ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານພະລາທິການກອງທັບ ຕ້ອນຮັບຄະນະຜູ້ແທນ
ວິທະຍາຄານພະລາທິການກອງທັບປະຊາຊົນ ຫວຽດນາມ

     ຕອນເຊົ້າວັນທີ 21 ເມສາ 2017 ນີ້, ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຮອງເລຂາ ຄະນະພັກ ຫົວໜ້າການທະຫານວິທະຍາຄານພະລາທິ
ການກອງທັບປະຊາຊົນລາວ ໄດ້ຕ້ອນຮັບການມາຢ້ຽມຢາມຂອງຄະນະຜູ້ແທນວິທະຍາຄານພະລາທິການກອງທັບປະຊາຊົນຫວຽດນາມ ນຳໂດຍ ພົນຕີ ລີວ
ວັນ ໝຽວ ອຳນວຍການວິທະຍາຄານພະລາທິການກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ.


ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ຕ້ອນຮັບຄະນະຜູ້ແທນ   ວິທະຍາຄານພະລາທິການກອງທັບປະຊາຊົນຫວຽດນາມ

     ໃນໂອກາດທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຄະນະທັງສອງຝ່າຍຍັງໄດ້ພົບປະແລກປ່ຽນບົດຮຽນ ແລະສະພາບການຕ່າງໆທີ່ສອງ
ຝ່າຍມີການຮ່ວມມືກັນໃນຂົງເຂດວຽກງານການກໍ່ສ້າງ ແລະປັບປຸງຄຸນນະພາບການສິດສອນກໍ່ສ້າງນາຍທະຫານພະລາທິການໃຫ້ສູງຂຶ້ນ ຕອບສະໜອງ
ກ່ຽວກັບໜ້າທີ່ການເມືອງໃນໄລຍະໃໝ່ຂອງກອງທັບເຮົາ.

     ພັນເອກ ປອ ບົວເຮືອງ ສົມຟອງບຸດຕາຂັນ ແລະ ພົນຕີ ລີວ ວັນ ໝຽວ ພ້ອມກັນຢືນຢັນວ່າ: ສາຍພົວພັນມິດຕະພາບອັນດີງາມທີ່ມີມາແຕ່ດົນນານ
ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບຫວຽດນາມໃນໄລຍະຜ່ານມາ ໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພົວພັນຮ່ວມມືຊ່ວຍ
ເຫຼືອກັນລະຫວ່າງສອງກອງທັບ ລາວ-ຫວຽດນາມ ຫວຽດ-ລາວ ກໍຄືລະຫວ່າງສອງວິທະຍາຄານພະລາທິການກອງທັບລາວ ແລະຫວຽດນາມໄດ້ຂະຫຍາຍ
ຢ່າງບໍ່ຢຸດຢັ້ງເກີດດອກອອກຜົນ ແລະປະກອບສ່ວນຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ລະຫວ່າງສອງພັກ-ລັດ ກອງທັບ ແລະປະຊາຊົນສອງ
ຊາດ ລາວ-ຫວຽດນາມ.