ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປລາວ ຈະໄດ້ຮັບວັກຊີນໄຟເຊີ້ ຈຳນວນ 100.620 ໂດສ ຈາກໂຄງການໂຄແວັກ ໃນໄວໆນີ້

     ຂປລ. ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ເພື່ອເປັນການກຽມພ້ອມຮັບວັກຊີນກັນພະຍາດໂຄວິດ-19 ຄັ້ງຕໍ່ໄປຈາກ ໂຄແວັກ
(COVAX), ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫຼືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກຊີນໃຫ້ຢູ່ໃນອຸນຫະ
ພູມ-70 °C ຈໍານວນ 3 ເຄື່ອງ. ອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ ຂະແໜງກັນພະຍາດ
ດ້ວຍວັກຊີນ, ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງ ກະຊວງສາທາລະນະສຸກ ເຢຍລະມັນ (BMG). ໃນຊ່ວງ 2-3 ເດືອນທີ່ຜ່ານ ກະ
ຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກຊີນກັນພະຍາດໂຄວິດ-19. ໂດຍທີ່ຮອດວັນທີ 30 ພຶດສະພາ
2021 ຕົວເລກຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາກອນທີ່ນອນໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885.694 ໂດສ (ເຂັມທໍາອິດ 658.377 ແລະ
ເຂັມທີສອງ 277.317). ດ້ວຍຜົນສໍາເລັດດັ່ງກ່າວ, ກະຊວງສາທາລະນະສຸກ ເອງກໍມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈຳນວນພົນລະເມືອງ
ທັງໝົດພາຍໃນປີ 2021 ສປປ ລາວ ຄາດວ່າຈະໄດ້ຮັບວັກຊີນໄຟເຊີ້ (Pfizer) ຈຳນວນ 100.620 ໂດສ ໃນໄວໆນີ້ ເຊິ່ງວັກຊີນດັ່ງກ່າວມີຄວາມຈໍາ
ເປັນທີ່ຈະຕ້ອງມີການບັນຈຸເພື່ອເກັບຮັກສາດ້ານປະສິດທິພາບໃນລະບົບຕູ້ແຊ່ UCC ແບບສະເພາະ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/06/2021