ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສືບຕໍ່ເຮັດວຽກງານ ປກຊ-ປກສ ໃຫ້ມີປະສິດທິພາບດີກວ່າເກົ່າ

     ໃນໂອກາດກ່າວປິດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດປະຈໍາປີ 2017 ແລະ ວາງທິດທາງແຜນການປີ 2018, ໃນວັນທີ 1
ກຸມພາ ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ຜູ້ແທນເຂົ້າ
ຮ່ວມກອງປະຊຸມຈົ່ງພ້ອມກັນສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີປະສິດທິພາບສູງກວ່າເກົ່າ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການ
ເມືອງ, ຮັບປະກັນຄວາມສະຫງົບໃນການສ້າງບ້ານ-ກຸ່ມບ້ານພັດທະນາຕິດພັນກັບວຽກງານ 3 ສ້າງ, ຮັບປະກັນເຮັດໃຫ້ວຽກງານ ປກຊ-ປກສ ໄດ້ກາຍເປັນ
ຂອງທົ່ວປວງຊົນຮອບດ້ານ, ເປັນເຈົ້າການປັບປຸງກໍ່ສ້າງກໍາລັງ ໂດຍສະເພາະກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບ, ເອົາໃຈໃສ່ເຮັດວຽກງານພະລາທິການ
ເພື່ອຮັບປະກັນໃຫ້ກົມກອງສາມາດກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກ່າວປິດກອງປະຊຸມສະຫຼຸບຖອດຖອນບົດຮຽນ
ວຽກງານປ້ອງກັນຊາດປະຈໍາປີ 2017 ແລະວາງທິດທາງແຜນການປີ 2018

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຍັງໄດ້ກ່າວຕື່ມອີກວ່າ: ສຳລັບວຽກງານທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດໃນປີ 2018 ຄື: ເພີ່ມທະວີການຊີ້
ນຳ-ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພື່ອຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງຊາດ, ພ້ອມກັນຕັ້ງໜ້າຍົກສູງສະຕິສະ
ກັດກັ້ນ ແລະ ຕ້ານທຸກກົນອຸບາຍລ່ຽມລາຍຂອງສັດຕູ, ເພື່ອທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງກໍາລັງປໍລະປັກ, ເປັນຫຼັກແຫຼ່ງໃນການປະຕິບັດ
ໜ້າທີ່ ປກຊ-ປກສ ເພື່ອປົກປັກຮັກສາລະບອບໃໝ່ລະບອບປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ຮັບປະກັນໃຫ້ທົ່ວປະເທດມີສະຖຽນລະພາບທາງດ້ານ
ການເມືອງມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ສືບຕໍ່ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານ 3 ສ້າງ, ຕັ້ງໜ້າສຶກສາອົບ
ຮົມການເມືອງ-ແນວຄິດ, ອົບຮົມທາດແທ້ມູນເຊື້ອຂອງກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂ ໃໝ່ໃຫ້ເລິກເຊິ່ງ, ຕັ້ງໜ້າປັບປຸງກໍ່ສ້າງກອງທັບ
ໃຫ້ເຂັ້ມແຂງຮອບດ້ານ, ເພີ່ມທະວີການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດຕິດພັນກັບການສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ເອົາໃຈໃສ່ສ້າງ
ພະລາທິການກັບທີ່ຍົກສູງຈິດໃຈເພິ່ງຕົນເອງ-ກຸ້ມຕົນເອງ ເຊິ່ງບັນດາວຽກງານທີ່ກ່າວມານັ້ນຫວັງວ່າບັນດາສະຫາຍຈະເພີ່ມທະວີຄວາມຮັບຜິດຊອບ, ຕັ້ງ
ໜ້າບຸກບືນເປັນເຈົ້າການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນປີ 2018 ໃຫ້ສໍາເລັດຕາມແຜນການເຮັດໃຫ້ທຸກ
ຂົງເຂດວຽກງານມີການຫັນປ່ຽນທີ່ກ້າວໜ້າເດັ່ນຂຶ້ນຢ່າງຈະແຈ້ງ.

     ກອງປະຊຸມຄັ້ງນີ້ນອກຈາກຈະໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນປີຜ່ານມາ ໂດຍສະເພາະແມ່ນ 4 ໜ້າ
ທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ ແລະ ກອງປະຊຸມຫຍັງໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍວຽກ
ງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ເຜີຍ
ແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ແລະ ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ
ກະຊວງປ້ອງກັນປະເທດວ່າດ້ວຍນະໂຍບາຍຕໍ່ນາຍ ແລະ ພົນທະຫານ, ເລກທີ 3071/ກປທ (868/ກປທສະບັບປັບປຸງ ໃໝ່), ຄໍາສັ່ງແນະນໍາຂອງກົມໃຫຍ່
ການເມືອງກອງທັບເລກທີ 589/ກມທ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເລກທີ 3071/ກປທ ຕື່ມອີກ.