ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຮຽກຮ້ອງ​ໃຫ້​ນຳ​ເອົາ
ວຽກງານ​ພັກ​-ວຽກງານ​ການ​ເມືອງ​ເຂົ້າ​ສູ່​ຊີວິດ​ຈິງ


     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມວຽກງານພັກ-ວຽກງານການເມືອງທົ່ວກອງທັບ ຄັ້ງທີ I ທີ່ຈັດຂຶ້ນໃນລະຫວ່າງວັນ ທີ 30-31 ທັນວາ ນີ້, ສະຫາຍພົນ
ເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາທຸກກົມກອງກຳລັງ
ຫຼວງກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຕ້ອງນຳເອົາວຽກງານພັກ-ວຽກງານການເມືອງເຂົ້າສູ່ຊີວິດຕົວຈິງຂອງກົມກອງເປັນຕົ້ນແມ່ນ: ຕ້ອງເອົາໃຈໃສ່ສຶກສາອົບຮົມ
ນະໂຍບາຍຂອງພັກ, ມີນຳ້ໃຈຮັກ ຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມເອກອ້າງທະນົງໃຈ
ຕໍ່ປະຫວັດມູນເຊື້ອອັນສະຫງ່າອົງອາດ, ກ້າແກ່ນໃນການຕໍ່ສູ້ຕີຊະນະສັດຕູຜູ້ຮຸກຮານຂອງກອງທັບ ແລະ ປະຊາຊົນລາວ, ເອົາໃຈໃສ່ຍົກສູງຄຸນນະພາບການໂຄສະນາຂອງສື່
ສິ່ງພິມ ແລະ ສື່ອີເລັກໂຕຣນິກ ໃນກອງທັບ, ຍູ້ແຮງວຽກງານສິລະປະ-ວັນນະຄະດີ, ໂຄສະນາສຶກສາວັດທະນະທຳ ໂດຍໝູນໃຊ້ພື້ນຖານໂຄງລ່າງຂອງວຽກງານແນວຄິດທີ່
ມີຢູ່ໃຫ້ມີເນື້ອໃນເລິກເຊິ່ງ, ມີຄວາມຊັດເຈນ, ທັນເວລາ, ຈັດຕັ້ງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວກອງທັບໃຫ້ຟົດຟື້ນ ແລະ ມີຂະບວນການຕໍ່ເນື່ອງ,
ຍູ້ແຮງວຽກງານສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້ປະກົດຜົນເປັນຈິງທາງດ້ານຈຳນວນ ແລະ ຄຸນນະພາບ, ສືບຕໍ່ແຜນການຫັນລົງກໍ່ສ້າງຮາກຖານການ
ເມືອງ, ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ມະຕິ 3 ສ້າງທີ່ກົມການເມືອງສູນກາງພັກວາງອອກ, ເສີມຂະຫຍາຍ
ມູນເຊື້ອຄວາມສາມັກຄີລະຫວ່າງກອງທັບ ກັບປະຊາຊົນຄືປາກັບນຳ້, ປະຕິບັດ 3 ໜ້າ ທີ່ 4 ການພົວພັນ ເຊິ່ງກອງທັບເຮົາໄດ້ເຮັດເປັນປະຈຳ, ເພາະກອງທັບເຮົາແມ່ນກອງ
ທັບປະຊາຊົນ, ຕັ້ງໜ້າປະຕິບັດ, ກໍ່ສ້າງກຳ ລັງໃຫ້ເຂັ້ມແຂງຮອບດ້ານ, ໃນນີ້ຖືເອົາຄຸນນະພາບເປັນຕົ້ນຕໍ, ຄຸນນະພາບການເມືອງ-ແນວຄິດເປັນກົກ, ຄວາມສາມາດດ້ານວິ
ຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສຳຄັນ.

     ສະນັ້ນ, ຕ້ອງສ້າງພະນັກງານໃຫ້ຄົບຖ້ວນຕາມມາດຖານກວ່າເກົ່າ ກໍ່ສ້າງພະນັກງານ ຕ້ອງຕິດພັນກັບ ໜ້າທີ່ການເມືອງ ແລະ ລັກສະນະຊົນຊັ້ນຂອງພັກ, ສ້າງໃຫ້ໄດ້ 3
ລຸ້ນ ແລະ 3 ປະເພດພະນັກງານ ຄື: ພະນັກງານນຳພາ, ພະນັກງານບັນຊາ ແລະ ພະນັກງານວິຊາການ, ການສັບຊ້ອນ, ມອບໝາຍໜ້າທີ່ໃຫ້ພະນັກງານຕ້ອງອີງໃສ່ຄຸນທາດ
ການເມືອງ, ຄວາມຮູ້ ແລະ ຄວາມສາມາດ, ເດັດດ່ຽວປະຕິບັດວິໄນຕໍ່ຜູ້ກະທຳຜິດ ແລະ ຍ້ອງຍໍຜູ້ດີເດັ່ນ, ຕ້ານ ແນວຄິດຄັບແຄບ-ອະຄະຕິ, ອາດຍາສິດ, ແນວຄິດພັກ
ພວກ, ເຫັນແກ່ໝູ່ເພື່ອນຍາດພີ່ນ້ອງ ແລະ ບັນຫາອື່ນໆ. ຂອດສຳຄັນໜຶ່ງອີກ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ກະທັດຮັດ, ສົມເຫດສົມຜົນ, ເດັດຂາດແກ້ໄຂບັນຫາພະ
ນັກງານເຫຼືອບໍ່ພໍ, ປະຕິບັດແນວທາງການຕ່າງປະເທດ ຂອງພັກເຮົາ ໃນໄລຍະໃໝ່ໃຫ້ຖືກຕ້ອງ, ພົວພັນຮ່ວມມືຢ່າງຕັ້ງໜ້າກັບເພື່ອນມິດຍຸດທະສາດ, ຍາດແຍ່ງເອົາການສະ
ໜັບສະໜູນຈາກປະເທດ ອ້ອມຂ້າງໃກ້ຄຽງ ແລະ ບັນດາປະເທດອື່ນໆ ເພື່ອເພີ່ມມິດ- ຫຼຸດຜ່ອນສັດຕູ, ເດັດດ່ຽວຕໍ່ສູ້ກັບການລະເມີດອະທິປະໄຕ ທີ່ຈະກໍ່ຄວາມເສຍຫາຍ,
ເສຍຜົນປະ​ໂຫຍດແກ່ປະເທດຊາດ. ຢາກເຮັດໄດ້ແນວນັ້ນ, ຕ້ອງເອົາໃຈໃສ່ເພີ່ມທະວີການນຳພາຂອງພັກ, ເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ກອງທັບ ນັ້ນແມ່ນຄວາມ
ຈຳເປັນພາວະວິໄສ, ທັງແມ່ນວຽກງານທີ່ເປັນຍຸດທະສາດ ແລະ ຍາວນານຂອງພັກ ເຮົາ. ສະນັ້ນ, ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ
ການເມືອງ ຂອງຕົນ, ເອົາໃຈໃສ່ປັບປຸງການ ຈັດຕັ້ງໃຫ້ເຂັ້ມແຂງທຸກດ້ານ, ນັບແຕ່ຮາກຖານພັກຂຶ້ນມາ, ສ້າງພະນັກງານ, ສະມາຊິກພັກເຂັ້ມແຂງ ເປັນແບບຢ່າງນຳພາໃນ
ທຸກຂະບວນການວຽກງານ, ສຶກສາອົບຮົມພະນັກງານ-ສະມາຊິກພັກຮັບ ຮູ້ຢ່າງເລິກເຊິ່ງຕໍ່ອຸດົມການຂອງພັກ ແລະ ຈຸດໝາຍປາຍທາງຂອງການປະຕິວັດ, ປຸກລະດົມນຳ້ໃຈ
ຮັກຊາດ, ນຳ້ໃຈຕັ້ງຕໍ່ບໍລິສຸດຕໍ່ພັກ, ຕໍ່ປະຊາຊົນ, ບຳລຸງ-ສ້າງ ພະນັກງານດ້ານຕ່າງໆ ໃຫ້ມີຄຸນນະພາບ, ໂດຍຕິດພັນກັບການປະຕິບັດໜ້າທີ່ວຽກງານຕົວຈິງຂອງກົມກອງ.

     ກອງປະຊຸມວຽກງານພັກ- ວຽກການເມືອງຄັ້ງນີ້ສຳເລັດຜົນ ແມ່ນໄຊຊະນະ ແລະ ເປັນຜົນສຳເລັດໃນເບື້ອງຕົ້ນທີ່ເປັນທິດທາງແຜນການໄດ້ວາງອອກເທົ່ານັ້ນ, ແຕ່ພາຍ
ຫຼັງກອງປະຊຸມຄັ້ງນີ້, ສຳຄັນທີ່ສຸດແມ່ນໃຫ້ບັນດາສະຫາຍ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ໃຫ້ກາຍເປັນແຜນການ, ໂຄງການອັນລະອຽດ
ຂອງອົງການ, ກົມກອງ ແລະ ຂະແໜງການວຽກງານຂອງຕົນ ໃຫ້ມີການຫັນປ່ຽນ ທີ່ກ້າວໜ້າເດັ່ນຊັດຂຶ້ນຢ່າງຈະແຈ້ງ, ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.