ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປຶກສາຫາລືກະກຽມຄວາມພ້ອມ ຈັດກອງປະຊຸມ ຜູ້ບັນຊາການທະຫານອາກາດ ອາຊຽນ ຄັ້ງທີ 19


ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດ ເປັນປະທານ

     ວັນ​ທີ 29 ກໍລະກົດ 2022 ນີ້, ກອງ​ບັນຊາ​ການ​ທະຫານ​ອາກາດ ໄດ້​ຈັດ​ກອງ​ປະຊຸມ​ລາຍ​ງານຄວາມ​ຄືບ​ໜ້າ​ໃນ​ການ​ກະກຽມ​ຄວາມ​ພ້ອມ ໃຫ້​ແກ່​ການ
​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມຜູ້​ບັນຊາ​ການ​ທະຫານ​ອາກາດ ອາ​ຊຽນ ຄັ້ງ​ທີ 19 ທີ່​ນະຄອນຫຼວງ​ພະ​ບາງ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຕີ ວົງ​ຄຳ
ພົມ​ມະກອນ ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ ​ສະຫາຍ ພົນ​ຈັດຕະວາ ບຸນ​ເດື່ອງ ພັນ​ສົດໃສ ຮອງ​ຫົວໜ້າ​ຫ້ອງການ
ຄະນະ​ກຳມະການ ​ປກຊ-​ປກສ ສູນ​ກາງ, ມີ​ບັນດາ​ກົມ​ທີ່​ກ່ຽວຂ້ອງ,ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ອາກາດ, ກອງພັນ​ໃຫຍ່ 702, 703, ອະ
ນຸ​ກຳມະການ ແລະ ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

     ສະຫາຍ ພັນ​ເອກ ຄຳ​ສຸກ ຄຳ​ເລືອງ​ເທບ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 703, ຫົວໜ້າ​ກອງ​ເລຂາ ໄດ້​ລາຍ​ງານ​ສະພາບ​ການຈັດຕັ້ງ​ປະຕິບັດ​ວຽກ​
ງານ​ກະກຽມ​ຄວາມ​ພ້ອມ ຈັດ​ກອງປະຊຸມ​ຜູ້​ບັນຊາ​ການ​ທະຫານອາກາດ ອາ​ຊຽນ ຄັ້ງ​ທີ 19 ທີ່​ນະຄອນຫຼວງ​ພະ​ບາງ, ເປັນຕົ້ນ​ແມ່ນ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ວຽກ
​ງານ​ກະກຽມ​ໂຮງແຮມ​ສະຖານທີ່​ຈັດ​ກອງ​ປະຊຸມ, ວຽກ​ດຳເນີນ​ກອງ​ປະຊຸມ, ວຽກ​ງານ​ພົບ​ປະ​ສອງ​ຝ່າຍ, ວຽກ​ງານ​ເຂົ້າ​ຢ້ຽມ​ຂ່ຳນັບ, ກະກຽມ​ງານ​ລ້ຽງ, ແຂ່ງ
ຂັນ​ຕີ​ກ໋ອບ, ລ່ອງ​ເຮືອ, ກະກຽມ​ທ່ອງ​ທ່ຽວ​ຂອງ​ຄະນະ​ພັນ​ລະ​ຍາ, ວຽກ​ງານ​ຕ້ອນຮັບ-ສົ່ງແຂກ ຢູ່​ເດີ່ນ​ບິນ ແລະ ໂຮງແຮມ, ກະກຽມ​ງົບ ປະມານ, ນ້ຳມັນ​ເຊື້ອ
​ໄຟ, ພາຫະນະ​ເຕັກນິກ​ຮັບ​ໃຊ້, ວຽກ​ງານ​ເສນາ​ຮັກ, ວຽກ​ງານ​ສື່ສານ, ວຽກ​ງານ​ປ້ອງ​ກັນ ຢູ່​ນະຄອນຫຼວງ​ພະ​ບາງ, ວຽກ​ງານ​ການ​ໂຄສະນາ-ຂ່າວສານ, ສິລະ
​ປະ-ວັນນະຄະດີ ແລະ ວຽກ​ງານ​ອື່ນໆ​ທີ່​ປິ່ນ​ອ້ອມ. ຈາກ​ນັ້ນ, ແຕ່​ລະ​ພາກສ່ວນ​ອະນຸ​ກຳມະການ ໄດ້​ຄົ້ນຄວ້າປຶກສາ​ຫາລື ເປັນ​ເອກະ​ພາບ​ໃນ​ການ​ອອກ​ແບບ
​ກອງ​ປະຊຸມ ແລະ ປະກອບ​ຄຳ​ເຫັນ​ໃສ່​ແຜນການ​ກະກຽມ​ແຕ່​ລະ​ໜ້າ​ວຽກ​ຕາມ​ແຕ່​ລະ​ລະ​ບາດກ້າວ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄວາມ​ໝາຍ​ເຊິ່ງ.

     ຈາກ​ນັ້ນ, ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ໄດ້​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ອາ​ນຸ​ກຳ​ການ, ກອງເລຂາ, ພະນັກງານ​ວິຊາ​ການ
​ທີ່ກ່ຽວຂ້ອງ ຈົ່ງ​ພ້ອມ​ກັນ​ຍົກ​ສູງ​ຄວາມ​ຮັບຜິດຊອບ ແລະ ສຸມ​ໃສ່​ຈັດຕັ້ງ ປະຕິບັດ​ໜ້າທີ່​ວຽກ​ງານ​ທີ່ໄດ້​ຮັບ ​ມອບ​ໝາຍ ​ຈາກ​ຂັ້ນ​ເທິງ ເພື່ອ​ຮັບ ປະກັນ​ໃຫ້​
ແກ່​ການ​ຈັດ​ກອງປະຊຸມ​ຜູ້​ບັນຊາ​ການ​ທະຫານ​ອາກາດ ອາ​ຊຽນ ຄັ້ງ​ທີ 19 ໄດ້​ຮັບ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 02/08/2022