ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການ​ທະຫານ ມອບ​ຄອມ​ພິວ​ເຕີ ​ແລະ ​ໂຟນີ​ໃຫ້​ໂຮງຮຽນນາຍ​ສິບ​ເລກ I

     ວັນ​ທີ 2 ພຶດສະພາ 2017 ນີ້, ຢູ່​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ມີ​ພິທີ​ມອບ-ຮັບ​​ເຄື່ອງຮັບ​ໃຊ້​ຫ້ອງການ​ຈຳ
ນວນ​ໜຶ່ງ​ໃຫ້​ແກ່​ໂຮງຮຽນນາຍ​ສິບ​ເລກ I ຂຶ້ນ ​ໂດຍ​ພາຍ​ໃຕ້​ການ​​ເຂົ້າ​ຮ່ວມ​ເປັນ​ສັກ​ຄີ​ພິຍານ​ຂອງ ສະ​ຫາຍ ພັນ​ເອກ ວິຊຽນ ສີສະ​ອາດ ຮອງ​ຫົວໜ້າ​ກົມ​ວິ
ທະຍາສາດ-ປະຫວັດສາດ ການ​ທະຫານ ມີ​ສະຫາຍ​ ພັນ​ເອກ ສີ​ລາ​ວົງ ບຸນ​ມີ​ໄຊ ຮອງ​ອຳນວຍ​ການ​ໂຮງຮຽນ ມີ​ພາກສ່ວນ​ກ່ຽວຂ້ອງ​​ເຂົ້າ​ຮ່ວມ.


ພິທີ ມອບ-ຮັບ ຄອມພິວເຕີ ແລະ ໂຟນີ ໃຫ້ໂຮງຮຽນນາຍສິບເລກ I

     ພັນ​ໂທ ສັນຕິ ຫຼ່ຽມຜີ ຮອງ​ຫົວໜ້າ​ພະ​ແນ​ກວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະສິ່ງ​ແວດ​ລ້ອມ ຕ່າງ​ໜ້າ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ​ໄດ້​
ກ່າວ​ມອບຢ່າງ​ເປັນ​ທາງ​ການ ​ເຄື່ອງ​ທີ່​ມອບ​ຄັ້ງ​ນີ້​ປະກອບ​ດ້ວຍ ຄອມ​ພິວ​ເຕີຕັ້ງ​ໂຕະ 1 ຊຸດ, ​ເຄື່ອງ​ໂຟນີ 1 ຊຸດ ມີ 10 ໜ່ວຍ ລວມມູນ​ຄ່າ 5 ລ້ານ​ກີບ ​ແລະ
ກ່າວ​ຮັບ​ໂດຍ​ແມ່ນ ສະຫາຍ ພັນ​ເອກ ສີ​ລາ​ວົງ ບຸນ​ມີ​ໄຊ ຮອງ​ອຳນວຍ​ການ​ໂຮງຮຽນ ຫົວໜ້າ​ຫ້ອງ​ອົບຮົມ​ໂຮງຮຽນ​ເລກ I ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​
ຂອບ​ໃຈ​ຕໍ່ການ​ປະກອບສ່ວນ​ວັດຖຸ​ອຸປະກອນ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ໂຮງຮຽນຄັ້ງ​ນີ້ ພ້ອມ​ທັງ​ຢືນຢັນ​ວ່າ​ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ໄປ​ປະກອບສ່ວນ
​ເຂົ້າ​ຮັບ​ໃຊ້​ເຮັດ​ໜ້າ​ທີ່​ລວມຂອງ​ໂຮງຮຽນ ​ແລະຈະ​ປົກ​ປັກ​ຮັກສາ​ໃຫ້​ໃຊ້​ໄດ້​ຍາວ​ນານມີ​ປະສິດ​ທິຜົນ​ສູງ ​ແລະເຊື່ອ​ໝັ້ນ​ວ່າການ​ພົວພັນ​ຮ່ວມ​ມື​ສອງ​ພາກສ່ວນ
​ຈະ​ສືບຕໍ່ພົວພັນ​ຮ່ວມ​ມື​ກັນ​ຕໍ່​ໄປ.