ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ

     ໃນລະຫວ່າງວັນທີ 23 ຫາ 27 ຕຸລາຜ່ານມາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນກອງທັບປະຊາຊົນຫວຽດນາມ. ເຊິ່ງນໍາໂດຍສະຫາຍ
ພົນຕີ ຮວ່າງ ຊວນ ຈ້ຽນ ກໍາມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານຊາຍແດນກອງທັບປະຊາຊົນ
ຫວຽດນາມ ໄດ້ເດີນທາງມາພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ, ຮ່ວມກັບຄະນະຜູ້ແທນກົມທະຫານຊາຍແດນກອງທັບປະ
ຊາຊົນລາວ ການພົບປະຢ່າງເປັນທາງການລະຫວ່າງຄະນະຜູ້ແທນ 2 ຝ່າຍ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ຕຸລາຜ່ານມາ ເຊິ່ງເປັນການພົບປະແລກປ່ຽນ
ສະພາບຊາຍແດນ ຄັ້ງທີ 14 ທີ່ແຂວງຫຼວງພະບາງ ເຊິ່ງຝ່າຍລາວແມ່ນນຳໂດຍສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມ
ໃຫ່ຍເສນາທິການກອງທັບປະຊາຊົນລາວ ແລະ ຝ່າຍຫວຽດນາມນຳໂດຍ ສະຫາຍ ພົນຕີ ຮວ່າງ ຊວນ ຈ້ຽນ ກໍາມະການສູນກາງພັກ ກຳມະການຄະນະພັກ
ການທະຫານສູນກາງ, ຫົວໜ້າກອງບັນຊາການທະຫານຊາຍແດນກອງທັບປະຊາຊົນຫວຽດນາມ.


ພົນຈັດຕະວາ ສີພັນ ພຸດທະວົງ ພົບປະແລກປ່ຽນສະພາບຊາຍແດນຄັ້ງທີ 14
ກັບ ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ສສ ຫວຽດນາມ

     ເຊິ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະ
ເທດ. ສອງຝ່າຍໄດ້ພ້ອມກັນ ຕີລາຄາຄືນສະພາບການ ແລະ ຜົນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຊ່ວຍຈໍາ ຄັ້ງທີ 13 ຜ່ານມາ. ພ້ອມທັງແຈ້ງສະ
ພາບການຢູ່ບໍລິເວນຊາຍແດນ ລາວ-ຫວຽດນາມ ທີ່ 2 ປະເທດ ໄດ້ພ້ອມກັນປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນພ້ອມກັນ
ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ ລາວ-ຫວຽດນາມ ໄວ້ຢ່າງໝັ້ນຄົງ, ການແກ້ໄຂປາກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນ, ການສະກັດກັ້ນ
ແລະ ຕ້ານຢາເສບຕິດ, ການຂະຫຍາຍເນື້ອທີ່ຖາງປ່າເຮັດໄຮ່ປູກເຂົ້າ, ການລັກລອບຂ້າມຊາຍແດນຜິດກົດໝາຍ, ການຍົກຍ້າຍຖິ່ນຖານພູມລໍາເນົາທີ່ບໍ່
ຖືກຕ້ອງຕາມລະບຽບກົດໝາຍ, ພ້ອມນີ້ກໍໄດ້ຮ່ວມກັນກຳນົດທິດທາງແຜນການຮ່ວມມືໃນປີ 2018 ແລະ ໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາຮ່ວມ
ກັນໃນການຈັດຕັ້ງປະຕິບັດວຽກງານຊາຍແດນ ແລະ ພ້ອມທັງຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍສັນລະເສີມຜົນງານໃຫ້ແກ່ວິທະຍາຄານປ້ອງກັນຊາຍ
ແດນ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນກອງທັບປະຊາຊົນຫວຽດນາມ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອທຶນການສຶກ
ສາກໍ່ສ້າງນາຍສິບ ແລະ ພົນທະຫານຂອງເຫຼົ່າຮົບປ້ອງກັນຊາຍແດນກອງທັບປະຊາຊົນລາວທີ່ຜ່ານມາ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະ
ເທດ ສປປ ລາວ ໃນນີ້ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ 2 ໃຫ້ແກ່ກົມກອງລວມໝູ່ຄື: ວິທະຍາຄານປ້ອງກັນຊາຍແດນ, ກອງບັນຊາການປ້ອງກັນ
ຊາຍແດນກອງທັບປະຊາຊົນຫວຽດນາມ. ໂດຍແມ່ນສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການ
ກອງທັບປະຊາຊົນລາວ ເປັນຜູ້ໃຫ້ກຽດຂຶ້ນປະດັບ.