ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດບັ້ນຫັດແອບສວນສະໜາມຂອງກ້ອນກຳລັງເພດຍິງ 369 ແລະ ກ້ອນແພດ
ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ

     ໃນວັນທີ 28 ກັນຍາ 2018 ນີ້, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ເປີດບັ້ນຫັດແອບສວນສະໜາມຂອງກ້ອນກຳລັງເພດຍິງ 369
ແລະ ກ້ອນແພດ ເພື່ອເຂົ້າຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງກອງປະທັບປະຊາຊົນລາວ ຄົບຮອບ 70ປີ (ວັນທີ 20 ມັງກອນ ປີ 1949-20 ມັງກອນ 2019)
ຢູ່ທີ່ສູນເຝິກຫຼັກ 27 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ, ທັງເປັນຄະນະຊີ້ນຳບັ້ນຫັດແອບສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ມີບັນ
ດາຄະນະກົມອົບຮົມ, ບັນດາພະແນກການ, ວິຊາການ, ຄະນະພັກ-ຄະນະບັນຊາກອງພັນ 199 ແລະ ບັນດາແຂກຖືກເຊີນ ຕະຫຼອດຮອດພະນັກງານ-ຄູເຝິກ,
ເອື້ອຍນ້ອງແມ່ຍິງທີ່ຫັດແອບເດີນສວນສະໜາມເຂົ້າຮ່ວມ.


ເປີດບັ້ນຫັດແອບສວນສະໜາມຂອງກ້ອນກຳລັງເພດຍິງ 369 ແລະກ້ອນແພດ

     ພັນໂທ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານແຜນການຈັດຕັ້ງຫັດແອບເດີນສວນສະໜາມ
ຂອງກ້ອນກຳລັງເພດຍິງ 369, ກ້ອນແພດ ແລະ ຕາຕະລາງຫັດແອບສວນສະໜາມ ເພື່ອສະເຫຼີມສະຫຼອງວັນສ້າງຕ້ັງກອງທັບປະຊາຊົນລາວ ຄົບຮອບ 70
ປີ, ອີງຕາມແຜນການຈັດຕັ້ງກຳລັງ ແລະ ພາຫະນະ-ອາວຸດສູ້ຮົບຫັດແອບເດີນຂະບວນສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ
ຄົບຮອບ 70 ປີ, ສະບັບເລກທີ 1730/ກປທ, ລົງວັນທີ 27 ເມສາ 2018 ຂອງ ລັດຖະມົນກະຊວງປ້ອງກັນປະເທດ, ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ວ່າດ້ວຍການຈັດຕັ້ງກຳລັງກ້ອນສວນສະໜາມເພດຍິງ 369 ແລະ ກ້ອນກຳລັງແພດເພດຍິງຫັດແອບສວນສະໜາມສະເຫຼີມ ສະ
ຫຼອງວັນສ້າງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເລກທີ 1914/ກປທ, ລົງວັນທີ 17 ພຶດສະພາ 2018, ເພື່ອຮັບປະກັນແກ່ການຈັດຕັ້ງກະກຽມ, ຫັດ
ແອບເດີນສວນສະໜາມ ແລະ ຈັດຕັ້ງພິທີການສວນສະໜາມວັນສຳຄັນດັ່ງກ່າວ ສະນັ້ນກົມອົບຮົມກົມໃຫຍ່ເສນາທິການກອງທັບຈິ່ຶງໄດ້ສ້າງແຜນການ
ຈັດຕັ້ງຫັດແອບເດີນສວນສະໜາມຂອງກ້ອນກຳລັງເພດຍິງ ເພື່ອຮັບປະກັນໃນການກະກຽມຈັດຕັ້ງຫັດແອບພື້ນຖານເຕັກນິກຮວບຮວມ ໂດຍແນໃສ່ເນື້ອ
ໃນການຈັດຕ້ັງຫັດແອບພື້ນຖານຂອງຈັງຫວະບຸກຄົນໃຫ້ແຕ່ລະສະຫາຍ, ມີຄວາມຮັບຮູ້ຄວາມໝາຍສຳຄັນຂອງວິຊາລະບຽບງົດງາມ, ບັນດາຈັງຫວະຮັບ
ໃຊ້ເຂົ້າໃນການເດີນສວນສະໜາມ ເພື່ອເປັນພື້ນຖານໃຫ້ການຫັດແອບເຕັກນິກບຸກຄົນ, ກະກຽມທາງດ້ານຈຳນວນພົນ, ຈັດຕັ້ງການຫັດແອບກວດກາຄັດ
ເລືອກ ແລະ ປະກອບເພີ່ມບຸກລະຄາກອນໃຫ້ກ້ອນສວນສະໜາມໄດ້ຕາມມາດຖານເງື່ອນໄຂວາງອອກ, ການຈັດຕັ້ງຫັດແອບເລີ່ມຈາກບຸກຄົນຈົນເຖິງ
ລວມກ້ອນເປັນແຕ່ລະບາດກ້າວ, ຈັງຫວະມີຄວາມເປັນເອກະພາບ ເຂັ້ມແຂງ ແລະ ຈົບງາມ, ການຈັດຕັ້ງຄຸ້ມຄອງກຳລັງຕ້ອງປະຕິບັດຕາມຂໍ້ກຳນົດກົດລະ
ບຽບຂອງກອງທັບ, ການກິນຢູ່ຮັບປະກັນໄດ້ສຸຂະພາບຈັດຕັ້ງຫັດແອບມີຄວາມຊໍານິຊໍານານ ເຊັ່ນ: ພື້ນຖານເຕັກນິກບຸກຄົນມືເປົ່າ ແລະ ມີປືນຄົງທີ່, ພື້ນ
ຖານເຕັກນິກບຸກຄົນມືເປົ່າ ແລະ ມີປືນເຄື່ອນທີ່, ພື້ນຖານລະບຽບຮູບແຖວສວນສະໜາມ ການຫັດແອບເຕັກນິກບຸກຄົນ, ຮວບຮວມ ແລະ ປະສານສວນ
ສະໜາມ ໃນນັ້ນກ້ອນກຳລັງສວນສະໜາມເພດຍິງມີຢູ່ 420 ສະຫາຍ, ການກຳນົດເວລາແບ່ງອອກເປັນ 3 ໄລຍະຫັດແອບຄື: ໄລຍະຫັດແອບພື້ນຖານ
ເຕັກນິກກວດກາຄັດເລືອກວັນທີ 6-31 ສິງຫາ 2018, ໄລຍະຫັດແອບຢູ່ກົມກອງວັນທີ 3 ກັນຍາ-20 ພະຈິກ 2018 ແລະ ໄລຍະຫັດແອບປະສານຮວບ
ຮວມວັນທີ 21 ພະຈິກ-20 ມັງກອນ 2019.

     ໂອກາດນີ້, ທ່ານ ພົນຕີ ຈັນທອງ ສອນຕະອາດ ກໍໄດ້ມີຄຳເຫັນເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະຮັບ ຜິດຊອບຕ້ອງໄດ້ເພີ່ມທະວີວຽກງານສຶກສາອົບ
ຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຄຳສັ່ງແນະນຳຂອງຂັ້ນເທິງເຫັນໄດ້ຄວາມສຳຄັນຂອງວຽກງານອົບຮົມຫັດແອບ,
ພ້ອມກັນຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກນາໆປະການທາງດ້ານດິນຟ້າອາກາດ ແລະ ເປັນແບບຢ່າງນຳໜ້າໃນການເຝິກແອບ, ກຳໄດ້ທາງດ້ານທິດສະດີ
ຫຼັກການ, ຈັງຫວະ, ບາດກ້າວຕ່າງໆໃຫ້ເປັນລະບົບ ແລະ ມີລະບຽບຈົບງາມເພື່ອສະແດງໃຫ້ເຫັນຄວາມເຕີບໃຫຍ່ເຂັ້ມແຂງ, ຂະຫຍາຍຕົວຂອງກອງທັບ
ເຮົາ, ນອກນັ້ນບັນດາຄູເຝິກຕ້ອງໄດ້ສຸມ ທຸກເຫື່ອແຮງສະຕິປັນຍາເຂົ້າໃນການສິດສອນຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ໃກ້ຊິດຕິດແທດກັບບັນດາພະນັກງານ
ນັກຮົບ ເພື່ອເປັນການຫຼີກລ່ຽງປາກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.