ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຮັບຮອງຄະນະພັກກອງພົນທີ 2 ສະໄໝທີ VI


     ໃນວັນທີ 26 ມີນາ 2020 ນີ້ ໄດ້ປະກາດຮັບຮອງຄະນະພັກກອງພົນທີ 2 ສະໄໝທີ VI ໂດຍການເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການ
ສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ
ການຮັບຮອງເອົາ ຄະນະພັກ ກອງພົນທີ 2 ສະໄໝທີ VI. ໂດຍອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ x ໝວດທີ v ມາດຕາ 25 ດັ່ງນັ້ນ ຄະນະພັກ
ກະຊວງປ້ອງກັນປະເທດຕົກລົງຮັບຮອງເອົາຄະນະພັກກອງພົນທີ 2 ສະໄໝ VI ປະກອບມີ 11 ສະຫາຍ ດັ່ງນີ້. 1 ສະຫາຍ ພັນເອກ ປອ ສີພອນ ແກ້ວສະໄໝ ເປັນເລຂາ,
2 ສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ເປັນຮອງເລຂາ, 3 ສະຫາຍ ພັນໂທ ວົງເພັດ ເພັງພານິດ ເປັນປະທານກວດກາພັກ, 4 ສະຫາຍ ພັນເອກ ຄຳດີ ໄຊຍະວົງ ເປັນຄະ
ນະ , 5 ສະຫາຍ ພັນເອກທອງນູ ເຊັ່ງຫວ່າງ ເປັນຄະນະ, 6 ສະຫາຍ ພັນໂທ ບຸນກໍ່າ ພີມພົງພັນ ເປັນຄະນະ, 7 ສະຫາຍ ພັນໂທ ບຸນພົບ ວິໄລສັກ ເປັນຄະນະ, 8 ສະຫາຍ
ພັນໂທ ສົມເພັດ ວໍລະວົງ ເປັນຄະນະ, 9 ສະຫາຍພັນໂທ ສອນເພັດ ຈັນສົມ ເປັນຄະນະ, 10 ສະຫາຍ ພັນໂທ ສອນເພັດ ວັນນະໄຊ ເປັນຄະນະ, 11 ສະຫາຍ ພັນໂທ ບຸນ
ເດີມ ດວງຈຳປາ ເປັນຄະນະ. ແລະ ຕົກລົງຮັບຮອງເອົາ ສະຫາຍ ພັນໂທ ວົງສະໝອນ ອຸ່ນດາລາ ແລະ ສະຫາຍ ພັນຕີ ສຸວັນ ອ່ອນສະຫງ່າ ເປັນຮອງປະທານກວດກາພັກ
ຕື່ມອີກ.

     ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍ່ໄດ້ເປັນກຽດໂອ້ລົມພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ແລະ ພະນັກງານຫຼັກແຫຼ່ງຈົ່ງເອົາໃສ່ສືບຕໍ່ປັບປຸງກໍ່ສ້າງພັກ ໃຫ້
ຫນັກແຫນ້ນເຂັ້ມແຂງທັງ 4 ດ້ານ ໂດຍຖືເອົາການສຶກສາອົບຮົມການເມືອງນຳພາແນວຄິດເປັນສຳຄັນຕິດຜັນແຫນ້ນກັບການປັບປຸງບູລະນະກົງຈັກການຈັດຕັ້ງແບບແຜນ
ນຳພາເຮັດວຽກເປັນຫມູ່ຄະນະບຸກຄົນຮັບຜິດຊອບບົນພື້ນຖານລວມສູນປະຊາທິປະໄຕ ຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫລາວັດແທກຄຸນທາດການເມືອງ
ຂອງພະນັກງານສະມາຊິກພັກໄປຄວບຄູ່ກັບການປັບປຸງກໍ່ສ້າງພັກ ແລະ 6 ຫຼັກການປ່ຽນໃໝ່ໃຫ້ຫນັກແຫນ້ນເຂັ້ມແຂງ, ໂອກາດນີ້ສະຫາຍຍັງໄດ້ເນັ້ນໃຫ້ຄະນະພັກ-ຄະ
ນະບັນຊາແຕ່ລະຂັ້ນໂດຍສະເພາະແມ່ນຂະແຫນ່ງການເສນາຮັກ ເອົາໃຈໃສ່ເຜົ້າລະວັງຕິດຕາມກວດກາ,ຕ້ານສະກັດກັ້ນພະຍາດລະບາດ ໂຄວິດ-19 ທີ່ພວມກຳລັງລະບາດ
ຢູ່ໃນໂລກຢ່າງໄກ້ສິດຕິດຕາມຂ່າວສານທີ່ມີມູນຄວາມຈີ່ງຈາກລັດຖະບານພ້ອມກັນປະຕິບັດຢ່າງເຂັ້ມງວດແລະພ້ອມກັນສູ້ຊົນປະຕິບັດໜ້າທີ່ພັດທະນາກົມກອງໃຫ້ເປັນ
ກອງຕົວແບບແລະມີລະບຽບແບບແຜນກ້າວຂື້ນຢ່າງບໍ່ຢຸດຢັ້ງ.