ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົ້ນຄວ້າເກັບກຳຂໍ້ມູນປະຫວັດການຕໍ່ສູ້ຂອງກຳລັງປະກອບອາວຸດປະຊາຊົນແຂວງສາລະວັນ

     ໃນວັນທີ 28 ສິງຫາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບປະຊາຊົນລາວ ແລະ ຄະນະຜູ້ຊ່ຽວຊານດ້ານປະຫວັດສາດ
ແລະ ສິ່ງແວດລ້ອມການທະຫານ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງສາລະວັນ ເຊິ່ງນຳໂດຍ
ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມ ວສ-ປສ ການທະຫານ ກອງທັບປະຊາຊົນລາວ ແລະ ຝ່າຍຫວຽດນາມ, ມີພັນເອກ ຫງວຽນ ວັນ ບິງ ແລະ
ພັນເອກ ຫງວຽນ ວັນ ຕ້ວນ ຜູ້ຊ່ຽວຊານດ້ານສິລະປະການທະຫານ ແລະ ຊ່ຽວຊານດ້ານສິ່ງແວດລ້ອມການທະຫານ ແຫ່ງ ສສ ຫວຽດນາມ ເຊິ່ງມີພັນ
ເອກ ພູວຽງ ຫຼ່ຽມມະວົງສາ ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນ ພ້ອມດ້ວຍຄະນະ
ແລະ ພະແນກການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບຢ່າງອົບອຸ່ນ.


ພັນເອກ ວິຊຽນ ສີສະອາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງສາລະວັນ

     ໂອກາດນີ້ ຄະນະໄດ້ຮັບຟັງການລາຍງານກ່ຽວກັບຂົງເຂດວຽກງານວິທະຍາສາດ-ປະຫວັດສາດ ການທະຫານ ແລະ ວຽກງານດ້ານສິ່ງແວດລ້ອມການ
ທະຫານຈາກ ພັນເອກ ພູວຽງ ຫຼ່ຽມມະວົງສາ ເຊິ່ງໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳພະແນກກວິທະຍາສາດ-ປະຫວັດສາດ ການ
ທະຫານ ຄົ້ນຄວ້າເກັບກຳຂໍ້ມູນການຕໍ່ສູ້ຂອງກອງທັບປະຊາຊົນລາວ ໂດຍສະເພາະມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງກຳລັງປະກອບອາວຸດທ້ອງຖິ່ນ ແລະ ປະຊາ
ຊົນຊາວແຂວງສາລະວັນ, ເຊິ່ງມີຫຼາຍບັ້ນຮົບ, ບັ້ນຕີທີ່ໄດ້ສ້າງວີລະກຳອັນລ້ຳເລີດເປັນບົດຮຽນອັນປະເສີດໃຫ້ແກ່ກອງທັບພວກເຮົາໄດ້ສຶກສາຄົ້ນຄວ້າເຊັ່ນ:
ບັ້ນຕີປົດສະພາດ ປີ 1968, ບັ້ນຕີນາຕານດົງ 17/12/1961, ບັ້ນຕີປົດກະຈີດ ປີ 1963, ບັ້ນຕີຫ່ວງເກີມິງປີ 1987, ບັ້ນຕີເຈີນກວາງໂດ ປີ 1989,
ບັ້ນບຸກໂຈມຕີປົດປ່ອຍສາລະວັນ ປີ 1970 ແລະ ບັ້ນຕີອື່ນໆ. ຈາກພຶດຕິກຳດັ່ງກ່າວ ມີຫຼາຍສະຫາຍພະນັກງານ-ນັກຮົບກາຍເປັນວີລະຊົນແຫ່ງຊາດ ແລະ
ນັກຮົບແຂ່ງຂັນ, ສຳລັບຂົງເຂດວຽກງານດ້ານສິ່ງແວດລ້ອມໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະແນກວິທະຍາສາດ-ປະຫວັດສາດ ການທະຫານ ເປັນໃຈກາງຈັດ
ຕັ້ງປະຕິບັດເຄື່ອນໄຫວຕາມພາລະບົດບາດ ໂດຍໄດ້ແນະນຳບັນດາກອງພັນ, ກອງຮ້ອຍເອກະລາດ, ກອງບັນຊາການ ທະຫານເມືອງ, ໂຮງຮຽນ, ໂຮງໝໍ
ແລະ ໜ່ວຍງານຕ່າງໆທີ່ຂຶ້ນກັບກອງບັນຊາການທະຫານແຂວງເອົາໃຈໃສ່ປັບປຸງກົມກອງໃຫ້ດີກຳຈັດສິ່ງເສດເຫຼືອໃຫ້ຖືກຕາມຫຼັກວິຊາການຂອງສິ່ງແວດ
ລ້ອມ, ເຮັດໃຫ້ກົມກອງປາສະຈາກມົນລະພິດ, ປົກປັກຮັກສາປ່າໄມ້, ແຫຼ່ງນ້ຳບ່ອນກົມກອງຕັ້ງທັບໃຫ້ສະອາດງາມຕາປາສະຈາກສານພິດເຄມີ ແລະ ສິ່ງປົນ
ເປື້ອນຕ່າງໆ.