດບາດການນຳພາ, ຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ ແລະ ຄວາມເປັນຫ່ວງເປັນໃຍຂອງບັນດາຄະນະພັກ-ຄະນະບັນຊາຕໍ່ພະນັກງານ, ຂະແໜງ
ພະລາທິການທຸກຂັ້ນ. ນອກນັ້ນ ຍັງໄດ້ພ້ອມກັນຄົ້ນຄວ້າ, ຢ່າງພາວະວິໄສ, ຕີລາຄາສູງດ້ວຍຄວາມເປັນຈິງໃສ່ບັນຫາຈຸດອ່ອນທີ່ຄົງຄ້າງ, ວິທີການແກ້ໄຂ
ແລະ ທັງເປັນເອກະພາບ ຕໍ່ທິດທາງວຽກງານຈຸດສຸມໃນຊຸມປີຕໍ່ໜ້າ ເພື່ອພ້ອມກັນວາງຄາດໝາຍສູ້ຊົນ ໃຫ້ຖືກທິດຕາມຄາດໝາຍຈຸດສຸມຂອງວຽກງານ
ພະລາທິການໃຫ້ໄດ້ຮັບຄຸນນະພາບ ແລະ ບັນລຸຕາມຄາດໝາຍ.

     ໂອກາດນີ້ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກໍໄດ້ມີຄຳເຫັນໂອ້ລົມຊີ້ແຈງຕໍ່ບັນດາຄຳຄິດເຫັນ, ຄຳສະເໜີຂອງບັນດາກົມກອງ ແລະ ພ້ອມທັງ
ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ກົມກອງ ແລະ ຂະແໜງການກ່ຽວຂ້ອງຕ້ອງເປັນເຈົ້າການເພີ່ມທະວີການຊີ້ນຳ-ນຳພາ ຮັບປະກັນວຽກງານພະລາທິ
ການລ້ຽງດູທັບໃຫ້ດີຂຶ້ນ, ຮັບປະກັນຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານໃນກອງທັບ, ການຄຸ້ມຄອງປົກປັກຮັກສາ ເຂົ້າກິນໃຫ້ພຽງພໍຕາມລະ
ບອບອັດຕາໂດຍຫັນເງິນຊື້ເຂົ້າໄປຕາມລະບົບເງິນເດືອນ, ເອົາໃຈໃສ່ຄຸ້ມຄອງການນຳໃຊ້ເຄື່ອງນຸ່ງຫົ່ມ ແລະ ເຄື່ອງປະກອບເຂົ້າເຮືອນຄົວລວມຕ້ອງເບີກ
ຈ່າຍໃຫ້ຖືກຕ້ອງຕາມອັດຕາ ແລະ ເປົ້າໝາຍ, ເພີ່ມທະວີວຽກງານຄຸ້ມຄອງນຳໃຊ້ນ້ຳມັນເຊື້ອໄຟໃຫ້ຮັດກຸມ, ການເບີກຈ່າຍ, ນຳໃຊ້ຕ້ອງເກີດ ປະໂຫຍດ
ສູງສຸດ ໂດຍອີງໃສ່ ຄວາມຕ້ອງການ ແລະ ງົບປະມານມີຈຳກັດ. ເອົາໃຈໃສ່ໂຄສະ ນາສຶກສາອົບຮົມການຮັກສາສຸ ຂະພາບສົ່ງເສີມສຸຂະພາບ, ຂອງນາຍ
ແລະ ພົນທະຫານໃຫ້ແຂງແຮງ, ປ້ອງກັນພະຍາດທີ່ຈະແຜ່ ລະບາດຢູ່ບັນດາກົມກອງທອງຖິ່ນ, ທີ່ຕັ້ງທັບຂອງຕົນ, ໂດຍສະເພາະພະຍາດໂຄວິດ-19 ຕ້ອງ
ມີວິທີການປ້ອງກັນສະກັດກັ້ນຢ່າງມີປະສິດທິພາບ. ຕັ້ງໜ້າປັບປຸງກໍ່ສ້າງຄ້າຍຄູ, ທີ່ຢູ່ອາໄສໃຫ້ແໜ້ນໜາຖາວອນ ແລະ ຖືກຕ້ອງຕາມທິດກໍ່ສ້າງກອງທັບ
ທີ່ມີແບບແຜນທັນສະໄໝ, ຄຸ້ມຄອງຊຸກຍູ້ໂຄງການກໍ່ສ້າງທີ່ນຳໃຊ້ທຶນພາຍໃນກອງທັບ, ທຶນກົມກອງຢ່າງເໝາະສົມ ເພື່ອຫຼີກລຽງໜີ້ສິນ ຄຸມເຄືອ ແລະ
ເພີ່ມທະວີຄຸ້ມຄອງການນຳໃຊ້ໄຟຟ້າ-ນ້ຳປະປາໃຫ້ຫຼຸດຜ່ອນການນຳໃຊ້ຟູມເຟືອຍ ແລະ ມີວິທີການແກ້ໄຂຢ່າງມີປະ ສິດທິຜົນ. ສົ່ງເສີມການແກ້ໄຂຊີວິດ
ການເປັນຢູ່ຂອງບັນດາກົມກອງ-ທ້ອງຖິ່ນ ໃຫ້ແຂງແຮງ ໂດຍຖືກເອົາການຜະລິດກະສິກຳ ເປັນສິນຄ້າ, ການປູກຝັງ-ລ້ຽງ ສັດຕາມທ່າແຮງບົ່ມຊ້ອນຂອງ
ທ້ອງຖິ່ນຕັ້ງທັບ, ເພື່ອສ້າງລາຍຮັບເຂົ້າກົມກອງ, ທັງສະໜອງ ເຂົ້າເຮືອນຄົວລວມ ໄດ້ພຽງພໍໃນທຸກດ້ານ ແລະ ຂັ້ນກະຊວງຕ້ອງສຸມໃສ່ ປັບປຸງບັນດາຫົວ
ໜ່ວຍການຜະລິດ, ໂຮງຈັກ, ໂຮງງານທີ່ມີໃນປັດຈຸບັນ ຫັນໄປສູ່ການໄລ່ລຽງທຸລະກິດຕາມທິດສົ່ງເສີມການຜະລິດພາຍໃນ, ກ້າວຂຶ້ນກຸ້ມຕົນເອງດ້ານ
ງົບປະມານ, ເງິນເດືອນ ແລະ ມອບພັນທະ-ອາກອນ ໃຫ້ຂັ້ນເທິງຕາມແຜນການກຳນົດ.