ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ອ່ອນສີ ແສນສຸກ ລົງເຄື່ອນໄຫວຢ້ຽມຢາມໂຮງງານຊີມັງລາວວັງວຽງ

     ໃນວັນທີ 30 ກໍລະກົດ 2017 ນີ້, ທ່ານ ພົນຕີ ອ່ອນສີ ແສນສຸກ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະໄດ້
ລົງເຄື່ອນໄຫວຢ້ຽມຢາມໂອ້ລົມຊີ້ນຳວຽກງານການຜະລິດ-ທຸລະກິດຢູ່ໂຮງງານຊີມັງລາວວັງວຽງ, ມີຄະນະພັກ-ຄະນະອຳນວຍການ ແລະ ບັນດາສະຫາຍຕາງ
ໜ້າພະນັກງານກຳມະກອນເຂົ້າຮ່ວມ.


ພົນຕີ ອ່ອນສີ ແສນສຸກ ລົງເຄື່ອນໄຫວຢ້ຽມຢາມໂຮງງານຊີມັງລາວວັງວຽງ

     ພັນໂທ ຄຳບົນ ໄຊເລົາວົງ ຮອງຜູ້ອຳນວຍການໃຫຍ່ລັດວິສະຫະກິດ ພກອ ແລະ ບັນດາຜູ້ອຳນວຍການໂຮງງານຊີມັງລາວວັງວຽງທັງ 3 ຫຼັງກໍໄດ້ຜັດ
ປ່ຽນກັນຂຶ້ນລາຍງານການເຄື່ອນໄຫວດ້ານຕ່າງໆໂດຍຫຍໍ້ຂອງລັດວິສາຫະກິດ ແລະ ໂຮງງານຊີມັງລາວວັງວຽງຫຼັງ 1, ຫຼັງ 2, ຫຼັງ 3 ທີ່ຢູ່ພາຍໃຕ້ການຊີ້
ນຳໂດຍກົງຂອງລັດວິສາຫະກິດ ພກອ ແລະ ຂຶ້ນກັບການຄຸ້ມຄອງຂອງກະຊວງປ້ອງກັນປະເທດ. ໃນປັດຈຸບັນເສດຖະກິດປະເທດເຮົາມີການເຕີບໃຫຍ່ຂະ
ຫຍາຍຕົວ, ປະເທດຊາດມີການພັດທະນາຕາມຍຸກສະໄໝ, ໃນນັ້ນໂຮງງານຜະລິດຊີມັງມີເພີ່ມຂຶ້ນມີທັງໝົດ 17 ແຫ່ງໃນທົ່ວປະເທດ, ດັ່ງນັ້ນ ການຜະລິດ
ແລະ ຈຳໜ່າຍແມ່ນພົບກັບສິ່ງທ້າທາຍທົດສອບຫຼາຍຢ່າງ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ, ຍ້ອນການແກ້ງແຍ້ງດ້ານຕະຫຼາດຈຳໜ່າຍຊີມັງທັງພາຍໃນ ແລະ
ຕ່າງປະເທດ, ຊີມັງໃນທ້ອງຕະຫຼາດເພີ່ມຂຶ້ນເຮັດໃຫ້ລາຄາຊີມັງບໍ່ຄົງຕົວ ແລະ ມີການຫຼຸດຄາລາລົງເລື້ອຍໆ, ສົມທົບກັບບັນດາວັດຖຸດິບທີ່ນຳມາຜະລິດຊີ
ມັງມີຈຳນວນຫຼຸດໜ້ອຍລົງ, ເຊິ່ງມີຜົນກະທົບທາງການຜະລິດຂອງໂຮງງານ.

     ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ກ່າວຊີ້ນຳວ່າ: ບັນດາປາກົດການຕ່າງໆທີ່ເກີດຂຶ້ນນັ້ນຄະນະພັກ-ຄະນະນຳທຸກຂັ້ນຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງໃຫ້
ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ແລະ ພະຍາຍາມແກ້ໄຂຈຸດຄົງຄ້າງ ແລະ ຜົນກະທົບດັ່ງກ່າວຢ່າງຮີບດ່ວນໃຫ້ຖືກຕ້ອງສອດ
ຄ່ອງ, ເພື່ອຍົກສູງຄຸນນະພາບການຜະລິດ ແລະ ການຄຸ້ມຄອງຈຳໜ່າຍໃຫ້ດີຂຶ້ນ, ພ້ອມນັ້ນຕ້ອງເອົາໃຈໃສ່ເພີ່ມທະວີຄວາມສາມັກຄີພາຍໃນຢ່າງແໜ້ນ
ແຟ້ນ.