ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປະຖະກະຖາ 2 ວັນປະຫວັດສາດ

     ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງປາຖະກະຖາກ່ຽວກັບວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 15 ປີ ແລະ ວັນສ້າງຕັ້ງອາ
ຊຽນ ຄົບຮອບ 50 ປີ ໃນວັນທີ 29 ກັນຍາ ຜ່ານມານີ້, ໂດຍການເປັນປະທານຂອງ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກກົມໃຫຍ່ເສນາທິການກອງ
ທັບ, ຫົວໜ້າຫ້ອງການເມືອງກົມໃຫຍ່ດັ່ງກ່າວ ເຊິ່ງມີຄະນະພັກ-ຄະນະບັນຊາກົມໃຫຍ່, ກົມນ້ອຍ, ຫ້ອງການ ແລະ ບັນດາກອງຮາກຖານທີ່ຂຶ້ນກັບເຂົ້າ
ຮ່ວມຮັບຟັງ.


ພັນເອກ ກອງແກ້ວ ວໍລະຈິດ ເປັນປະທານປະຖະກະຖາ 2 ວັນປະຫວັດສາດ

     ພັນເອກ ກອງແກ້ວ ວໍລະຈິດ ໄດ້ຊີ້ໃຫ້ເຫັນວ່າ: ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຖັນແຖວນັກຮົບປະຕິວັດໃນເມື່ອກ່ອນ (ນັກຮົບເກົ່າ
ປັດຈຸບັນ) ໄດ້ຕິດພັນສະໜິດແໜ້ນກັບການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວຂອງກຳລັງປະກອບອາວຸດປະຕິວັດ ແລະ ປະຫວັດສາດການຕໍ່
ສູ້ອັນອົງອາດກ້າແກ່ນຍືດເຍື້ອຍາວນານ ແລະ ມີໄຊຂອງປະຊາຊົນບັນດາເຜົ່າພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດ
ລາວ ອັນໄດ້ສ້າງວີລະກຳທີ່ລໍ້າເລີດ, ຜົນງານອັນໃຫຍ່ຫຼວງ ແລະ ມູນເຊື້ອອັນສະຫງ່າລາສີສຶບທອດກັນມາເປັນການສະທ້ອນໃຫ້ເຫັນເຖິງການທົດສອບຊຸບ
ຫຼໍ່ຄົນລາວ, ເຊື້ອຊາດລາວເຜົ່າຕ່າງໆໃຫ້ມີຄວາມອົງອາດກ້າແກ່ນອົດທົນດຸໝັ່ນປະດິດສ້າງກາຍເປັນນັກຮົບປະຕິວັດຜູ້ອາດຫານ, ເປັນນັກຮົບແຂ່ງຂັນເປັນ
ວີລະຊົນແຫ່ງຊາດຫຼາຍໆທ່ານພາຍຫຼັງສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາຖັນແຖວນັກຮົບປະຕິວັດຫຼາຍສະຫາຍໄດ້ກາຍເປັນ
ການນຳພັກ-ລັດ, ພະນັກງານນຳພາຄຸ້ມຄອງຫຼັກແຫຼ່ງແຕ່ສູນກາງ ລົງຮອດທ້ອງຖິ່ນໃນທົ່ວປະເທດ ຖັນແຖວນັກຮົບເກົ່າຍາມໃດກໍມີຄວາມເດັດດ່ຽວໜຽວ
ແໜ້ນຮັກສາ ແລະ ເສີມຂະຫຍາຍໄດ້ມູນເຊື້ອທາດແທ້ປະຕິວັດ ຈົງຮັກພັກດີຕໍ່ພາລະກິດປະຕິວັດ ກຽມພ້ອມເສຍສະຫຼະເລືອດເນື້ອເຫື່ອແຮງສະຕິປັນຍາ
ຂອງຕົນເພື່ອຜົນປະໂຫຍດລວມຂອງປະເທດຊາດ ແລະ ປະຊາຊົນ. ຕະຫຼອດໄລຍະ 15 ປີ ຜ່ານມາ ຖັນແຖວນັກຮົບເກົ່າແມ່ນຍັງຮັກສາ ແລະ ເສີມຂະ
ຫຍາຍໄດ້ມູນເຊື້ອອັນດີງາມຂອງຕົນປະກອບສ່ວນສຳຄັນເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ແລະ ມີການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດ
ຢັ້ງ. ສາມາດຍາດໄດ້ຜົນສຳເລັດທີ່ເປັນພື້ນຖານຫຼາຍດ້ານ, ພັກ-ລັດຕີລາຄາສູງຕໍ່ຜົນສຳເລັດ ແລະ ການປະກອບສ່ວນອັນໃຫຍ່ຫຼວງດັ່ງກ່າວ, ພ້ອມນີ້ສະ
ຫາຍຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງປະຊາຄົມອາຊຽນ, ຍົກໃຫ້ເຫັນໝາກຜົນກໍຄືຜົນປະ
ໂຫຍດທີ່ ສປປ ລາວ ເຮົາໄດ້ຮັບພາຍຫຼັງໄດ້ເຂົ້າເປັນສະມາຊິກອາຊຽນຕະຫຼອດໄລຍະຜ່ານມາ, ລວມທັງສິ່ງທ້າທາຍທົດສອບຕ່າງໆໃນສະເພາະໜ້າ ແລະ
ຍາວນານ ເພື່ອພ້ອມກັນສ້າງໃຫ້ໄດ້ຄວາມເປັນເອກະພາບກັບພັກ-ລັດ ດ້ານທັດສະນະແນວຄິດ ແລະ ການກະທຳບົນຈິດໃຈພ້ອມກັນບຸກທະລຸຜ່ານຜ່າ
ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າສີວິໄລ ແລະ ວັດທະນາຖາວອນຕາມວິໄສທັດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກຳນົດໄວ້.