ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມຄະນະຊ່ຽວຊານ
ສປ ຈີນ ປະຈຳ ໂຮງໝໍສູນກາງ 103 ກອງທັບ

     ວັນທີ 1 ສິງຫາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນ
ຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄະນະຊ່ຽວຊານ ສປ ຈີນ ກຸ່ມທີ 5 ປະຈຳ ໂຮງໝໍສູນກາງ 103 ກອງທັບ
ປະຊາຊົນລາວ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປົດປ່ອຍປະຊາຊົນ ຈີນ ຄົບຮອບ 94 ປີ, ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ຈ່ຽງຈາຍຕົງ ເອກ
ອັກຄະລັດຖະທູດ ສປ ຈີນ ປະຈຳສປປ ລາວ, ມີ ສະຫາຍ ພັນເອກ ພິເສດ ຫຼີປິງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ ພ້ອມ
ດ້ວຍຄະນະຊ່ຽວຊານ ສປ ຈີນ ປະຈຳໂຮງໝໍສູນກາງ 103 ກອງທັບ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ຮອງສາດສະດາຈານ ດຣ ນາງ ຫວັງ ເຫວິນ ຫົວໜ້າຄະນະຊ່ຽວຊານ ສປ ຈີນ ປະຈຳໂຮງໝໍສູນກາງ 103 ກອງທັບ ໄດ້ລາຍງານຜົນ
ການຈັດຕັ້ງປະຕິບັດໜ້າທີ່ ຂອງຕົນຮ່ວມກັບ ຄະນະທີມແພດໝໍ ຂອງໂຮງໝໍ ສູນກາງ 103 ກອງທັບປະຊາຊົນລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນການ
ຊ່ວຍໃນການຮັບມືກັບການລະບາດ ຂອງ ພະຍາດໂຄວິດ-19 ແລະ ການປິ່ນປົວພະຍາດອື່ນໆ ແມ່ນໄດ້ສໍາເລັດຕາມການມອບໝາຍ ຂອງຂັ້ນເທິງ ຕະ
ຫຼອດມາ.

     ພ້ອມນັ້ນ ສະຫາຍ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊ່ຽວຊານ ສປ ຈີນ ທີ່ຕັ້ງໃຈປະຕິບັດໜ້າທີ່ເປັນແບບຢ່າງທີ່ດີໃຫ້ອ້າຍນ້ອງລາວ ແລະ ໄດ້
ຈັດຕັ້ງເຝິກອົບຮົມບໍາລຸງໄລຍະສັ້ນໃຫ້ຝ່າຍລາວ, ມີການ ປຶກສາຫາລືກັນແບບເປັນກັນເອງ, ແບບຄອບຄົວຂອງຕົນເອງ ໂດຍເປັນທັງຄະນະຊ່ຽວຊານ ແລະ
ທີ່ປຶກສາໃນການລົງເຝິກຫັດຢູ່ສະຖານທີ່ຕົວຈິງຕາມບັນດາ ໂຮງໝໍກອງພົນ ເພື່ອກວດເບິ່ງຄວາມຈຳເປັນຕົວຈິງທີ່ທາງຄະ ນະຊ່ຽວຊານ ຈະຕ້ອງໄດ້ຊ່ວຍ
ເຫຼືອກອງທັບຂອງພວກເຮົາ ເປັນຕົ້ນການຊ່ວຍເຫຼືອທາງດ້ານວຽກງານຊາຍແດນ ແລະ ການຮັບມືກັບການລະບາດຂອງ ພະຍາດໂຄວິດ-19 ໂດຍການສົ່ງ
ວັກຊີນ ແລະ ທີມແພດມາຊ່ວຍເຫຼືອໂຮງໝໍສູນກາງ 103 ກອງທັບ ປະຊາຊົນລາວ ໃຫ້ມີໃບໜ້າອັນໃໝ່, ການພົວພັນມິດຕະພາບອັນຍິ່ງໃຫຍ່ຂອງສອງ
ຊາດ, ສອງກອງທັບ ລາວ-ຈີນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ. ໃນຕອນທ້າຍຄະນະທັງສອງຝ່າຍຍັງໄດ້ພ້ອມກັນລົງຫົດນໍ້າຕົ້ນໄມ້ອ້ອມ​​ແອ້ມ​ຄ້າຍ​ຄູ​ນຳ​ກັນ
ເພື່ອມິດຕະພາບ​ອັນ​ດີງາມ​ຂອງ​ທັງສອງ​ກອງທັບ ລາວ-ຈີນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/08/2021