ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາ​ຂອງ​ທູດ
ມົງໂກລີ ​ແລະ ການ​ເຂົ້າ​ຢ້ຽມຂໍ່າ​ນັບຂອງ​ທູດ​ ຕວກກີ ຄົນ​ໃໝ່


 ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດມົງໂກລີ     ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດຕວກກີ

     ວັນທີ 31 ສິງຫາ ນີ້, ຢູ່ທີ່ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນ
ປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ກາລ ບັດຣາຕ ເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈຳລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາເລັດ
ໜ້າທີ່ການທູດຢູ່ ສປປ ລາວ.

     ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ການທູດຢູ່ ສປປ ລາວ
ຕະຫຼອດໄລຍະ 3 ປີຜ່ານມາ, ເຊິ່ງປະໂອກາດດັ່ງກ່າວ, ທ່ານ ກາລ ບັດຣາຕ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ ທີ່ໃຫ້ການຕ້ອນ
ຮັບຢ່າງອົບອຸ່ນ ພ້ອມທັງຢືນຢັນວ່າຈະສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານດ້ານຕ່າງໆລະຫວ່າງ ລາວ-ມົງ
ໂກລີ ໃຫ້ນັບມື້ດີຂຶ້ນ ໂດຍສະເພາະແມ່ນການຊ່ວຍເຫຼືອກໍ່ສ້າງບຸກຄະລາກອນໃນຖັນແຖວກອງທັບປະຊາຊົນລາວ.

     ຂ່າວແຈ້ງຕື່ມວ່າ: ໃນວັນດຽວກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ
ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂອຫານ ອີຊິດ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວກກີ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງ
ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈໍາ ສປປ ລາວ.

     ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ທ່ານ ໂອຫານ ອີຊິດ ເຊິ່ງເປັນ ໂອກາດອັນດີ ທີ່
ທ່ານໄດ້ມາປະຕິບັດໜ້າທີ່ດັ່ງກ່າວ ຢູ່ ສປປ ລາວ ພ້ອມທັງຍົກໃຫ້ເຫັນສາຍພົວພັນ, ການຮ່ວມມືລະຫວ່າງສອງປະເທດລາວ ແລະ ຕວກກີ ໃນໄລຍະຜ່ານ
ມາ. ໃນໂອກາດດຽວກັນ, ທ່ານ ໂອຫານ ອີຊິດ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີ ພ້ອມທັງ
ຢືນຢັນວ່າ ຈະຕັ້ງໜ້າປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມືລະຫວ່າງສອງປະເທດ, ສອງກອງທັບ ໂດຍສະເພາະວຽກງານພົວ
ພັນການຕ່າງປະເທດ ກໍຄືການ ຊ່ວຍເຫຼືອສະໜັບສະໜູນອຸປະກອນການແພດທີ່ນໍາໃຊ້ໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄ
ວິິດ-19 ຢູ່ ສປປ ລາວ, ການໃຫ້ທຶນ-ການເຝິກອົບຮົບວຽກງານເກັບກູ້ລະເບີດທີ່ຍັງຕົກຄ້າງຢູ່ໃນ ສປປ ລາວ, ວຽກງານກອບກູ້ໄພພິບັດ ແລະ ການກໍ່ສ້າງ
ບຸກຄະລາກອນໃນຖັນແຖວຂອງ ກອງທັບປະຊາຊົນລາວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/09/2021