ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມຄືບໜ້າການກະກຽມກອງປະຊຸມ
ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ

     ມາຮອດປັດຈຸບັນ, ການກະກຽມຈັດຕັ້ງກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳໃນຂອບກອງປະຊຸມລັດຖະມົນຕີ
ປ້ອງກັນປະເທດ ອາຊຽນ-ບວກ ຄັ້ງທີ 7 (7 th ADMM-Plus EWG on HMA) ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນ
ແມ່ນດ້ານເນື້ອໃນ ແລະ ວຽກງານບໍລິຫານ.


ພົນຕີ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດເພື່ອມະນຸດສະທຳ

     ພັນໂທ ເຟືອງໄຊ ມີລາກົງ ຫົວໜ້າພະແນກການເມືອງ-ຄວາມໝັ້ນຄົງອາຊຽນກົມພົວພັນຕ່າງປະເທດໃນນາມຄະນະປະທານຮ່ວມກອງປະຊຸມດັ່ງກ່າວ
ໄດ້ລາຍງານຕໍ່ກອງປະຊຸມ ລາຍງານຄວາມຄືບໜ້າໃນການກະ ກຽມຈັດຕັ້ງກອງປະຊຸມດັ່ງກ່າວ ໃນຕອນເຊົ້າວັນທີ 29 ມີນາ 2018 ນີ້, ທີ່ສະໂມສອນ
ຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ຄຳສີ ວົງຄຳຊາວ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າຫ້ອງ
ວ່າການກະຊວງປ້ອງກັນປະເທດ, ມີບັນດາຄະນະອະນຸກຳມະການດ້ານຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມເຊິ່ງມີບາງຕອນໃຫ້ຮູ້ວ່າ:

     ກອງປະຊຸມ 7 th ADMM-Plus EWG on HMA ຈະໄຂຂຶ້ນລະຫວ່າງວັນທີ 24-27 ເມສາ 2018 ຢູ່ທີ່ແຂວງຊຽງຂວາງ, ມີຜູ້ເຂົ້າຮ່ວມຕາງໜ້າ
ຈາກ ADMM-Plus ມີ18 ປະເທດ + ກອງເລຂາອາ ຊຽນ + ສູນເກັບກູ້ລະເບີດພາກພື້ນອາຊຽນ (ARMAC) + ອົງການປຶກສາດ້ານວຽກງານເກັບກູ້ລະ
ເບີດ (MAG). ເຊິ່ງກອງປະຊຸມມີຈຸດປະສົງ: 1. ວາງແຜນຂັ້ນຕົ້ນກ່ຽວກັບການເຝິກຊ້ອມຮ່ວມພາກສະໜາມໃນວຽກງານເກັບກູ້ລະເບີດເພື່ອມະນຸດສະທໍາ
ກັບໜ່ວຍງານຮັກສາສັນຕິພາບສາກົນ; 2. ເພື່ອແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການກວດຄົ້ນ, ເກັບກູ້ ແລະ ທໍາລາຍລະເບີດທີ່ບໍ່ທັນແຕກ;
3. ປຶກສາຫາລືກ່ຽວກັບການຮ່ວມມືວຽກງານເກັບກູ້ລະເບີດເພື່ອມະນຸດສະທໍາໃນພາກພື້ນ; 4. ປຶກສາຫາລືກ່ຽວກັບການຮ່ວມມືກັບອົງການຈັດຕັ້ງສາກົນ
ກ່ຽວກັບວຽກງານການເກັບກູ້ລະເບີດເພື່ອມະນຸດສະທໍາ; 5. ເພື່ອເຮັດໃຫ້ບັນດາປະເທດສະມາຊິກອາຊຽນ-ບວກ ເຫັນໄດ້ເຖິງຜົນກະທົບຂອງບັນຫາລະ
ເບີດບໍ່ທັນແຕກໃນ ສປປ ລາວ.

     ຄວາມຄືບໜ້າໃນການກະກຽມມີຄື: 1. ສໍາເລັດຂໍ້ຕົກລົງ; 2. ສໍາເລັດການລົງກວດກາສະຖານທີ່ຕົວຈິງຢູ່ແຂວງຊຽງຂວາງ; 3. ສໍາເລັດການສົ່ງຈົດ
ໝາຍເຊີນ ແລະ ເອກະສານທີ່ກ່ຽວຂ້ອງ-ຈົດໝາຍເຊີນເຂົ້າຮ່ວມ ແລະ ຂຶ້ນນໍາສະເໜີບົດ, ວຽກບໍລິຫານ, ວາລະກອງປະຊຸມ ແລະ ແຜນການເຄື່ອນໄຫວ;
4. ສໍາເລັດແຜນແບ່ງວຽກລະອຽດ; 5. ດໍາເນີນຂຶ້ນແຜນງົບປະມານກອງປະຊຸມ; 6. ສໍາເລັດການເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະອະ
ນຸກໍາມະການ; 7. ສຳເລັດການຄົ້ນຄ້ວາ ແລະ ເອກະພາບດ້ານເນື້ອໃນຂອງກອງປະຊຸມ; 8. ສໍາເລັດຮ່າງເຫດການຈໍາລອງການເຝິກຊ້ອມ; 9. ສໍາເລັດການ
ກະກຽມຜ້າສາກ ແລະ ແຜນຜັງຂອງກອງປະຊຸມ; 10. ໜ່ວຍງານຊ່າງແສງສໍາເລັດການສ້າງແຜນການສາທິດທໍາລາຍລະເບີດ ແລະ ຄວາມຄືບໜ້າຂອງຜູ້
ແທນໄດ້ລົງທະບຽນເຂົ້າຮ່ວມກອງປະຊຸມມີ ກໍາປູເຈຍ, ອາເມຣິກາ, ມາເລເຊຍ ແລະ ອົດສະຕາລີ.

     ສັງຮວມແລ້ວການກະກຽມດ້ານຕ່າງໆໄດ້ມີຄວາມຄືບໜ້າຫຼາຍ ເປັນຕົ້ນແມ່ນດ້ານເນື້ອໃນ ແລະ ວຽກງານບໍລິຫານ; ຄຽງຄູ່ກັນນັ້ນການປະສານງານ
ກັບສະຖານທີ່ຈັດກອງປະຊຸມ ແລະ ທີ່ພັກເຊົາຍັງເຫັນວ່າມີຂໍ້ຫຍຸ້ງຍາກ ( ກອງເລຂາເປັນຜູ້ຊ່ວຍປະສານງານໃນການຈອງໂຮງແຮມໃຫ້ແຂກ ); ການປະສານ
ງານລະຫວ່າງກອງເລຂາ ແລະ ພາກສ່ວນທີ່ກ່ຽວຂ້ອງຢູ່ທ້ອງຖິ່ນຍັງເຫັນວ່າມີຂໍ້ຫຍຸ້ງຍາກ ແລະ ບາງອະນຸກໍາມະການຍັງບໍ່ທັນມີແຜນລະອຽດກ່ຽວກັບໜ້າ
ວຽກຂອງຕົນດັ່ງນີ້ເປັນຕົ້ນ.