ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວ ພ ກ ເປີດຊຸດອົບຮົມກໍ່ສ້າງນາຍທະຫານ ພະລາທິການ ກອງທັບ


ສະຫາຍ ພົນຕີ ພູວົງວົງພົມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວິທະຍາຄານພະລາທິການ ກອງທັບ ໄດ້ເປີດຊຸດອົບຮົມກໍ່ສ້າງນາຍທະຫານ ພະລາທິການ ກອງທັບ ປະຈໍາສົກຮຽນ 2019-2020 ໃນ ວັນທີ 30 ສິງຫາ ນີ້ ໂດຍການ
ເຂົ້າຮ່ວມຂອງ ສະຫາຍ ພົນຕີ ພູວົງ ວົງພົມ ຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ຄະນະນໍາກະຊວງປ້ອງກັນປະເທດ,
ຄະນະພັກ-ຄະນະບັນຊາ ຈາກບັນດາວິທະຍາຄານ, ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ, ຕະຫຼອດຮອດຄູອາຈານ-ນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສອນທັນ ສຸວົງໄຊ ຮອງອໍານວຍການວິທະຍາຄານພະລາທິການ ກອງທັບ, ຫົວໜ້າຫ້ອງອົບຮົມໄດ້ກ່າວວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງ ລັດຖະ
ມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການເປີດຊຸດອົບຮົມກໍ່ສ້າງນາຍທະຫານ ພະລາທິການ ສົກຮຽນ 2019-2020, ເຊິ່ງພວກເຮົາມີນັກຮຽນ-ນັກສຶກສາທັງໝົດ 620
ສະຫາຍ, ປິດໄປ ແລ້ວ 1 ເປົ້າໝາຍຈໍານວນ 30 ສະຫາຍ ຍັງສືບຕໍ່ຮຽນໃນສົກນີ້ທັງໝົດ 590 ສະຫາຍ ໃນຈໍານວນນີ້ ມີນັກສຶກສາເກົ່າທີ່ເລື່ອນປີຮຽນ ຈໍານວນ 280 ສະ
ຫາຍ, ນັກຮຽນ-ນັກສຶກສາເຂົ້າໃໝ່ຈຳນວນ 310 ສະຫາຍ, ປະກອບດ້ວຍ 5 ລະບົບຄື: ກໍ່ສ້າງປະລີນຍາຕີ ຂັ້ນກອງພັນໃຫຍ່-ກອງພົນ ລະບົບ 2 ປີ, ກໍ່ສ້າງປະລິນຍາຕີຂັ້ນ
ກອງພັນນ້ອຍ ລະບົບ 4 ປີ, ກໍ່ສ້າງ ຊັ້ນກາງ ລະບົບ 2 ປີ, ກໍ່ສ້າງ ຊັ້ນສູງເລັ່ງລັດ ລະບົບ 10 ເດືອນ, ລະບົບບຳລຸງ 5 ເດືອນ ແລະ ເຝິກອົບຮົມ ວິທະຍາສາດ ການເມືອງ 45
ວັນ ເຊິ່ງ ລວມ ມີ 8 ສາຂາວິຊາ ແລະ 24 ຫ້ອງຮຽນ. ນັກຮຽນ-ນັກສຶກສາ ເຫຼົ່ານີ້ແມ່ນມາຈາກບັນດາອົງການ, ກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນ ແລະ ກໍາລັງປ້ອງກັນ
ຄວາມສະຫງົບ, ສັງລວມແລ້ວໃນສົກຮຽນ 2019-2020 ວິທະຍາຄານ ພະລາທິການກອງທັບ ຈະໄດ້ສືບຕໍ່ກໍ່ສ້າງນັກຮຽນ-ນັກສຶກສາທັງໝົດ 24 ເປົ້າໝາຍ ( ມີ 24
ຫ້ອງຮຽນ ) ມີ 25.669 ຊົ່ວໂມງ ໃນນັ້ນ, ມີ ຊົ່ວໂມງ ຂຶ້ນຫ້ອງພາກທິດສະດີ 23.214 ຊົ່ວໂມງ, ຄູ-ອາຈານ ນໍາພານັກຮຽນ-ນັກສຶກສາ ເຮັດບົດເຝິກຫັດ 528 ຊົ່ວໂມງ
ນໍາພາຫັດແອບຢູ່ສະໜາມ, ຢ້ຽມຊົມກົມກອງ ແລະ ລົງພາກປະຕິບັດ ຕົວຈິງ 1.927 ຊົ່ວໂມງ.

     ໂອກາດນີ້ ສະຫາຍ ພົນຕີ ພູວົງວົງພົມ ກໍໄດ້ໃຫ້ທິດຊີ້ນໍາຫຼາຍບັນຫາສຳຄັນຕໍ່ ຄະນະພັກ-ຄະນະອໍານວຍການ ແລະ ຄູ-ອາຈານ ໃຫ້ເປັນເຈົ້າການຊີ້ນໍາ-ນໍາພາປັບປຸງກໍ່
ສ້າງ ວິທະຍາຄານ ໂດຍສະເພາະແມ່ນປັບປຸງໂຄງການຫຼັກສູດ ການຮຽນ-ການສອນ ໃຫ້ມີຄຸນນະພາບ, ໃຫ້ແທດເໝາະກັບເປົ້າໝາຍຕົວຈິງ, ເອົາໃຈໃສ່ກໍ່ສ້າງພັກ, ກໍ່ສ້າງ
ພະນັກງານໃຫ້ຖືກກັບທິດນໍາແລະ ຫຼັກການຂອງພັກ, ເປັນເຈົ້າການຄົ້ນຄວ້າຕໍາລາ, ເອກະສານຕ່າງໆ, ຄົ້ນຄວ້າບົດສອນ, ການສົ່ງຄວາມຮູ້ເພື່ອໃຫ້ນັກຮຽນ-ນັກສຶກສາກໍາ
ບົດຮຽນ ແລະ ເຂົ້າໃຈງ່າຍ, ເອົາໃຈໃສ່ສ້າງຕົນເອງໃຫ້ກາຍເປັນຄູ-ອາຈານສອນດີ, ສອນເກັ່ງຂອງວິທະຍາຄານ, ພ້ອມນີ້ ສະຫາຍ ຮອງລັດຖະມົນ ຕີຍັງໄດ້ຮຽກຮ້ອງໃຫ້ນັກ
ສຶກສາ ຈົ່ງພ້ອມກັນເພີ່ມທະວີຄວາມເປັນເຈົ້າການຕໍ່ການເຝິກຝົນຫຼໍ່ຫຼອມຕົນເອງ, ເອົາໃຈໃສ່ຄົ້ນຄວ້າຮ່ໍາຮຽນໃຫ້ກາຍເປັນນັກສຶກສາດີເດັ່ນ, ກໍາແໜ້ນທິດສະດີ, ຫຼັກການ
ເພື່ອນໍາ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງໃຫ້ປາກົດຜົນເປັນຈິງ ແລະ ເອົາໃຈໃສ່ປະຕິບັດບັນດາຂໍ້ກໍານົດ, ກົດລະບຽບຂອງກອງທັບເວົ້າລວມ, ເວົ້າສະເພາະຂໍ້ກໍານົດ, ກົດ
ລະບຽບທີ່ວິທະຍາຄານ ວາງອອກໃຫ້ເຂັ້ມງວດ.