ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນີກກອງທັບ ປະກາດສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ

     ວັນທີ 26 ກຸມພາ 2021 ນີ້, ກົມໃຫຍ່ເຕັກນິກກອງທັບ ປະກາດສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ ພາຍໃຕ້ການ ເປັນປະທານຂອງ ສະຫາຍ
ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະກົມກຳລັງພົນ, ຄະນະກົມພະນັກງານ, ຄະນະພັກ-ຄະນະ
ບັນຊາກົມກອງຮາກຖານ, ພະແນກການຕະຫຼອດຮອດພະນັກງານ ຢູ່ໃນອົງການກົມໃຫຍ່ເຕັກນິກເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າ ກົມ ກຳລັງພົນ ກົມໃຫຍ່ເສນາທິການກອງທັບ ຂຶ້ນຜ່ານຂໍ້ຕົກລົງວ່າ ດ້ວຍການສ້າງຕັ້ງສູນວິ
ໄຈໝື້ສົ່ງ ແລະ ທາດລະເບີດ ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ, ອີງຕາມແຜນການຍຸດທະສາດປັບປຸງ ກໍ່ສ້າງກຳລັງປະກອບອາວຸດກອງທັບປະຊາຊົນລາວ
ແຕ່ລະໄລຍະ ໃຫ້ເຂັ້ມແຂງຮອບດ້ານ, ປັບປຸງກອງທັບມີລະບຽບແບບແຜນ ທັນສະໄໝ, ມີຄວາມສາມາດ ພຽງພໍ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະ
ຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມຄວາມຮຽກຮ້ອງຕ້ອງການ ຂອງສະພາບການ ແລະ ໜ້າທີ່ການເມືອງຂອງກອງ
ທັບ ໃນໄລຍະໃໝ່ ເວົ້າລວມ, ເວົ້າສະເພາະ ເພື່ອຮັບປະກັນວຽກງານເຕັກນິກການທະຫານ ໃຫ້ມີຄວາມໜັກແໜ້ນ, ທັນສະໄໝ ແລະ ມີປະສິດທິພາບສູງ,
ກະຊວງປ້ອງກັນປະເທດ ຕົກລົງສ້າງຕັ້ງສູນວິໄຈໝື້ສົ່ງ ແລະ ທາດລະເບີດ (ທຽບເທົ່າກອງພັນໃຫຍ່) ຂຶ້ນກັບກົມໃຫຍ່ເຕັກນິກ ກອງທັບ, ໂຄງປະກອບການ
ຈັດຕັ້ງ, ຕຳແໜ່ງງານ ແລະ ຈຳນວນພົນ, ໃຫ້ຈັດຕັ້ງປະຕິບັດ ການຊັບຊ້ອນພະນັກງານ-ນັກຮົບ ເຂົ້າໃສ່ບັນດາຕຳແໜ່ງງານ ຕາມຂໍ້ຕົກລົງຂອງກົມໃຫຍ່ເສ
ນາທິການກອງທັບ ສະບັບເລກທີ 2156/ກສນ ລົງວັນທີ 23 ຕຸລາ 2020, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ການເຄື່ອນໄຫວຕ່າງໆ
ແມ່ນມອບໃຫ້ ກົມໃຫຍ່ເຕັກນິກກອງທັບ ກຳນົດໃຫ້ລາຍລະອຽດ-ຊັດເຈນ ພ້ອມຈັດຕັ້ງມອບໝາຍໜ້າທີ່ລະອຽດຕື່ມ, ຫຼັງຈາກນັ້ນ ສະຫາຍ ພັນເອກ
ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານກົມໃຫຍ່ ການເມືອງກອງທັບ, ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ແລະ ບັນ
ດາ ຮອງອຳນວຍການຂອງສູນວິໄຈໝື້ສົ່ງ-ທາດລະເບີດ, ລາຍລະອຽດ ຄື: ສະຫາຍ ພັນໂທ ຈັນເພັດ ວິໄລວອນ ເປັນຫົວໜ້າ, ສະຫາຍ ພັນໂທ ລັດສະໝີ
ແກ້ວບຸນມາ ເປັນຮອງຮັບຜິດຊອບການເມືອງ ທັງເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ວຽງຄຳ ພົມມະຈັນ ເປັນຮອງຮັບຜິດຊອບ ວຽກງານ
ພະລາທິການ ທັງເປັນ ຫົວໜ້າພະແນກພະລາທິການ, ສະຫາຍ ຮ້ອຍເອກ ວຽງສະຫວັນ ສຸວັນນະລາດ ເປັນຮອງຮັບຜິດຊອບວຽກງານແຜນການ ທັງເປັນ
ຫົວໜ້າພະແນກແຜນການ, ແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງພະແນກຂອງສູນວິໄຈໝື້ສົ່ງ-ທາດລະເບີດ ລາຍລະອຽດ ຄື: ສະຫາຍ ພັນຕີ ອຸດອນ ທຳມະ
ວົງສາ ເປັນຫົວໜ້າພະແນກເຕັກນິກ, ສະຫາຍ ຮ້ອຍເອກ ໄພອາກອນ ສະເຫຼີມສັກ ເປັນຮອງພະແນກສະໜອງຕົວຢ່າງ, ສະຫາຍ ຮ້ອຍໂທ ຫວຽດຂັນ ທະ
ວີໄລ ເປັນຫົວໜ້າພະແນກວິໄຈທາງເຄມີ, ສະຫາຍ ພັນຕີ ວັນທອງ ແກ້ວພົມມະລິນ ເປັນຮອງພະແນກພະລາທິການ, ສະຫາຍ ພັນຕີ ຄອນສະຫວັນ ຈັນ
ທະນັນ ເປັນຮອງພະແນກການເມືອງ, ສະຫາຍ ຮ້ອຍເອກ ວິໄລພອນ ໄຊຍະສິດ ເປັນຮອງພະແນກແຜນການ, ສະຫາຍ ຮ້ອຍເອກ ໂມເຕີ ອໍລະໄມ ເປັນຮອງ
ພະແນກ ສະໜອງຕົວຢ່າງ, ສະຫາຍ ຮ້ອຍໂທ ວົງເດືອນ ມະນີຈັນ ເປັນຮອງພະແນກວິໄຈທາງເຄມີ, ສະຫາຍ ຮ້ອຍໂທ ພູວັນ ແກ້ວເພັງຄຳ ເປັນຮອງພະ
ແນກເຕັກນິກ, ພ້ອມດຽວກັນນັ້ນ ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນຜ່ານມະຕິຕົກ
ລົງຂອງຄະນະພັກກົມໃຫຍ່ເຕັກນິກ ກອງທັບ ວ່າດ້ວຍການບົ່ງຕົວ ສ້າງຕັ້ງສູນວິໄຈໝື້ສົ່ງ-ທາດລະ ເບີດ, ລາຍລະອຽດຄື: ສະຫາຍ ພັນໂທ ຈັນເພັດ ວິໄລ
ວອນ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ລັດສະໝີ ແກ້ວບຸນມາ ເປັນຮອງ ເລຂາໜ່ວຍພັກ, ສະຫາຍ ຮ້ອຍເອກ ວຽງສະຫວັນ ສຸວັນນະລາດ ເປັນກຳ
ມະການກວດກາ-ປ້ອງກັນ, ສະຫາຍ ພັນຕີ ອຸດອນ ທຳມະວົງສາ ເປັນກຳມະການໂຄສະນາ-ອົບຮົມ, ສະຫາຍ ພັນໂທ ວຽງຄຳ ພົມມະຈັນ ເປັນກຳມະການ-
ການຄັງ.

     ໃນໂອກາດດັ່ງກ່າວ, ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ໄດ້ໂອ້ລົມຕໍ່ພິທີໂດຍຮຽກຮ້ອງ ໃຫ້ບັນດາສະຫາຍຄະ
ນະພັກຄະນະບັນຊາ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຕ້ອງເອົາໃຈໃສ່ສ້າງຄວາມຕັດສິນໃຈສູງ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວຮອບດ້ານຂອງບັນດາໜ້າ
ວຽກຕ່າງໆ, ເປັນຕົ້ນແມ່ນວຽກການເມືອງ ແລະ ວຽກວິຊາສະເພາະ, ສ້າງເປັນແຜນການເຄື່ອນໄຫວ ມີການແບ່ງງານ ໂດຍໃຫ້ຕິດພັນກັບການກໍ່ສ້າງໜ່ວຍ
ພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທຳ ນັກຮົບວັດທະນະທຳ ປະຕິບັດແບບແຜນວິທີເຮັດວຽກ ໃຫ້ຖືກ ຕາມ
ຫຼັກການຂອງພັກ, ຕາມລະບຽບການເຕັກນິກ, ລວມສູນປະຊາທິປະໄຕ ແບ່ງຄວາມຮັບຜິດຊອບ ໃຫ້ບຸກຄົນຢ່າງຈະແຈ້ງ ແລະ ແທດເໝາະກັບສະພາບຕົວ
ຈິງ ຂອງກົມກອງ, ສ້າງຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ ພ້ອມກັນຜ່ານຜ່າຄວາມຍຸ້ງຍາກນາໆປະການ, ທັງເປັນກຳລັງແຮງ ໃນການເຮັດ
ສຳເລັດໜ້າທີ່, ສືບຕໍ່ສ້າງກົມກອງໃຫ້ຈົບງາມ, ຕ້ອງມີການເຝິກອົບຮົມ ໃຫ້ພະນັກງານໂດຍໃຫ້ມີໂຄງຮ່າງ, ມີເປົ້າໝາຍ ແລະ ມີແຜນການລະອຽດ, ເພື່ອ
ຍົກລະດັບສີມື, ຄວາມຊໍານານງານ ໃຫ້ສູງຂຶ້ນ, ເອົາໃຈໃສ່ ປົກປັກຮັກສາ ນຳໃຊ້ພາຫະນະອຸປະກອນ ຮັບໃຊ້ການທົດລອງ ໃຫ້ດີ ແລະ ນຳໃຊ້ໄດ້ຍາວນານ,
ພ້ອມທັງເອົາໃຈໃສ່ແກ້ໄຂຊີວິດ ການເປັນຢູ່ຊຸກຍູ້ການເພີ່ມພູນຜະລິດຜົນ ໂດຍອີງໃສ່ທ່າແຮງບົ່ມຊ້ອນ ຂອງກົມກອງ, ເປັນເຈົ້າການປະຕິບັດລະບຽບວິໄນ
ຂອງກອງທັບ ໃຫ້ເຂັ້ມງວດ ພ້ອມກັນນຳພາສູນວິໄຈໝື້ ເຄື່ອນໄຫວໄດ້ຢ່າງມີປະສິດທິຜົນສູງ, ສ້າງໃຫ້ກາຍເປັນ ກົມກອງເຂັ້ມແຂງ ໜັກແໜ້ນ ແລະ ມີ
ການພັດທະນາຂຶ້ນໄປເລື້ອຍໆ.