ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບ ແລະ ມອບ-ຮັບບັນດາໂຄງການຄົ້ນຄວ້າວິທະຍາສາດ-ປະຫວັດສາດ
ແລະ ຍຸດທະສາດ ການທະຫານ


ພິທີ ມອບ-ຮັບ ບັນດາໂຄງການຄົ້ນຄວ້າວິທະຍາສາດ-ປະຫວັດສາດ ແລະ ຍຸດທະສາດການທະຫານ

     ວັນທີ 30 ກໍລະກົດ ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ສະຫຼຸບ ແລະ ມອບ-ຮັບບັນດາໂຄງການຄົ້ນຄວ້າວິທະຍາສາດ-ປະຫວັດ
ສາດ ແລະ ຍຸດທະສາດ ການທະຫານ ປະຈໍາປີ 2020, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດ
ຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ທັງເປັນປະທານສະພາ ວິທະຍາສາດ-ປະຫວັດສາດ ກະຊວງປ້ອງກັນປະເທດ, ມີ
ຄະນະພັກ-ຄະນະ ບັນຊາກົມ ວສ-ປສ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມ ວສ-ປສ ໄດ້ ລາຍງານຕໍ່ກອງປະຊຸມວ່າ: ໂດຍປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນ
ກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າກ່ຽວກັບ "ສົງຄາມປະຊາຊົນຢູ່ລາວ” ແລະ ໄດ້ຮັບມອບໝາຍຈາກ ກະຊວງປ້ອງກັນປະເທດ, ກົມວິ
ທະຍາສາດ-ປະຫວັດສາດ ການທະຫານ ໄດ້ປະສານສົມທົບກັບບັນດາອົງການ, ກົມກອງກໍາລັງຫຼວງ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ, ແຕ່ງຕັ້ງຄະນະຮັບຜິດຊອບ
ຊອກຄົ້ນ-ພົບປະພະຍານປະຫວັດສາດ, ເກັບກໍາຂໍ້ມູນ, ຄົ້ນຄວ້າຮຽບຮຽງເພື່ອຢັ້ງຢືນເຖິງເຫດການປະຫວັດສາດ ແລະ ແນວທາງປ້ອງກັນຊາດ ຂອງພັກ,
ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ຄົ້ນຄວ້າສໍາເລັດ 7 ໂຄງການ, ໃນນັ້ນມີໂຄງການຄົ້ນຄວ້າຂຽນປະຫວັດສາດມູນເຊື້ອ ”ກອງໄຊຈັກກະພັດ” ໄດ້ເລີ່ມຄົ້ນ
ຄວ້າຂຽນໃນປີ 2018 ສໍາເລັດປີ 2019 ລວມ  ມີ 3 ພາກ, 95 ໜ້າ, ໂຄງການຄົ້ນຄວ້າຂຽນປະຫວັດສາດມູນເຊື້ອ “ກອງຟ້າງຸ່ມ ທີ່ວຽງຈັນ” ຄົ້ນຄວ້າ
ຂຽນ ໃນປີ 2018 ສໍາເລັດ ປີ 2019 ລວມມີ 4 ພາກ, 76 ໜ້າ, ໂຄງການຄົ້ນຄວ້າຂຽນປະຫວັດສາດມູນເຊື້ອ ”ບັ້ນຮົບປົດປ່ອຍທ່າໂທມ-ທ່າວຽງ” ປີ
1964 ເລີ່ມຄົ້ນຄວ້າຂຽນໃນປີ 2019 ສໍາເລັດ ປີ 2020 ລວມມີ 4 ພາກ 27 ໜ້າ, ປະກອບມີແຜນທີ່ ແລະ ແຜນຮ່າງກ່ຽວກັບບັ້ນຮົບ, ໂຄງການຄົ້ນ
ຄວ້າຂຽນບົດນິພົນ ”ສູ້ຮົບປ້ອງກັນບໍລິເວນ ແຂວງຈໍາປາສັກ” ໂຄງການນີ້ ກົມ ວສ-ປສ ການທະຫານ ໄດ້ສົມທົບກັບ ວິທະຍາຄານປ້ອງກັນຊາດ ໄກສອນ
ພົມວິຫານ ແລະ ກອງບັນຊາການທະຫານແຂວງຈໍາປາສັກ ຮ່ວມກັນຄົ້ນຄວ້ານັບແຕ່ ປີ 2017 ເປັນ ຕົ້ນມາ ແລະ ສໍາເລັດໃນປີ 2021 ລວມມີ 2 ຕອນ
ແລະ 6 ພາກ, ປະກອບມີແຜນທີ່ ແລະ ແຜນຮ່າງ, ໂຄງການຄົ້ນຄວ້າຂຽນປື້ມປົກຂາວ ໄດ້ເລີ່ມຂຽນໃນປີ 2019 ສໍາເລັດໃນ ປີ 2020 ລວມມີ 6 ພາກ,
ໂຄງການແປປຶ້ມຄົບຮອບ 10 ປີ ເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມຫມັ້ນຄົງອາຊຽນ (2007-2016) ເລີ່ມຄົ້ນຄວ້າປີ 2019 ສໍາເລັດປີ2020
ແບ່ງເປັນ 2 ພາກຄື: ພາກສະເໜີ ແລະ ພາກເນື້ອໃນລວມມີ 70 ໜ້າ ແລະ ໂຄງການຄົ້ນຄວ້າບົດນິພົນ ”ການສູ້ຮົບປ້ອງກັນບໍລິເວນ ແຂວງໄຊຍະບູລີ ໃນ
ສະພາບການໃໝ່ ” ໂຄງການດັ່ງກ່າວແມ່ນໄດ້ສົມທົບ ກັບ ກອງບັນຊາການທະຫານ ແຂວງໄຊຍະບູລີ (ໂດຍມີຊ່ຽວຊານສະຖາບັນຍຸດທະສາດ ສສ ຫວຽດ
ນາມ ໃຫ້ການຊ່ວຍເຫຼືອ), ໄດ້ຄົ້ນຄວ້າຂຽນ ປີ 2019 ແລະ ສໍາເລັດໃນ ປີ 2020 ລວມ ມີ 3 ພາກ, 111 ໜ້າ ປະກອບມີແຜນທີ່ ແລະ ແຜນຮ່າງ.

     ຜົນສໍາເລັດດັ່ງກ່າວ ເປັນຜະລິດຕະພັນທີ່ສໍາຄັນຂອງການຄົ້ນຄວ້າວິທະຍາສາດ-ປະຫວັດສາດ ການທະຫານ ໃນໄລຍະໃໝ່ ເຊິ່ງໄດ້ຈັດພິມເປັນປື້ມສົມ
ບູນມອບໃຫ້ ກະຊວງປ້ອງກັນປະເທດ, ເພື່ອເປັນພື້ນຖານບ່ອນອີງໃຫ້ນາຍທະຫານ ກອງທັບປະຊາຊົນລາວ ກໍຄື ສະຖາບັນການຄົ້ນຄວ້າ, ບັນດາ ວິທະຍາ
ຄານ, ໂຮງຮຽນໃນກອງທັບ ໄດ້ໝູນໃຊ້ເຂົ້າໃນການສິດສອນສຶກສາອົບຮົມໃຫ້ພະນັກງານ-ນັກຮົບຮັບຮູ້ເຊື່ອມຊຶມ, ທັງເປັນພື້ນຖານບ່ອນອີງໃຫ້ແກ່ການ
ປັບປຸງແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໃນໄລຍະໃໝ່.

     ຈາກນັ້ນ, ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບລະຫວ່າງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການ
ທະຫານ ແລະ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ປະທານສະພາວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແລະ ມີພາກສ່ວນ
ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/08/2021