ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ


     ພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງກອງທັບປະຊາຊົນລາວ, ຈັດຂຶ້ນໃນວັນທີ 30 ພະຈິກ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ
ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການປະຈໍາ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານ
ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຈາກຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ແລະ ດໍາລັດຂອງນາຍົກ ລັດຖະມົນຕີ ວ່າ
ດ້ວຍການເລື່ອນຊັ້ນນາຍທະຫານຈາກຊັ້ນ ພັນໂທ ຂຶ້ນຊັ້ນພັນເອກ. ໃນນັ້ນ, ມີນາຍທະຫານໄດ້ຮັບການເລື່ອນຊັ້ນຈາກ ພັນເອກ ຂຶ້ນ ພົນຈັດຕະວາ ຈໍາ
ນວນ 11 ສະຫາຍ ຄື: ສະຫາຍ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າ ກົມກວດກາ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ພິມພາ ດວງຈັນດີ ຫົວໜ້າ
ກົມຜະລິດກະສິກຳ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ບຸນຍົງ ວົງພົມ ຫົວໜ້າ ກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນ
ເອກ ສົມວັນ ທໍາມະໄຊ ຫົວໜ້າ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ຄຳແພງ ພູມມາແກ້ວ ຫົວໜ້າ ການເມືອງໂຮງໝໍສູນ
ກາງ 103 ກອງທັບ, ສະຫາຍ ພັນເອກ ສີທະວີໄຊ ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງ ສະຫວັນນະເຂດ, ສະຫາຍ ພັນເອກ ໄພວັນ ຈັນທະ
ພົມມາ ຮອງຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ກອງແກ້ວ ວໍລະຈິດ ຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງ
ທັບ, ສະຫາຍ ພັນເອກ ບົວເຮືອງ ສົມຟອງບຸດ ຕາຂັນ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ, ສະຫາຍພັນເອກ ກັນທອງ ສຸກເລືອງຄຳ
ຫົວໜ້າ ກົມກົດ ໝາຍ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ຂັນທອງ ວົງອຳຄາ ຫົວໜ້າ ການເມືອງກອງບັນຊາການທະຫານ ແຂວງຊຽງຂວາງ.
ສໍາລັບນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນຈາກ ພັນໂທ ຂຶ້ນ ພັນເອກ ມີ 24 ສະຫາຍ ຄື: ສະຫາຍ ພັນໂທ ທອງສະໄໝ ສຸກປະເສີດ ຮອງຫົວໜ້າ ກົມອົບ
ຮົມ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ກອງໜູນ ວົງໄຊ ຮອງຫົວໜ້າ ກົມເຄມີ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ພູວຽງ
ສອນສົມໃຈ ຮອງຫົວໜ້າ ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນໂທ ສຸດທາ ສີສະຫຼາດ ຮອງຫົວໜ້າ ຫ້ອງການ ກົມໃຫຍ່ເສ
ນາທິການກອງທັບ, ສະຫາຍ ພັນໂທ ສະແຫວງໄຊ ດາລາສາດ ຫົວໜ້າ ຫ້ອງບໍລິຫານການແພດໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນໂທ ສາຍທອງ
ມະນີວັນ ຮອງຫົວໜ້າ ຫ້ອງການບໍລິຫານກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນໂທ ສຸດໃຈ ສໍວິໄຊ ຮອງຫົວໜ້າກົມ ອຸດສະຫະກຳ ກົມໃຫຍ່ເຕັກ
ນິກກອງທັບ, ສະຫາຍ ພັນໂທ ວົງພະຈັນ ແກ້ວບຸນເຮືອງ ຫົວໜ້າ ຫ້ອງ ເຕັກນິກກອງບັນຊາການທະຫານ ແຂວງ ບໍລິຄໍຄໍາໄຊ, ສະຫາຍ ພັນໂທ ສີພອນ
ພົງສະຫວັດ ຫົວໜ້າ ຄະນະວິຊາຄູຍຸດທະວິທີ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສະຫາຍ ພັນໂທ ແພງສີ ເສັງວິໄຊ ຮອງຫົວໜ້າຫ້ອງ ການ
ເມືອງກອງບັນຊາການທະຫານອາກາດ, ສະຫາຍພັນ ໂທ ບຸນທັນ ຈັນພະສີ ນັກບິນ 1 ກອງພັນໃຫຍ່ 703, ສະຫາຍ ພັນໂທ ສຸພັນ ເດດນໍລະສິນ ຮອງຫົວ
ໜ້າ ຫ້ອງອົບຮົມກອງບັນຊາການທະຫານອາກາດ, ສະຫາຍ ພັນໂທ ບຸນລອນ ພົນສີດາ ຮອງຫົວໜ້າພະແນກອົບຮົມການບິນກອງພັນໃຫຍ່ 702, ສະຫາຍ
ພັນໂທ ວັນໄຊ ຄໍາພາວົງ ຮອງຫົວໜ້າ ຫ້ອງການກົມໃຫຍ່ການ ເມືອງກອງທັບ, ສະຫາຍ ພັນໂທ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າ ຫ້ອງການກົມໃຫຍ່
ການເມືອງກອງທັບ, ສະຫາຍ ພັນໂທ ອິນທະ ພອນ ວໍຣະວົງ ຮອງຫົວໜ້າ ຫ້ອງການກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນໂທ ສາຍຄໍາ ພົມມະວົງ
ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນໂທ ເນືອງທອງ ຊຸຍຍະຈັນ ຫົວໜ້າ ຫ້ອງພະລາທິການກອງບັນຊາການທະຫານ
ແຂວງ ໄຊຍະບູລີ, ສະຫາຍ ພັນໂທ ກືທາວ ເພຍຫຼວງ ຫົວໜ້າ ກອງປະຕິບັດງານ 219 ກອງບັນຊາການທະຫານແຂວງ ວຽງຈັນ, ສະຫາຍ ພັນໂທ ຈັນ
ຮອນ ຕາງພະໄຊ ຫົວໜ້າ ຫ້ອງເຕັກນິກກອງບັນຊາການທະຫານ ແຂວງ ເຊກອງ, ສະຫາຍ ພັນໂທ ອຸດອນ ພົມມະໄຊ ຫົວໜ້າ ຫ້ອງພະລາທິການ ກອງ
ພົນທີ 5, ສະຫາຍ ພັນໂທ ບົວໄລ ສີລັກສາ ຫົວໜ້າ ຫ້ອງອົບຮົມ ວິທະຍາຄານກົມມະດໍາ, ສະຫາຍ ພັນໂທ ເຫຼົາຄໍາ ວັນນະວົງ ນັກບິນ 1 ກອງພັນໃຫຍ່
703 ແລະ ສະຫາຍ ພັນໂທ ຄໍາສີ ພັນທະລາວົງ ນັກບິນ 1 ກອງພັນ ໃຫຍ່ 703.

     ໂອກາດນີ້, ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມ
ທັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຂະບວນວຽກງານຕົວຈິງ, ທັງເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ
ຂອງຕົນ, ເອົາໃຈໃສ່ເປັນພິເສດຕໍ່ການເປັນຫຼັກແຫຼ່ງໃນການເຕົ້າໂຮມ ຄວາມສາມັກຄີໃຫ້ໜັກແໜ້ນກວ້າງຂວາງ, ສືບຕໍ່ປັບປຸງແບບແຜນວິທີນໍາພາ-ບັນຊາ
ແລະ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ບົນພື້ນຖານປະຕິບັດຕາມ ຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແລະ ເອົາໃຈໃສ່ຕໍ່ການພົວພັນຮ່ວມ
ມືກັບຕ່າງປະເທດ ໂດຍສະເພາະປະເທດສັງຄົມນິຍົມ ແລະ ປະເທດເພື່ອນມິດຍຸດທະສາດທີ່ເຄີຍມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ເລິກເຊິ່ງກວ່າເກົ່າ.