ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງຫົວໜ້າກອງບັນຊາການທະຫານແຂວງຜົ້ງສາລີ


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າກອງບັນຊາການທະຫານແຂວງຜົ້ງສາລ

     ໃນວັນທີ 27 ມີນາ 2019 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າກອງບັນຊາການທະຫານແຂວງຜົ້ງສາລີ
ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ,
ເຈົ້າແຂວງໆຜົ້ງສາລີ, ມີສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກອງບັນຊາການ,
ພະນັກງານກະຊວງ, ພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ 7 ກອງບັນຊາການທະຫານເມືອງ, 7 ກອງຮ້ອຍທະຫານຊາຍແດນ ແລະ 6 ກອງ
ຮ້ອຍເອກະລາດ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນອົງການ 5 ຫ້ອງ ແລະ ໂຮງໝໍເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 4171/ກປທ ວັນທີ 26/11/2018
ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ພັກການເພື່ອປິ່ນປົວສຸຂະພາບ, ກະຊວງປ້ອງກັນປະເທດຕົກລົງອະນຸຍາດໃຫ້ ສະຫາຍ
ພົນຈັດຕະວາ ທອງເສັດ ແສນວົງ ຮອງເລຂາພັກແຂວງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການ
ທະຫານແຂວງຜົ້ງສາລີ ພັກການປິ່ນປົວສຸຂະພາບ ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 57,58/ນຍ ລົງວັນທີ 27/2/2019 ວ່າດ້ວຍການແຕ່ງຕັ້ງຫົວໜ້າ
ການເມືອງ, ຫົວໜ້າການທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີ, ໃນນີ້ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ພັນເອກ ທິດແກ້ວ ພົມປັນຍາ ຮອງເລ
ຂາຄະນະພັກ ເປັນຫົວໜ້າການເມືອງ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນເຮືອງ ຈັນທະວົງ ຄະນະປະຈຳພັກ ເປັນຫົວໜ້າການທະຫານຜູ້ໃໝ່.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຫົວໜ້າການເມືອງ, ການທະຫານຜູ້
ເກົ່າທີ່ໄດ້ພັກການປິ່ນປົວສຸຂະພາບ ເຫັນວ່າມີຜົນງານອັນໃຫຍ່ຫຼວງຫຼາຍດ້ານທີ່ພົ້ນເດັ່ນໃນການຊີ້ນຳ-ນຳພາບັນຊາຕະຫຼອດໄລຍະຜ່ານມາ. ພ້ອມທັງເນັ້ນໜັກໃຫ້ສອງສະ
ຫາຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ສືບຕໍ່ສຶກສາອົບຮົມວຽກງານການເມືອງ, ນໍາພາແນວຄິດໃຫ້ແກ່ນາຍ ແລະ ພົນທະຫານໃຫ້ມີແນວຄິດຫຼັກໝັ້ນຕໍ່ແນວທາງຂອງພັກ
-ກົດໝາຍຂອງລັດ, ຍົກສູງພາລະບົດບາດຄວາມຮັບຜິດຊອບເຮັດວຽກໃຫ້ມີຫຼັກການລວມສູນປະຊາທິປະໄຕ, ເອກະພາບເປັນໝູ່ຄະນະໃຫ້ລະອຽດຊັດເຈນ, ປັບປຸງແບບ
ແຜນການຊີ້ນຳ-ນຳພາບັນຊາ, ຕ້ອງມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ, ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄວາມປອດໄສເຂັ້ມແຂງ ແລະ ໜັກແໜ້ນຕາມ
5 ຫຼັກການ 3 ທິດນຳຂອງພັກ ແລະ ສ້າງພະນັກງານສືບທອດປ່ຽນແທນໃຫ້ໄດ້ຕາມລະດັບຄາດໝາຍ.