ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບຮັບໜ້າທີ່ ຫົວໜ້າ ຫ້ອງການ​ກົມ​ໃຫ່ຍການເມືອງກອງທັບລະຫວ່າງຜູ້​ເກົ່າ ​ແລະ ຜູ້​ໃໝ່


     ໃນວັນທີ 30 ກັນຍາ 2019 ນີ້, ຢູ່ຫ້ອງປະຊຸມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີມອບ- ຮັບໜ້າທີ່ລະຫວ່າງ ສະຫາຍ ພັນເອກ ອິນກອງ ວຽງດາວົງ ຫົວໜ້າ
ຫ້ອງການ ກົມໃຫຍ່ການເມືອງ ກອງທັບ (ຜູ້ເກົ່າ) ທີ່ພັກການກຽມຮັບເບ້ຍບຳນານ ແລະ ສະຫາຍ ພັນເອກ ສົມພົງ ແພງ ປັນຍາ ຫົວໜ້າ ຫ້ອງການ ກົມໃຫຍ່ການເມືອງ
ກອງທັບ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການ ສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ,
ຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຜູ້ຕາງໜ້າກົມ, ກອງ, ຫ້ອງການແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ອິນກອງ ວຽງດາວົງ ໄດ້ສະຫຼຸບຄືນ ຜ່ານການນຳພາຈັດຕັ້ງເຄື່ອນໄຫວຕະຫຼອດໄລຍະຜ່ານມາເຊິ່ງຍົກໃຫ້ເຫັນທີ່ຕັ້ງ, ພາລະບົດບາດໃນການເປັນເສ
ນາທິການ ດ້ານວຽກງານ ພັກ-ວຽກງານການເມືອງ ໃຫ້ແກ່ ຄະນະພັກກົມໃຫຍ່ການເມືອງ ກອງທັບ ໂດຍສະເພາະແມ່ນວຽກງານ ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ, ການໂຄສະນາເຜີຍແຜ່ວຽກງານດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດວາງອອກ. ຫຼັງຈາກນັ້ນກໍໄດ້ເຊັນ
ບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ. ທັງນີ້ກໍເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ຂອງກອງທັບ ເວົ້າລວມ, ເວົ້າ
ສະເພາະກໍແມ່ນຂອງ ກົມໃຫຍ່ການເມືອງກອງທັບ.

     ໂອກາດດັ່ງກ່າວ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ຫົວໜ້າຫ້ອງການຜູ້ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່
ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດ
ຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສຸມໃສ່ແກ້ໄຂບັນຫາປາກົດການຫຍໍ້ທໍ້ໃຫ້ໝົດໄປເທື່ອລະກ້າວ ເພື່ອເຮັດ
ສຳເລັດໜ້າທີ່ການເມືອງ ຕາມທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ, ສືບຕໍ່ຮັບປະກັນໃນການເປັນເສນາທິການ ໃຫ້ແກ່ຄະນະພັກກົມໃຫຍ່ ການເມືອງກອງທັບ ໃຫ້ມີ
ຄວາມວ່ອງໄວ ແລະ ມີຜົນສຳເລັດສູງຂຶ້ນເລື້ອຍໆ.