ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳເລັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງການທົ່ວກອງທັບ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງການທົ່ວກອງທັບ ໄດ້ອັດລົງດ້ວຍໝາກຜົນອັນຈົບງາມ ໃນວັນທີ 30 ພະຈິກ 2017 ນີ້, ຢູ່ທີ່
ສະໂມສອນກົມໃຫຍ່ເສນາທິການກອງທັບ, ໂດຍການເປັນປະທານ ແລະ ໂອ້ລົມຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ.


ົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຫ້ອງການທົ່ວກອງທັບ

     ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບຕີລາຄາສະພາບການດ້ານຕ່າງໆກ່ຽວກັບການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ, ວຽກງານຫ້ອງການທົ່ວກອງທັບໃນ
ໄລຍະ 5 ປີຜ່ານມາ ແລະ ໄດ້ກຳນົດທິດທາງປັບປຸງວຽກງານຫ້ອງການໃນ 5 ປີຕໍ່ໜ້າ, ພ້ອມທັງປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ
ກັນລະຫວ່າງອົງການ ແລະ ບັນດາກົມກອງທ້ອງຖິ່ນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ກໍຄືມະຕິກອງ
ປະຊຸມໃຫຍ່ ຄັ້ງທີ X ຂອງພັກເຂົ້າ ໃນວຽກງານຫ້ອງການຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງຫ້ອງການແຕ່ລະຂັ້ນແນໃສ່ສ້າງພື້ນ
ຖານ ແລະ ຖ່ວງທ່າອັນໜັກແໜ້ນໃຫ້ແກ່ການປັບປຸງ ແລະ ພັດທະນາຫ້ອງການ ກໍຄືຫ້ອງການແຕ່ລະຂັ້ນໃຫ້ເຕີບໃຫຍ່ເຂັ້ມແຂງ, ມີຄຸນນະພາບ ແລະ ທັນ
ສະໄໝເທື່ອລະກ້າວ.

     ໃນໂອກາດໂອ້ລົມຕໍ່ກອງປະຊຸມ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານທີ່ເຮັດວຽກງານຫ້ອງການ ໃນ
ທົ່ວກອງທັບ ເພີ່ມທະວີປັບປຸງແບບແຜນວິທີເຮັດວຽກງານໃຫ້ດີຂຶ້ນຢ່າງມີຈິນຕະນາການອັນໃໝ່, ຍົກສູງຄວາມຮັບຜິດຊອບຊ່ວຍເປັນເສນາທິການໃຫ້
ແກ່ການນຳ, ມີຄວາມອາດສາມາດໃນການຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານຫ້ອງການ, ລາຍງານໃຫ້ການນຳຢ່າງເປັນປົກກະຕິ,
ຕ້ອງເປັນເຈົ້າການປະສານງານທີ່ດີທັງຮັບປະກັນຄວາມປອດໄພ, ປັບປຸງຂອດການບໍລິການຮັບໃຊ້ໃຫ້ດີ, ຊັດເຈນ, ຖືກຕ້ອງຕາມຄວາມເປັນທຳຮັບປະກັນ
ໄດ້ທາງຄຸນະພາບ, ວ່ອງໄວ ແລະ ທັນການ, ປັບປຸງການຈັດຕັ້ງໃຫ້ມີຄວາມກະທັດຮັດເບົາບາງຢ່າງສົມເຫດສົມຜົນ ພ້ອມທັງພັດທະນາຫ້ອງການກົມກອງ
ຕົນເອງໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ.