ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງໄຊຍະບູລີ ປິດຊຸດອົບຮົມແພດຊັ້ນຕົ້ນ ຊຸດທີ 12

     ໃນວັນທີ 25 ຕຸລາ 2017 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຈັດພິທີປິດຊຸດອົບຮົມແພດຊັ້ນຕົ້ນຊຸດທີ 12 ຂຶ້ນ ຢູ່ສະໂມສອນຂອງກົມ
ກອງ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ພັນເອກ ກູດ ພົມມາ ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ, ມີພັນໂທ ສີທະວົງ
ບຸນປະສົງ ຮອງກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ແຂກຖືກເຊີນ ແລະ ນັກຮຽນເຂົ້າຮ່ວມ.


ພາບລວມພິທີປິດຊຸດອົບຮົມແພດຊັ້ນຕົ້ນຊຸດທີ 12 ຢູ່ກອງບັນຊາການທະຫານແຂວງ ໄຊຍະບູລີ

     ພັນໂທ ບຸນຈັນ ກິຕິຄຳມູນ ອຳນວຍການໂຮງຮຽນສ້າງແພດຊັ້ນຕົ້ນຊຸດທີ 12 ທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບໃນໄລຍະອົບຮົມ 12
ເດືອນຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນການປະຕິບັດວຽກງານວິຊາສະເພາະໃນໄລ
ຍະເຝິກງານຕົວຈິງ ທີ່ນຳໃຊ້ຄວາມຮູ້ຄວາມສາມາດຂອງນັກຮຽນເຂົ້າໃນການປະຖົມພະຍາບານຄົນເຈັບ ແລະ ການປິ່ນປົວຄົນເຈັບໃຫ້ດີ ຮັກສາໄດ້ຈັນຍາ
ບັນຂອງແພດ ຊຸດອົບຮົມຄັ້ງນີ້ມີນັກຮຽນທັງໝົດ 105 ສະຫາຍ ຜ່ານການຕີລາຄາສາມາດປະເມີນຜົນໄດ້ ພາກການເມືອງ ເກັ່ງ 57 ສະຫາຍ, ກາງ 35
ສະຫາຍ, ຄາດໝາຍ 13 ສະຫາຍ. ພາກການທະຫານ ເກັ່ງ 32 ສະຫາຍ, ກາງ 55 ສະຫາຍ, ຄາດໝາຍ 18 ສະຫາຍ, ພາກການແພດຄະແນນ 9 ມີ 45
ສະຫາຍ ຍິງ 23 ສະຫາຍ, ຄະແນນ 8,5 ມີ 46 ສະຫາຍ ຍິງ 15 ສະຫາຍ, ຄະແນນ 8 ມີ 14 ສະຫາຍ ຍິງ 3 ສະຫາຍ ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້
ນັກຮຽນສ້າງແພດຊຸດທີ 12 ຈຳນວນ 105 ສະຫາຍ ແລະ ມອບໃບຍ້ອງຍໍຈາກກອງບັນຊາການທະຫານແຂວງຈຳນວນ 21 ສະຫາຍ, ໃບຊົມເຊີຍ 33 ສະ
ຫາຍ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ 56 ສະຫາຍ.