ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບ ຄັ້ງທີ IV

     ຊຸດອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບຄັ້ງທີ່ IV ໄດ້ຈັດຂຶ້ນໃນວັນທີ 25 ຕຸລາ 2016 ນີ້, ທີ່ກອງບັນຊາການທະຫານແຂວງຄຳມ່ວນ,
ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍການ
ເມືອງກອງທັບ
, ມີທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກ, ຜູ້ຕາງໜ້າຈາກກົມພະ
ນັກງານ
, ກອງ 4” ຄະນະຈັດຕັ້ງແຂວງຄຳມ່ວນຫ້ອງວ່າການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງ, ກອງບັນຊາການ ປກຊ-ປກສ
ແຂວງ, ເຈົ້າເມືອງໆເຊບັ້ງໄຟ ຕະຫຼອດຮອດບັນດາສະຫາຍພະນັກງານທີ່ເຂົ້າອົບຮົມວຽກງານຈັດຕັ້ງ ພັກທີ່ມາຈາກກຳລັງຫຼວງ, ກຳລັງທ້ອງຖິ່ນ
ແລະກຳລັງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

                                
                                                               ພົນຈັດຕະວາ ສອນທອງ ພົມລາວົງ ເປັນປະທານເປີດຊຸດອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບ ຄັ້ງທີ IV

     ພັນເອກ ສົມບັດ ບຸນຄຳກົງ ຮອງຫົວໜ້າກົມຈັດຕັ້ງພັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງກອງທັບ ວ່າດ້ວຍການອະນຸມັດເປີດຊຸດ
ອົບຮົມວຽກງານຈັດຕັ້ງພັກທົ່ວກອງທັບ
ຄັ້ງທີ IV, ຈາກນັ້ນກໍໄດ້ລາຍງານແຜນການ ແລະເນື້ອໃນການເປີດຊຸດອົບຮົມວຽກງານດັ່ງກ່າວ, ເຊິ່ງເນື້ອ
ໃນຫຼັກສູດລວມມີ
2 ພາກໃຫຍ່ຄື: ພາກທິດສະດີມີ 9 ບົດ, ໃນນັ້ນປະກອບມີການຈັດຕັ້ງນຳພາຂອງພັກຕໍ່ກອງທັບປະຊາຊົນລາວ, ການກະກຽມ
ດຳເນີນກອງປະຊຸມໃຫ່ຍຂອງພັກ
, ທີ່ຕັ້ງພາລະບົດບາດໜ້າທີ່ຄວາມຮັບຜິດຊອບຂອງພະນັກງານຈັດຕັ້ງພັກ ເພີ່ມທະວີວຽກງານຄຸ້ມຄອງ ແລະລະ
ບຽບການຍົກຍ້າຍສະມາຊິກພັກ
, ເພີ່ມທະວີວຽກງານປ້ອງກັນພັກໃນໄລຍະໃໝ່, ລະບຽບວິໄນຂອງພັກ, ຍົກສູງຄຸນະພາບການຈັດຕັ້ງພັກ ໃນກອງ
ທັບ
, ຍົກສູງຄຸນະພາບສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ຍົກສູງຄຸນະພາບສະມາຊິກພັກ ແລະວຽກງານຂະຫຍາຍພັກໃນ
ໄລຍະໃໜ່
, ພາກປະຕິບັດຕົວຈິງມີ 4 ບົດຄື: ການກະກຽມດຳເນີນກອງປະຊຸມໃຫ່ຍຂອງພັກການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜວ່ຍພັກຮູ້ນຳ
ພາຮອບດ້ານ
, ວຽກຂະຫຍາຍພັກ ແລະວຽກງານສະຖິຕິພັກ, ເຊິ່ງເປົ້າໝາຍຂອງຊຸດອົບຮົມຄັ້ງນີ້ແມ່ນພະນັກງານທີ່ເຮັດວຽກຈັດຕັ້ງພັກພາຍໃນ
ກຳລັງຫຼວງ
-ກຳລັງທ້ອງຖິ່ນໃນທົ່ວກອງທັບ ເພື່ອເຮັດໃຫ້ພະນັກງານດັ່ງ ກ່າວເຊື່ອມຊຶມກຳແໜ້ນແນວທາງກໍ່ສ້າງພັກເຮັດໃຫ້ວຽກງານຈັດຕັ້ງໄດ້
ຮັບການຈັດຕັ້ງປະຕິບັດຕາມທິດປອດໃສ
, ເຂັ້ມແຂງ ແລະໜັກແໜ້ນທາງດ້ານທິດສະດີ-ຫຼັກການພື້ນຖານບາດກ້າວຂັ້ນຕອນ ແລະວິທີດຳເນີນ
ວຽກງານຈັດ
ຕັ້ງພັກກໍ່ສ້າງພັກໃຫ້ມີຄວາມເປັນເອກະພາບໃນທົ່ວກອງທັບ, ບັ້ນເຝິກອົບຮົມແມ່ນຈະໄດ້ດຳເນີນໄປເປັນເວລາ 30 ວັນ ແຕ່ວັນ
ທີ
25 ຕຸລາຫາ 23 ພະຈິກ 2016 ຈຶ່ງຈະໄດ້ອັດລົງ.

     ທ່ານ ພົນຈັດຕະວາ ສອນທອງ ພົມລາວົງ ຍັງໄດ້ໂອ້ລົມເຊິ່ງໄດ້ຍົກໃຫ້ເຫັນສະພາບສາກົນ ແລະພາກພື້ນພວມສືບຕໍ່ຜັນແປໄປຢ່າງສັບສົນ ແລະສະຫຼັບຊັບຊ້ອນຍາກຈະຄາດຄະເນໄດ້, ພ້ອມທັງເນັ້ນໜັກໃຫ້ຄູອາຈານ, ວິຊາການທຸກສະຫາຍລວມທັງນັກເຝິກອົບຮົມຊຸດທີ IV ນີ້ ຈົ່ງພ້ອມກັນ
ຍົກສູງຄວາມຮັບຜິດຊອບທາງດ້ານການ ເມືອງສຸມສະຕິປັນຍາຕາມຫຼັກສູດດ້ານເນື້ອໃນ
ແລະປະສົບການຕົວຈິງ ເພື່ອແລກປ່ຽນບົດຮຽນເຊິ່ງກັນ
ແລະ
ກັນ ສຳລັບນັກສຶກສາຕ້ອງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີ ແລະພຶດຕິກຳຕົວຈິງ ເພື່ອນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ຮໍ່າຮຽນ
ມານຳໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນໃຫ້ປາກົດຜົນເປັນຈິງ
.