ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ຮ່ວມມືວຽກງານວິທະຍາສາດ-ປະຫວັດສາດການທະຫານ


ພົນຈັດຕະວາ ວຽງໄຊ ສົມວິຈິດ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມກັບນັກວິຊາການ
ຈາກສະຖາບັນປະຫວັດສາດແລະສະຖາບັນຍຸດທະສາດກະຊວງປ້ອງກັນປະເທດສສຫວຽດນາມ

     ວັນທີ 25 ມິຖຸນາ 2019 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບນັກວິຊາການຈາກສະຖາບັນປະຫວັດສາດ ແລະ
ສະຖາບັນຍຸດທະສາດກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ ການທະຫານ
ມີພະນັກງານຫຼັກແຫຼ່ງຈາກພະແນກກ່ຽວຂ້ອງເຂົ້າຮ່ວມ.

     ໃນການປຶກສາຫາລືກັບຄະນະວິຊາການຈາກຫວຽດນາມ ທີ່ຈະມາຊ່ວຍຂຽນບົດນິພົນໃນວຽກງານເພີ່ມທະວີຮ່ວມມື ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບ
ປະຊາຊົນຫວຽດນາມໃນສະພາບການໃໝ່ ແລະ ບົດນິພົນການສູ້ຮົບປ້ອງກັນບໍລິເວນແຂວງໄຊຍະບູລີໃນສະພາບການໃໝ່ ສ່ວນວຽກງານປະຫັວດສາດ ຈະຊ່ວຍປະກອບ
ສ່ວນຂຽນໂຄງການປະຫັວດສາດຮ່ວມສຳພັນສູ້ຮົບຂອງກຳລັງເປັນກາງຮັກຊາດແຕ່ປີ 1960-1975.

     ໃນໂອກາດນີ້, ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ເນັ້ນໜັກໃຫ້ສອງພາກສ່ວນກ່ຽວຂ້ອງຈົ່ງເພີ່ມທະວີວຽກງານພົວພັນຕ່າງປະເທດຕາມ
ແນວທາງຂອງພັກ ອອກແຮງສຶກສາຄົ້ນຄ້ວາຮໍ່າຮຽນຖອດຖອນເອົາບົດຮຽນນຳວິຊາການທີ່ມາຊ່ວຍຄັ້ງນີ້ ເຮັດໃຫ້ວຽກງານທີ່ໄດ້ຮັບການມອບໝາຍຈາກສອງກະຊວງປະ
ສົບຜົນສຳເລັດເປັນຢ່າງດີ ເພີ່ມທະວີສາຍພົວພັນຮ່ວມມືແບບພິເສດ ສອງພັກ, ສອງລັດ ແລະ ສອງ ກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນ
ຕະຫຼອດໄປ.