ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 644 ຈັດ​ພິທີ​ມອບ​ຮັບໂຄງການກໍ່ສ້າງ


ພິທີມອບ-ຮັບໂຄງການການກໍ່ສ້າງ

     ພິທີມອບ-ຮັບໂຄງການກໍ່ສ້າງລະຫວ່າງຜູ້ຮັບເໝົາຄື: ບໍລິສັດວົງວິໄລ ຈະເລີນກໍ່ສ້າງ ກັບ ກອງພັນໃຫຍ່ 644 ໄດ້ຈັດຂຶ້ນໃນ ວັນທີ 28 ມິຖຸນາ 2020 ທີ່ ຜ່ານມານີ້
ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ຄະນະປະຈຳພັກກະຊວງ ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ ມີ ທ່ານ ພັນເອກ ພິເສດ
ຕ່າວ ວັນ ທາຍ ທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ, ມີ ສະຫາຍ ລຳພອນ ວົງວິໄລ ປະທານບໍລິສັດວົງວິໄລ ຈະເລີນກໍ່ສ້າງມີຄະນະພັກ-ຄະນະບັນຊາ,
ພະນັກງານຫຼັກແຫຼ່ງ, ຈາກພະແນກການ, ກົມກອງອ້ອມຂ້າງກອງພັນໃຫຍ່ 644 ເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ລຳພອນ ວົງວິໄລໄດ້ຂຶ້ນກ່າວມອບໂຄງການກໍ່ສ້າງຕາມສັນຍາຮັບເໝົາໂຄງການກໍ່ສ້າງຄື: ສະໂມສອນ, ເດີ່ນຫັດແອບການທະຫານ, ຜາມໄຊ ແລະ ເສົາທຸງ
ຂອງ ກອງພັນໃຫຍ່ 644, ຕາມການປະຕິບັດວຽກງານຂອງຜູ້ຮັບເໝົາ ເຊິ່ງໄດ້ຈັດຕັ້ງລົງມືກໍ່ສ້າງແຕ່ເດືອນ ຕຸລາ ປີ 2018 ເປັນຕົ້ນມາປັດຈຸບັນແມ່ນໄດ້ສຳເລັດ 100%
ເຊິ່ງມີການຢັ້ງຢືນ ແລະ ຮັບຮອງເອົາຈາກຄະນະກຳມະການ - ເຈົ້າຂອງໂຄງການ, ໃນໄລຍະຄ້ຳປະກັນ 10 ເດືອນ. ທຸກການເປ່ເພເຊື່ອມໂຊມທີ່ເກີດມາຈາກການກໍ່ສ້າງບໍ່ໄດ້
ມາດຕະຖານ, ຜູ້ຮັບເໝົາກໍ່ສ້າງຈະກໍ່ສ້າງ ແລະ ສ້ອມແປງຄືນໃໝ່ໃຫ້ຢູ່ໃນສະພາບດີເປັນທີ່ເພິ່ງພໍໃຈຂອງເຈົ້າຂອງ ໂຄງການດ້ວຍທຶນຮອນຂອງບໍລິສັດເອງ. ພ້ອມນີ້ ສະ
ຫາຍ ພັນເອກ ຄຳສີ ພົມມະຈັນ ເລຂາຄະນະພັກ, ຫົວໜ້າ ການເມືອງກອງພັນໃຫຍ່ 644 ກໍໄດ້ຂຶ້ນກ່າວຮັບເອົາໂຄງການດັ່ງກ່າວ, ທັງນີ້ກໍເພື່ອອຳນວຍຄວາມສະດວກ,
ນຳໃຊ້ເຂົ້າໃນວຽກງານລວມສະເພາະໜ້າ ແລະ ຍາວນານຂອງກົມກອງໃຫ້ເກີດຜົນປະໂຫຍດສູງ. ຈາກນັ້ນທັງສອງຝ່າຍກໍໄດ້ເຊັນມອບ-ຮັບໂຄງການກໍ່ສ້າງ ແລະ ຢັ້ງຢືນ
ຈາກ ຫົວໜ້າ ຫ້ອງວ່າການ ກະຊວງປ້ອງກັນປະເທດ.

     ໂອກາດນີ້ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ໃນນາມປະທານກໍໄດ້ໂອ້ລົມຕໍ່ພິທີ ແລະ ສະ ແດງຄວາມຂອບໃຈມາຍັງກົມກອງ ແລະ ບໍລິສັດທີ່ໄດ້ລົງມືກໍ່ສ້າງໂຄງການ
ດັ່ງກ່າວພ້ອມນີ້ ກໍໄດ້ຮຽກຮ້ອງ ແລະ ເນັ້ນຕື່ມໃຫ້ກົມກອງເອົາໃຈໃສ່ປົກປັກຮັກສາປັບປຸງປົວແປງໃຫ້ມີຄວາມສະອາດຈົບງາມ ແລະ ນຳໃຊ້ໃຫ້ໄດ້ດົນນານ.