ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຮັບຮອງເອົາຄະນະພັກ ກອງພົນທີ 4 ສະໄໝທີ VI


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ ​ເປັນ​ປະທານ

     ວັນທີ 28 ພຶດສະພາ 2020 ນີ້, ຢູ່ທີ່ສະໂມສອນ ກອງພົນທີ 4 ກະຊວງປ້ອງກັນປະເທດ ໄດ້ປະກາດຮັບຮອງເອົາຄະນະພັກ ກອງພົນທີ 4 ສະໄໝທີ VI, ໂດຍການເປັນປະ
ທານຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຮອງກົມຈັດຕັ້ງ
ພັກ, ຄະນະພັກ-ຄະນະບັນຊາກອງພົນທີ 4, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຕະຫຼອດຮອດພະນັກງານສະມາຊິກພັກທົ່ວກອງພົນທີ 4 ເຂົ້າຮ່ວມ.

     ສະຫາຍ ພັນໂທ ຈັນທາ ບຸນນະວົງ ຮອງຫົວໜ້າ ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຄະນະພັກ ກະຊວງປ້ອງກັນປະເທດ ສະບັບເລກ ທີ
1646/ຄພກປທ ລົງວັນທີ 19 ມີນາ 2020 ວ່າດ້ວຍການຮັບຮອງເອົາຄະນະພັກ ກອງພົນທີ 4 ສະໄໝທີ VI ໂດຍອີງໃສ່ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ X
ໝວດທີ V ມາດຕາທີ 25 ວ່າດ້ວຍສະໄໝກອງປະຊຸມໃຫຍ່ຜູ້ແທນ 3 ຂັ້ນ ອີງຕາມຜົນຂອງການປ່ອນບັດເລືອກຕັ້ງ ຄະນະພັກສະໄໝທີ VI ຂອງຄະນະພັກກອງພົນທີ 4. ຄະນະ
ພັກກະຊວງປ້ອງກັນປະເທດ ໄດ້ຕົກລົງຮັບຮອງເອົາ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ເປັນເລຂາ ຄະນະພັກ, ສະຫາຍ ພັນເອກ ຄຳຍໍ ລິນສົມພູ ເປັນຮອງເລຂາ, ສະຫາຍ
ພັນເອກ ຈັນແດງ ຂຸນຍຸລາດ, ສະຫາຍ ພັນເອກ ຕາງຕາ ຕາດເວີນຄຳ, ສະຫາຍ ພັນເອກ ບຸນທອນ ສຸພາວົງໄຕ, ສະຫາຍ ພັນເອກ ທອງເດືອນ ໄຊຍະລາດ, ສະຫາຍ ພັນໂທ ຄຳໄພ
ໄຊສົງຄາມ, ສະຫາຍ ພັນໂທ ບຸນທັນ ແກ້ວພູວົງ, ສະຫາຍ ພັນໂທ ທອງສາ ວໍອິນລະພົມ, ສະຫາຍ ພັນໂທ ວິເລີດ ສວຍມາລີ, ສະຫາຍ ພັນໂທ ຈັນທຸມມາ ນໍ່ອາມາດ ເປັນຄະນະ
ພັກ ກອງພົນທີ 4, ຕົກລົງຮັບຮອງເອົາ ຄະນະປະຈໍາພັກ ກອງພົນທີ 4 ປະກອບມີ: ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ, ສະຫາຍ ພັນເອກ ຄຳຍໍ ລິນສົມພູ, ສະຫາຍ ພັນເອກ
ຈັນແດງ ຂຸນຍຸລາດ, ຕົກລົງຮັບຮອງເອົາປະທານ, ຮອງປະທານກວດກາພັກ ປະກອບມີ: ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ເປັນປະທານກວດກາພັກ, ສະຫາຍ ພັນໂທ ສຸກັນ
ສີລາດວງໃຈ ແລະ ສະຫາຍ ພັນໂທ ບຸນຕັງ ດາລາວັນ ເປັນຮອງປະທານກວດກາພັກ ການປະກາດຮັບຮອງເອົາຄະນະພັກຊຸດໃໝ່ ແມ່ນເປັນການປັບປຸງການຈັດຕັ້ງພັກ ໃນກໍາລັງ
ປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນໄລຍະໃໝ່.

     ໂອກາດນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ໂອ້ລົມເນັ້ນໜັກໃຫ້ຄະນະພັກ ກອງພົນທີ 4 ຕ້ອງເພີ່ມທະວີບົດບາດການນຳພາຂອງພັກ ເຂົ້າໃນທຸກຂົງເຂດວຽກງານຕົວ
ຈິງຂອງກົມກອງ ຍົກສູງຄວາມຮັບຜິດຊອບ ແລະ ສ້າງຄວາມສາມັກຄີພາຍໃນຄະນະພັກ-ໃນໝູ່ຄະນະໃຫ້ມີຄວາມເປັນເອກະພາບ ແໜ້ນແຟ້ນ ເຊີດຊູນ້ຳໃຈຮັກຊາດຕັ້ງໜ້າປັບປຸງ
ແບບແຜນວິທີເຮັດວຽກ, ແບບແຜນວິທີການນຳພາຂອງ ຄະນະພັກຊຸດໃໝ່ ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມກັນ
ນັ້ນກໍຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງ, ປົວແປງຮັກສາພາຫະນະ-ອາວຸດ ເຕັກນິກຍຸດໂທປະກອນໃຫ້ມີຄວາມຮັບປະກັນ 100% ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງປ່ຽນແປງໃໝ່ຂອງພັກ
ໃນແຕ່ລະໄລຍະ ຖືເອົາ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ອົງ ຄະນະພັກກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດຜົນເປັນຈິງ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງ ກົມ
ກອງຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາເພື່ອນຳພາກົມກອງກ້າວຂຶ້ນ ເປັນກົມກອງວັດທະນະທຳ, ນັກຮົບວັດທະນະທຳ ແລະ ສ້າງພັກ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ.