ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງພູອ່ຽນ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວເຊກອງ

     ໃນວັນທີ 30 ພຶດສະພາ 2021 ນີ້, ກອງບັນຊາການທະຫານແຂວງພູອ່ຽນ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອດ້ານອຸປະກອນການແພດ ໃຫ້ກອງ
ບັນຊາການທະຫານແຂວງເຊກອງ, ເຊິ່ງພິທີມອບ-ຮັບ ເຄື່ອງດັ່ງກ່າວໄດ້ຈັດຂື້ນຢູ່ດ່ານສາກົນດາກຕະອອກ-ນາມຢາງ, ລາວ-ຫວຽດນາມ, ໂດຍການກ່າວ
ມອບຂອງສະຫາຍ ພັນເອກ ຫງວຽນ ແທັງ ຕຸງ ຮອງກອງບັນຊາການ, ຫົວໜ້າຫ້ອງພະລາທິການ ທະຫານແຂວງພູອ່ຽນ ສສ ຫວຽດນາມ ແລະ ຝ່າຍລາວ
ກ່າວຮັບໂດຍສະຫາຍ ພັນເອກ ຫຼອດ ນັນທະວົງ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ທະຫານແຂວງເຊກອງ ພ້ອມດ້ວຍຄະນະ.

     ເຄື່ອງທີ່ນໍາມາມອບໃຫ້ໃນຄັ້ງນີ້ ປະກອບມີຜ້າອັດປາກ 25.000 ກັບ, ນ້ຳຢາຂ້າເຊື້ອ 5 ຕຸກ, ເຈວລ້າງມື 500 ກ່ອງ, ເຄື່ອງວັດແທກອຸນຫະພູມ 10
ເຄື່ອງ ແລະ ຈັກພົ່ນຢາ 2 ເຄື່ອງ, ລວມມູນຄ່າທັງໝົດ 149 ລ້ານກວ່າດົ້ງ, ການຊ່ວຍເຫຼືອໃນຄັ້ງນີ້ ມັນສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຈາກ
ອຳນາດການປົກຄອງທ້ອງຖິ່ນກໍ່ຄືກອງທັບ ແລະ ປະຊາຊົນພີ່ນ້ອງ ເພື່ອນມິດຫວຽດນາມ, ເວົ້າລວມ-ເວົ້າສະເພາະແມ່ນກອງບັນຊາການ ທະຫານແຂວງພູ
ອ່ຽນ, ຈຸດປະສົງກໍ່ເພື່ອແນໃສ່ປະກອບສ່ວນເຮັດໃຫ້ພະນັກງານ-ນັກຮົບ ທົ່ວກອງບັນຊາການ ທະຫານແຂວງເຊກອງ ໃຫ້ມີສຸຂະພາບເຂັ້ມແຂງປອດໄພຈາກ
ເຊື້ອພະຍາດ ໂຄວິດ-19 ມີກໍາລັງກາຍ ແລະ ກໍາລັງໃຈ ປະຕິບັດໜ້າທີ່ວຽກງານ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ - 19
ທີ່ພວມລະບາດຢູ່ ສປປ ລາວ.

     ໃນໂອກາດນີ້ ສະຫາຍ ພັນເອກ ຫຼອດ ນັນທະວົງ, ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາການ, ກໍ່ຄະພະນັກງານ-ນັກຮົບທົ່ວກອງບັນຊາການ, ໄດ້ກ່າວ
ສະແດງຄວາມຂອບໃຈ ມາຍັງຄະນະພັກກອງບັນຊາການ ທະຫານແຂວງພູອ່ຽນ ສສ ຫວຽດນາມ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນ ໃຫ້ການອຸ້ມຊູຊ່ວຍ
ເຫຼືອທາງດ້ານອຸປະກອນການແພດ ເພື່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຄັ້ງນີ້ ແລະ ອີກຢ່າງກໍ່ເປັນການຮັດແໜ້ນຄວາມສາມັກຄີສາຍພົວພັນ
ອັນສະໜິດແໜ້ນແບບພິເສດ ລະຫວ່າງສອງພັກ-ສອງລັດ, ສອງກອງທັບ, ເວົ້າລວມ-ເວົ້າສະເພາະກໍ່ຄືກອງບັນຊາການ ທະຫານແຂວງເຊກອງ ແລະ ກອງບັນ
ຊາການ ທະຫານແຂວງພູອ່ຽນ ສສ ຫວຽດນາມ ໃຫ້ນັບມື້ມີຄວາມໝັ້ນຄົງທະນົງແກ່ນຫຍິ່ງໆຂື້ນ, ພ້ອມກັນນັ້ນ ທັງສອງຝ່າຍຍັງໃຫ້ຄຳສັນຍາວ່າ ຈະສືບຕໍ່
ສ້າງສາຍພົວພັນຮ່ວມມື ແລະ ອຸ້ມຊູຊ່ວຍເຫຼືອແບບພິເສດເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຕົ້ນແມ່ນດ້ານການພັດທະນາ
ເສດຖະກິດ-ສັງຄົມ ແລະ ການປັບປຸງກໍ່ສ້າງເຄຫາສະຖານຕ່າງໆ, ໂດຍເພາະແມ່ນເລັ່ງໃສ່ການປົກປັກຮັກສາ ເສັ້ນຊາຍແດນລະຫວ່າງຊາດ ໃຫ້ມີຄວາມເປັນ
ລະບຽບຮຽບຮ້ອຍ, ສັງຄົມທັງສອງປະເທດມີຄວາມສະຫງົບປອດໄພ 100 %.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/06/2021