ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 64 ກໍລະນີ


     ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ນາງ ດຣ. ບົວເທບ ພູມີນ ຮອງຫົວ ໜ້າກົມປີ່ນປົວ ແລະ ຟື້ນຟູ
ໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19
ໄດ້ລາຍງານປະຈໍາວັນທີ 01 ພຶດສາພາ ນີ້ວ່າ: ຜົນກວດໃນວັນທີ 30 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,003 ຄົນ, ຜົນກວດວິ
ເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 64 ຄົນ. ມາຮອດປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 821 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51
ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈໍານວນ 770 ຄົນ, ໃນນີ້: ນະຄອນຫຼວງວຽງຈັນ 557 ຄົນ (ໃໝ່ 49), ແຂວງຈຳປາສັກ 106 ຄົນ (ໃໝ່
13), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 25 ຄົນ, ແຂວງບໍ່ແກ້ວ 31 ຄົນ, ແຂວງສາລະວັນ 6
ຄົນ (ໃໝ່ 1), ແຂວງອຸດົມໄຊ 5 ຄົນ (ໃໝ່ 1), ແຂວງຫຼວງນ້ຳທາ 6 ຄົນ, ແຂວງວຽງຈັນ 10 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ
ນະຄອນຫຼວງວຽງຈັນ, ຜົ້ງສາລີ 3 ຄົນ, ແຂວງຫຼວງພະບາງ 14 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງ
ຊຽງຂວາງ 1 ຄົນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/05/2021