ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 92 ປີ


ພົນເອກ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມງານວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 92 ປ

     ໃນຕອນຄ່ຳຂອງວັນທີ 31 ກໍລະກົດ 2019 ນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະ
ຊາຊົນຈີນ ຄົບຮອບ 92 ປີຂຶ້ນ (1/8/1927-1/8/2019) ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ,
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາລັດຖະມົນຕີກະຊວງຕ່າງໆ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

     ໃນງານລ້ຽງສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ສະຫາຍ ພັນເອກ ພິເສດ ເສີນ ຢົງຈິ້ງ ໄດ້ຍົກໃຫ້ເຫັນເຫດການລຸກຮືຂຶ້ນຢູ່ເມືອງໜານຊາງ ວັນ
ທີ 1 ສິງຫາ 1927, ເຊິ່ງເປັນຂີດໝາຍກໍາເນີດຂອງກອງທັບປົດປ່ອຍປະຊາຊົນຈີນແບບໃໝ່ທີ່ນໍາພາໂດຍພັກຄອມມູນິດຈີນ. ເລີ່ມຈາກນັ້ນມາ, ພາຍໃຕ້ການຊີ້ນຳ-ນຳພາ
ຂອງພັກຄອມມູນິດຈີນ, ກອງທັບໄດ້ອຸທິດຕົນຢ່າງອົງອາດກ້າຫານເພື່ອປົດປ່ອຍເອົາຄວາມຜາສຸກມາໃຫ້ປະຊາຊົນຈີນ ແລະ ສະແຫວງຫາຄວາມເປັນເອກະລາດ, ການຟື້ນ
ຟູຄວາມຮຸ່ງເຮືອງຂອງຊາດຈີນໄດ້ຜູກມັດສະຕາກຳກັບປະຊາຊົນຈີນ ແລະ ຊາດຈີນໄວ້ນຳກັນ. ຕະຫຼອດ 92 ປີຜ່ານມາ, ກອງທັບປົດປ່ອຍປະຊາຊົນຈີນໄດ້ຜ່ານຜ່າແປວໄຟ
ສົງຄາມ ແລະ ອຸປະສັກທີ່ລະອິດລະອ້ຽວທີ່ສຸດ ແລະ ໄດ້ເສຍສະຫຼະຊິວິດເລືອດເນື້ອຢ່າງໃຫຍ່ຫຼວງ, ແຕ່ໄດ້ຮັບໄຊຊະນະຢ່າງສະຫງ່າງາມເປັນແຕ່ລະໄລຍະມາ ເຊິ່ງໄດ້ສ້າງ
ຄຸນງາມຄວາມດີອັນຍິ່ງໃຫຍ່ ໃຫ້ແກ່ພັກແລະປະຊາຊົນ. ໃນຊຸມປີຜ່ານມາ, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຍຶດໝັ້ນບົດບາດຊີ້ນໍາຂອງແນວຄິດສ້າງກອງທັບເຂັ້ມແຂງ
ຂອງສະຫາຍ ສີ ຈິ້ນຜີງ ດ້ານວຽກງານປ້ອງກັນຊາດ ແລະ ການກໍ່ສ້າງກອງທັບ, ບໍ່ລືມຕົ້ນກຳເນີດ, ຈົດຈຳພາລະກຳ, ຍຶດໝັ້ນບໍ່ປ່ຽນແປງເດີນຕາມເສັ້ນທາງສ້າງກອງທັບ
ເຂັ້ມແຂງຕາມສີສັນພິເສດສັງຄົມນິຍົມປະເທດຈີນ, ຍຶດໝັ້ນກໍ່ສ້າງກອງທັບຕາມລະບອບການເມືອງ, ປະຕິຮູບກອງທັບໃຫ້ມີຄວາມເຂັ້ມແຂງ, ມີເຕັກນິກວິທະຍາສາດ,
ຄຸ້ມຄອງກອງທັບດ້ວຍກົດໝາຍ, ຕັ້ງໜ້າຊຸກຍູ້ກໍ່ສ້າງວຽກງານປ້ອງກັນຊາດ ແລະ ກອງທັບໃຫ້ທັນສະໄໝ, ພະຍາຍາມບັນລຸເປົ້າໝາຍໃຫ້ເປັນກອງທັບເຂັ້ມແຂງໃນຍຸກ
ໃໝ່ຂອງພັກ, ມີລະບຽບແບບແຜນດີເລີດ ແລະ ສ້າງໃຫ້ເປັນກອງທັບປະຊາຊົນອັນດັບແຖວໜ້າຂອງໂລກ. ທັງໝົດເຫຼົ່ານັ້ນ ກໍເພື່ອສະໜອງຄວາມຄໍ້າປະກັນຍຸດທະສາດ
ໃຫ້ແກ່ການປັບປຸງການນຳພາຂອງພັກຄອມມູນິດຈີນ ແລະ ລະ ບອບສັງຄົມນິຍົມ ແລະ ການປົກປ້ອງອຳນາດອະທິປະໄຕຂອງຊາດ, ການປົກປ້ອງຜົນປະໂຫຍດຂອງຊາດ
ຢູ່ນອກປະເທດ ແລະ ການສົ່ງເສີມສັນຕິພາບ ແລະ ພັດທະນາຂອງໂລກ.

     ໃນນີ້ສະເພາະສອງກອງທັບ ຈີນ-ລາວ ໄດ້ຖະນຸຖະໜອມໄມຕີຈິດມິດຕະພາບອັນເລິກເຊິ່ງຕະຫຼອດມາ, ເສີມຂະຫຍາຍຄວາມສາມັກຄີທີ່ເປັນມູນເຊື້ອຊ່ວຍເຫຼືອເຊິ່ງກັນ
ແລະ ກັນ, ພາຍໃຕ້ການຊຸກຍູ້ ແລະ ເອົາໃຈໃສ່ຂອງການນຳສອງຝ່າຍ, ໄດ້ຕັ້ງໜ້າເປີດກວ້າງການແລກປ່ຽນທາງດ້ານການທະຫານ, ລົງເລີກພາກປະຕິບັດຕົວຈິງເປັນຕົ້ນ:
ການປົກປ້ອງຊາຍແດນໃຫ້ມີສັນຕິພາບ, ສະຖຽນລະພາບຕະຫຼອດມາ ແລະ ການຮ່ວມມືໃນໂຄງການໜຶ່ງ ແລວໜຶ່ງເສັ້ນທາງໃຫ້ມີຄວາມປອດໄພ, ວຽກງານກໍ່ສ້າງກອງ
ທັບ, ການເຝິກຊ້ອມຮ່ວມ, ການຮ່ວມມືໃນວຽກງານໂຮງຮຽນ, ເຝິກອົບຮົມບຸກຄະລະກອນ ແລະ ອື່ນໆ, ເຊິ່ງໃນໜຶ່ງປີຜ່ານມາ ສອງກອງທັບໄດ້ຮ່ວມກັນສະເຫຼີມສະຫຼອງ
ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ, ສຳເລັດການພົບປະຊາຍແດນຂອງສອງກອງທັບຄັ້ງທີ່ສອງ, ສຳເລັດການມອບ-ຮັບຕຶກປິ່ນປົວທົ່ວໄປຢູ່ໂຮງໝໍສູນກາງ
103 ກອງທັບ ແລະ ຄ້າຍທະຫານຊາຍແດນ 134, ການຮ່ວມມືເຫຼົ່ານີ້ໄດ້ຮັບການຍ້ອງຍໍສັນລະເສີນຢ່າງກວ້າງຂວາງ ເຊິ່ງໄດ້ເຮັດໃຫ້ ການພົວພັນສອງກອງທັບເຂົ້າສູ່
ລວງເລິກທີ່ມີຊິວິດຊິວາອັນໃໝ່. ໃນຍຸກສະໄໝໃໝ່, ການພົວພັນຈີນ-ລາວ ກອງທັບປົດປ່ອຍປະຊາຊົນຈີນ ຍິນດີຮ່ວມກັບກອງທັບປະຊາຊົນລາວຖານອ້າຍນ້ອງສືບຕໍ່
ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງແນວປ້ອງກັນຄວາມປອດໄພຄູ່ຮ່ວມຊາຕາກຳ ຈີນ-ລາວ, ເພີ່ມທະວີການຮ່ວມມືເຂົ້າສູ່ລວງເລີກ ສົ່ງເສີມການຮ່ວມມືທາງດ້ານການທະ
ຫານ ແລະ ແລກປ່ຽນວຽກງານປ້ອງກັນຊາດລະຫວ່າງ ຈີນ-ອາຊຽນ ເພື່ອປົກປ້ອງສັນຕິພາບ, ສະຖຽນລະພາບຢູ່ຂົງເຂດພາກພື້ນ ແລະ ໃນໂລກໃຫ້ຍືນຍົງ.