ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານການແພດກອງທັບ ກັບ ມະຫາວິທະຍາໄລວິທະຍາສາດ
ສຸຂະພາບກະຊວງສາທາລະນະສຸກຮ່ວມມືກັນດ້ານການສອນ


ພົນຈັດຕະວາ ຄຳເພັດ ສີຊານົນ ເຂົ້າຮ່ວມພິທີລົງນາມການຮ່ວມມືດ້ານວິຊາການສິດສອນ
ລະຫວ່າງວິທະຍາຄານການແພດກອງທັບ ກັບ ມະຫາວິທະຍາໄລວິທະຍາສາດສຸຂະພາບກະຊວງສາທາລະນະສຸກ

     ພິທີລົງນາມການຮ່ວມມືດ້ານວິຊາການສິດສອນລະຫວ່າງວິທະຍາຄານການແພດກອງທັບ (ວພທ) ກັບມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ກະຊວງ
ສາທາລະນະສຸກ ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2019 ນີ້, ໂດຍມີ ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ຮອງ
ສຈ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານວິຊາການ ແລະ ແຂກທີ່ຖືກເຊີນຈາກ 2 ພາກສ່ວນເຂົ້າຮ່ວມ.

     ການລົງນາມໃນຄັ້ງນີ້ ທັງ 2 ພາກສ່ວນໄດ້ຕົກລົງຮ່ວມມືກັນຫຼາຍດ້ານ ເປັນຕົ້ນແມ່ນແລກປ່ຽນບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາ, ແລກປ່ຽນການກໍ່ສ້າງ
ແລະ ພັດທະນາຫຼັກສູດລະດັບຕ່າງໆທີ່ມີຄວາມຈຳເປັນແລກປ່ຽນການຮຽນ-ການສອນ ແລະ ຈັດສຳມະນາດ້ານວິຊາການ, ແລກປ່ຽນຂໍ້ມູນຂ່າວສານດ້ານເຕັກ ນິກ ແລະ
ເຄື່ອງມື ຫຼື ອຸປະກອນການຮັບໃຊ້ການຮຽນການສອນ ແລະ ດ້ານອື່ນອີກຈຳນວນໜຶ່ງ.

     ສະຫາຍ ພັນເອກ ດຣ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານວິທະຍາຄານການແພດກອງທັບໄດ້ລາຍງານວ່າ: ໃນໄລຍະທີ່ຜ່ານມາວິທະຍາຄານການແພດ
ກອງທັບເຄີຍໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຄູ-ອາຈານຈາກມະຫາວິທະຍາໄລວິທະຍາສາດສຸຂະພາບກະຊວງສາທາລະນະສຸກ ເພື່ອມາສິດສອນຢູ່ວິທະຍາຄານ
ການແພດກອງທັບໃນທຸກໆປີ ພ້ອມກັນນີ້ທັງສອງພາກສ່ວນຍັງໄດ້ປຶກສາຫາລື ແລະ ມີການພັດທະນາຍົກລະດັບຫຼັກສູດທາງດ້ານການແພດໃຫ້ແກ່ນັກຮຽນທີ່ມາສຶກສາ
ຢູ່ວິທະຍາຄານການແພດກອງທັບໃຫ້ມີຄຸນນະພາບທຽບເທົ່າກັບມະຫາວິທະຍາໄລວິທະຍາສາດສຸຂະພາບ ການລົງນາມເຊັນບົດບັນທຶກໃນການຮ່ວມມືກັນໃນຄັ້ງນີ້ ກໍ
ແມ່ນການຮ່ວມມືທີ່ດີ ເພື່ອຍົກລະດັບການສິດສອນໃຫ້ມີຄຸນນະພາບສູງຂຶ້ນ.

     ໃນພິທີລົງນາມຮ່ວມມືຄັ້ງນີ້, ກະຊວງປ້ອງກັນປະເທດຍັງໄດ້ຕົກລົງຍ້ອງຍໍຫຼຽນໄຊພິລະອາດຫານຊັ້ນ III ໃຫ້ມະຫາວິທະຍາໄລວິທະຍາສາດສຸຂະພາບກະຊວງສາທາ
ລະນະສຸກຈຳນວນ1 ໜ່ວຍຢ່າງສົມກຽດ.