ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທິດສະດີການເມືອງກອງທັບ ປີດຊຸດບໍາລຸງທິດສະດີມາກ-ເລນິນ


ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 29 ມັງກອນ 2021 ນີ້ ,ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປີດຊຸດບໍາລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ ຊຸດທີ I
ສົກຮຽນ 2020-2021, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນ
ປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະອໍານວຍການໂຮງຮຽນ, ຄະນະຫ້ອງ, ຄູ-ອາຈານ, ນັກສຶກສາ ແລະ ແຂກຖືກ
ເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ບຸນ ທັນ ຈັນທະລີມາ ຮອງຫົວໜ້າ ການທະຫານ, ຫົວໜ້າຫ້ອງອົບຮົມ-ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານ
ບົດລາຍງານຜົນສໍາເລັດ ຂອງການອົບຮົມບໍາລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ ຊຸດທີ I ສົກຮຽນ 2020-2021, ເຊິ່ງມີຈໍານວນພົນເຂົ້າຮ່ວມທັງໝົດ
30 ສະຫາຍ ທີ່ເປັນພະນັກງານການນໍາຂັ້ນກອງພົນ, ກອງພັນໃຫຍ່, ຫົວໜ້າຫ້ອງ, ຮອງຫ້ອງ, ຫົວໜ້າການເມືອງ, ຮອງຫົວໜ້າ ການເມືອງກອງບັນຊາການ
ທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍ ແລະ ຂະແໜງການຕ່າງໆ ຢູ່ໃນອົງ ການ, ກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນໃນທົ່ວກອງທັບ. ຊຸດບໍາລຸງ
ໃນຄັ້ງນີ້ ໃຊ້ເວລາອົບຮົມທັງໝົດ 5 ເດືອນ, ອົບຮົມຕົວຈິງ 103 ວັນ ເທົ່າກັບ 721 ຊົ່ວໂມງ, ຂຶ້ນຫ້ອງກຸ່ມຄວາມຮູ້ດ້ານທິດສະດີການເມືອງ 288 ຊົ່ວ
ໂມງ, ກຸ່ມຄວາມຮູ້ດ້ານການທະຫານ 141 ຊົ່ວໂມງ ແລະ ຄົ້ນ ຄວ້າດ້ວຍຕົນເອງ 292 ຊົ່ວໂມງ. ຜ່ານການອົບຮົມຕົວຈິງສາມາດຕີລາຄາໄດ້ຄວາມຮັບ
ຮູ້ເຂົ້າໃຈດ້ານເນື້ອໃນພື້ນຖານທິດສະດີການເມືອງ ແລະ ການທະຫານສະເລ່ຍເກຼດ A ມີ 7 ສະຫາຍ ເທົ່າ ກັບ 23%, ເກຼດ B+ ມີ 23 ສະຫາຍ ເທົ່າກັບ
77%. ຈາກນັ້ນ, ສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ ຫົວໜ້າ ການເມືອງໂຮງຮຽນທິດສະດີການເມືອງ ກອງທັບ ໄດ້ເປັນກຽດມອບໃບຢັ້ງຢືນ ໃຫ້
ນັກເຝິກອົບຮົມທີ່ສໍາເລັດການບໍາລຸງ ທິດສະດີມາກ-ເລນິນໃນຄັ້ງນີ້.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ໄດ້ເນັ້ນໜັກໃຫ້ຜູ້ທີ່ສໍາເລັດການບໍາລຸງຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້ອໃນບົດຮຽນທີ່ໄດ້ຮໍ່າ
ຮຽນມາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ກົມກອງຂອງຕົນ ໃຫ້ສອດຄອງ ເພື່ອເຮັດໃຫ້ກົມກອງມີຄວາມກ້າວໜ້າທັນສະໄໝ ແລະ ເຕີບໃຫຍ່ຂະຫຍາຍ
ຕົວເປັນກ້າວໆ.