ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ III ເຂດ II ປີ 2019


ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ເປັນປະທານ

     ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງທັບປະຈໍາໄຕມາດ III ເຂດ II ປີ 2019 ໄດ້ຈັດຂຶ້ນໃນວັນທີ 26 ກັນຍານີ້, ຢູ່ທີ່ກອງບັນຊາການທະຫານ ແຂວງ
ຫຼວງພະບາງ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການ ຄະນະປະຈໍາພັກກະຊວງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນ
ດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາທະຫານແຂວງຫຼວງພະບາງ, ໄຊຍະບູລີ, ກອງພົນທີ 2, ສານທະຫານພາກເໜືອ, ໂຮງງານ
ປະສານເຫຼົ່າ, ໄອຍະການທະຫານພາກເໜືອ, ໂຮງໝໍບໍລິເວນ 107 ແລະ ໂຮງຮຽນກໍ່ສ້າງນາຍສິບເລກ 1 ເຂົ້າຮ່ວມ.

     ໃນກອງປະຊຸມຜູ້ຕາງໜ້າບັນດາຫົວໜ່ວຍກົມກອງ ໄດ້ຜັດປ່ຽນກັນຂຶ້ນສ່ອງແສງລາຍງານສະພາບການອັນພົ້ນເດັ່ນ ໂດຍສະເພາະແມ່ນສະພາບທີ່ກ່ຽວຂ້ອງວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນຫາປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ແລະ ບາງໜ້າວຽກທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ
ງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ເຊິ່ງໃນນີ້ອັນພົ້ນເດັ່ນແມ່ນການເຄື່ອນໄຫວ ເຮັດໃຫ້ສະພາບມີຄວາມສະຫງົບແຕ່ລະກົມກອງ ໄດ້ຈັດຕັ້ງກໍາລັງຫັນລົງ
ກໍ່ສ້າງຮາກຖານ ການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ວຽກງານ 3 ສ້າງ ແລະ ການສ້າງກຸ້ມບ້ານປ້ອງກັນຊາດ ເຂັ້ມ
ແຂງ, ບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ, ເພື່ອສ້າງທ່າສະໜາມປ້ອງກັນປະຊາຊົນ 3 ຂັ້ນ ແລະ ເຄື່ອນໄຫວຕ້ານ-ສະກັດກັ້ນໜໍ່ແໜງທີ່ກໍ່ຄວາມບໍ່ສະຫງົບ, ເປີດອົບຮົມ
ການເມືອງ-ການທະຫານປັບປຸງລະບອບ ລະບຽບແບບແຜນ, ປັບປຸງລະບົບປະຈໍາການຂອງກົມກອງ ຢ່າງເຂັ້ມງວດ ແລະ ຈັດຕັ້ງກໍາລັງເຄື່ອນໄຫວສາລະເວ ພ້ອມທັງຕັ້ງ
ທັບອັດປ່ອງຂ້າມລອຍ ຂອງກຸ່ມຄົນທີ່ບໍ່ຫວັງດີ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພ. ພ້ອມກັນນີ້ຍັງເຄື່ອນໄຫວເຮັດວຽກງານຮັບປະກັນພະລາທິການ-
ເຕັກນິກ ແລະ ປັບປຸງກໍ່ສ້າງກົມກອງ ບົນຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແຫຼ່ງລາຍຮັບປັບປຸງຊີວິດການເປັນຢູ່ຂອງພະນັກ
ງານ-ນັກຮົບ ໃນກົມກອງ ໄດ້ຮັບ ການພັດທະນາດີຂຶ້ນເປັນກ້າວໆ, ຂົງເຂດວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ແມ່ນໄດ້ປະຕິບັດຕາມຫຼັກການທີ່ຖືກຕ້ອງສອດຄ່ອງ
ໂດຍຖືສໍາຄັນທາງດ້ານຄຸນນະພາບ ແລະ ວຽກງານອື່ນໆທີ່ປິ່ນອ້ອມໜ້າທີ່ການເມືອງ ຂອງແຕ່ລະກົມກອງຮັບປະກັນໄດ້ຄວາມສະຫງົບປອດໄພ 100% ຂອງແຜນການ.

     ໃນໂອກາດດັ່ງກ່າວ ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງຕ້ອງເພີ່ມທະວີບົດບາດການນໍາພາ-ບັນຊາ ແລະ
ປັບປຸງລະບຽບແບບແຜນ ວິທີເຮັດວຽກໃຫ້ໜັກແໜ້ນຕິດພັນກັບການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກໃຫ້ເຂັ້ມງວດ, ຈັດຕັ້ງກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ
ແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ, ສືບຕໍ່ເຄື່ອນໄຫວແກ້ໄຂ ບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນບັນຫາການຕັດໄມ້ທໍາລາຍປ່າແບບຊະຊາຍ,
ການເຄື່ອນຍ້າຍຖິ່ນລໍາ ເນົາທີ່ບໍ່ຖືກຕ້ອງ, ການຄ້າຂາຍເຖື່ອນ, ການເຂົ້າ-ອອກເມືອງ ແບບຜິດກົດໝາຍ ແລະ ບັນຫາ ສິງເສບຕິດອື່ນໆ ໃຫ້ໝົດໄປ. ສືບຕໍ່ຄຸ້ມຄອງຊາຍ
ແດນໃຫ້ມີຄວາມສະຫງົບ ໂດຍຈັດຕັ້ງກໍາລັງເຄື່ອນໄຫວເກັບກໍາຂໍ້ມູນປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ, ພ້ອມກັນນີ້ກໍຕ້ອງສືບຕໍ່ເປີດຂະ
ບວນການສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ, ຊຸກຍູ້ຂະບວນການຜະລິດແກ້ໄຂຊີວິດການເປັນຢູ່ຕາມທິດ 4 ປູກ 4 ລ້ຽງ ແລະ ພົວພັນອົງການຈັດຕັ້ງລັດ,
ອົງການປົກຄອງທ້ອງຖິ່ນ ເພື່ອອອກໃບນໍາໃຊ້ທີ່ດິນໃຫ້ຖືກຕ້ອງເປັນບູລິມະສິດ ແລະ ຍົກສູງສະຕິລະວັງຕົວການພົວພັນຮ່ວມມື ທີ່ມີການຊ່ວຍເຫຼືອດ້ານຕ່າງໆ ຈາກຕ່າງ
ປະເທດ ເພື່ອປ້ອງກັນບໍ່ໃຫ້ຕົກເຂົ້າໃນການສວຍໃຊ້ໂອກາດ ເພື່ອແຊກແຊງກິດຈະການພາຍໃນ ຂອງກອງທັບ. ຈາກນັ້ນຜູ້ແທນ ກອງປະຊຸມຍັງໄດ້ລົງຢ້ຽມຢາມ ກອງພັນ
415 ເຊິ່ງເປັນກົມ ກອງຈຸດສຸມຂອງກອງບັນຊາການທະຫານ ແຂວງ ຫຼວງພະບາງ.