ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໃນວັນທີ 01 ມິຖຸນາ ພົບຜູ້ຕິດເຊື້ອພະຍາດ COVID-19 ໃນ ສປປ ລາວ 17 ກໍລະນີ

     ໃນວັນທີ 01 ມີຖຸນາ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າ
ກອງເລຂາຄະນະສະເພາະກິດ ເພ ີ່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ໄດ້ລາຍງານ ສະພາບຕົວເລກ ການຕິດເຊື້ອ
ພະຍາດ COVID-19 ຢູ່ ສປປ ລາວ ປະຈຳວັນອັງຄານ ວັນທີ 01 ມີຖຸນາ ປີ 2021 ໃຫ້ຮູ້ວ່າ ເມື່ອ ໃນວັນທີ 31 ພຶດສະພາ 2021 ທົົ່ວປະເທດ ໄດ້ມີ
ການເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດ COVID-19 ທັງໝົດ 2,216 ຕົວຢ່າງ ໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 17 ກໍລະນີ ມີ້ຕິດຜູ້ຕິດເຊື້ອສະ
ສົມທັງໝົດ 1,929 ຄົນ (ໃໝ່ 17), ເສຍຊິວິດສະສົມທັງໝົດ 03 ຄົນ (ໃໝ່ 00 ), ປິ່ນປົວຫາຍດີທັງໝົດ 1,599 ຄົນ (ໃໝ່ 56 ຄົນ) ແລະ ຍັງຕິດ
ຕາມປິ່ນປົວທົົ່ວປະເທດທັງໝົດ 310 ຄົນ. + ກໍລະນີຕິດເຊື້ອໃໝ່ 17 ຄົນ (ກໍລະນີຢັ້ງຢືນທີ 1913 – 1929): ຕິດໃນຊຸມຊົນ 12 ( ນະຄອນຫຼວງ ),
ນຳເຂົົ້າ 5 ( ສະຫວັນນະເຂດ 2 ກໍລະນີ ແລະ ຈຳປາສັກ 3 ກໍລະນີ ) ເຊິີ່ງກວດພົບເຊື້ອ ໃນແຮງງານລາວທີີ່ກັບຄືນປະເທດຖືກຕ້ອງຕາມກົດໝາຍ. + ບັນ
ດາສະຖານທີີ່ສ່ຽງຂອງຜູ້ຕິດເຊື້ອໃໝ່ໃນຊຸມຊົນນະຄອນຫຼວງວຽງຈັນມີ: - ກະຊວງຍຸດຕິທຳ, ກົມໂຄສະນາອົມຮົບເຜີຍແຜ່ກົດໝາຍ (ກໍລະນີຕິດເຊື້ອເຂົົ້າ
ຫ້ອງການ ວັນທີ 24, 25 ແລະ 28/5); - ມະຫາວິທະຍາໄລແຫ່ງຊາດ: ຫ້ອງການຈັດຕັົ້ງ (ກໍລະນີຕິດເຊື້ອເຂົົ້າຫ້ອງການວັນທີ 26/5), ຄະນະສຶກສາສາດ,
ພາກວິຊາພາສາຕ່າງປະເທດ (ກໍລະນີຕິດເຊື້ອເຂົົ້າຫ້ອງການວັນທີ 28/5), ຄະນະວິທະຍາສາດທຳມະຊາດ, ພາກວິຊາວິທະຍາສາດຄອມພິວເຕີ (ກໍລະນີຕິດ
ເຊື້ອເຂົົ້າຫ້ອງການ ວັນທີ 15, 21-23/5); - ຕະຫຼາດວິທະຍາເຂດດົງໂດກ; - ບ້ານຕານມີໄຊ, ຕະຫຼາດຕານມີໄຊ; - ຮ້ານ Pizza company ສາຂາດົງ
ໂດກ (ກໍລະນີຕິດເຊື້ອໄປເຮັດວຽກທຸກມື້ ແລະ ມື້ສຸດທ້າຍທີີ່ໄປແມ່ນວັນທີ 30/5); - ບ້ານ ໂພນປູ່າເປົ້າ. (ປະຈຸບັນຈຳນວນບ້ານແດງໃນ ນະຄອນຫຼວງ
ວຽງຈັນ ແມ່ນມີ 21 ບ້ານ ໃນ 07 ເມືອງ.)

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/06/2021