ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມຄືບໜ້າການຄົ້ນຫາຜູ້ສູນຫາຍຈາກໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

     ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຫົວໜ້າຄະນະຮັບຜິດຊອບຊ່ວຍເຫຼືອກອບກູ້ໄພພິບັດນໍ້າຖ້ວມ
ຢູ່ແຂວງອັດຕະປື ຂອງກະຊວງປ້ອງກັນປະເທດ ພ້ອມຄະນະໄດ້ຖະແຫຼງຂ່າວຄວາມຄືບໜ້າຂອງການປະຕິບັດການກອບກູ້ ແລະ ຊອກຄົ້ນຫາຜູ້ສູນຫາຍ ຈາກ
ເຫດການໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນຕອນແລງວັນທີ 1 ສິງຫາ2018 ເຊິ່ງເປັນມື້ທີ 9 ຂອງພາລະກິດຄົ້ນຫາ ເຊິ່ງມາຮອດ
ເວລາ 17 ໂມງ ຂອງວັນທີ 1 ສິງຫາ ນີ້ສາມາດຊອກຄົ້ນຜູ້ສູນຫາຍ ໄດ້ຕື່ມອີກ 2 ສົບ, ລວມເປັນ 13 ສົບ, ສວ່ນເປົ້າໝາຍຍັງຈະສືບຕໍ່ຄົ້ນຫາອີກຈຳ
ນວນ 118.


ຄວາມຄືບໜ້າການຄົ້ນຫາຜູ້ສູນຫາຍຈາກໄພນ້ຳຖ້ວມ ຢູ່ເມືອງສະໜາມໄຊ

     ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ກ່າວວ່າ: ຕະຫລອດໄລຍະຜ່ານມາ, ຄະນະຮັບຜິດຊອບພາກສະໜາມທຸກພາກສ່ວນ ນັບທັງມາຈາກສູນກາງ ແລະ
ທ້ອງຖິ່ນ, ລວມທັງກຳລັງ ປກຊ-ປກສ, ອົງການຈັດຕັ້ງສັງຄົມ ທຸກພາກສ່ວນໄດ້ສຸມຈິດສຸມໃຈ ເຂົ້າໃນການປະຕິບັດໜ້າທີ່ຊ່ວຍເຫຼືອ, ກອບກູ້ ແລະ ຊອກ
ຄົ້ນ ຜູ້ຖືກເຄາະຮ້າຍຢ່າງເອົາຈິງເອົາຈັງ, ປະຕິບັດໜ້າທີ່ດ້ວຍໃຈທີ່ເປັນຫ່ວງເປັນໃຍຢ່າງສຸດຊຶ້ງຕໍ່ໂຊກຊະຕາກຳຂອງປະຊາຊົນຢ່າງແທ້ຈິງ, ຫຼາຍຂະແໜງການ,
ຫຼາຍສະຫາຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນການປະຕິບັດໜ້າທີ່, ເຮັດວຽກແຂ່ງກັບເວລາອີ່ຫຼີ. ນັບແຕ່ວັນທີ 27 ກໍລະກົດ 2018 ເປັນ
ຕົ້ນມາພວກເຮົາໄດ້ ປ່ຽນຈາກການຊອກຄົ້ນທາງເຮືອເປັນຈຸດໜັກຫັນມາເອົາການຊອກຄົ້ນທາງບົກເປັນຕົ້ນຕໍ. ສະເພາະ 02 ວັນທີ່ຜ່ານມາຄື 31 ກໍລະກົດ
ແລະ ວັນທີ 1 ກໍລະກົດ 2018 ແມ່ນປະຕິບັດການຊອກຄົ້ນທາງບົກ (ຍ່າງດ້ວຍຕີນ) 100%, ເນື່ອງຈາກ ໄດ້ຄົ້ນຕາມລຳນ້ຳທີ່ກ່ຽວຂ້ອງ ໂດຍສະເພາະລຳ
ນ້ຳເຊປຽນໄດ້ຊອກຄົ້ນ ແຕ່ບ້ານຫີນລາດ (ບ້ານເໜືອ ສຸດ) ລົງຮອດປາກເຊປຽນ ເກືອບເວົ້າໄດ້ວ່າຫຼາຍຫຼົບຫຼາຍຕ່າວ ແລະ ລະອຽດພໍສົມຄວນ ແຕ່ກໍບໍ່
ພົບເຫັນຈຳນວນຜູ້ສູນຫາຍ.

     ສຳລັບການຊອກຄົ້ນທາງບົກ ໃນວັນທີ 31 ກໍລະກົດ ພວກເຮົາໄດ້ສຸມໃສ່ຊອກຄົ້ນຢູ່ພາຍໃນ 6 ບ້ານທີ່ຖືກຜົນກະທົບໜັກ, ຕົ້ນຕໍເລັ່ງໃສ່ຂອບເຂດບໍ
ລິເວນບ້ານເຮືອນຂອງປະຊາຊົນ; ໂດຍນຳເອົາລົດໄຖຈຳນວນ 10 ຄັນ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ບໍລິສັດ SK ເຂົ້າໄປຊ່ວຍເລີກຮື້ກອງຂີ້ເຫຍື້ອ,
ກອງດິນ, ກອງຊາຍທີ່ສົງໄສວ່າມີສີ່ງຕົກຄ້າງຢູ່. ສ່ວນມື້ນີ້ ວັນທີ 1 ກໍລະກົດ 2018 ພວກເຮົາຫັນກຳລັງໄປຊອກຄົ້ນຕາມທົ່ງນາ, ຕາມສວນ (ຫົວໄຮ່, ປາຍ
ນາຕາມແລວນ້ຳໄປ) ແລະ ຍັງກະຈາຍກຳລັງຈຳນວນໜຶ່ງຊອກຄົ້ນຕາມປ່າໄມ້ວົງນອກຂອງທົ່ງໄຮ່, ທົ່ງນາ ເພື່ອໝັ້ນໃຈວ່າຢູ່ພາຍໃນບ້ານ ແລະ ທົ່ງໄຮ່, ທົ່ງ
ນາ, ຮົ້ວສວນອ້ອມຮອບບ້ານບໍ່ມີຫຍັງສົງໄສອີກແລ້ວ ຈຶ່ງຈະປະຕິບັດ ມາດຕະການໃໝ່ຕໍ່ໄປ.

     ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກ່າວອີກວ່າ: ໜ້າວຽກມື້ຕໍ່ໄປແມ່ນຈະສືບຕໍ່ປະຊຸມວາງແຜນທົບທວນຄືນຜົນການຊອກຄົ້ນໃນພື້ນທີ່ບໍລິເວນ
ບ້ານ ແລະ ຫົວໄຮ່ປາຍນາ 6 ບ້ານ ເປົ້າໝາຍ, ຖ້າສໍາເລັດແລ້ວ ແມ່ນຈະຫັນກຳລັງເຂົ້າຊອກຄົ້ນທິດໃຕ້ຂອງແລວນ້ຳ (ໝາຍວ່າ ທິດໃຕ້ 6 ບ້ານເປົ້າໝາຍ)
ນັບແຕ່ທິດໃຕ້ທົ່ງນາບ້ານໃໝ່, ບ້ານທ່າແສງຈັນລົງໄປຫາຫ້ວຍນ້ຳແຕ່ລະສາຍ (ນີ້ເປັນກ້າວທີ 4 ສຳລັບການຊອກຄົ້ນຜູ້ສູນຫາຍ ແລະ ຈະໃຊ້ເວລາຢ່າງ
ໜ້ອຍ 2-3 ວັນ.