ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ

     ວັນທີ 01 ພະຈິກ 2018 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ເປັນຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບ ແລະ ປະກາດແຕ່ງຕັ້ງ ພັນເອກ ທອງພັນ ສຸທຳມະວົງ ເປັນຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ຕາມດຳລັດຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມທັງ
ໄດ້ປະກາດເລື່ອນຊັ້ນໃຫ້ ທ່ານ ພົນຈັດຕະວາ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຂຶ້ນເປັນຊັ້ນ ພົນຕີ ຕາມລັດຖະດຳລັດຂອງປະທານປະເທດ ແລະ ປະກາດຍົກຍ້າຍ ທ່ານ ພົນຕີ ສີດາລໍ່
ຈົ່ງເຕັງເຈ້ຍຊ້າ ຮອງເລຂາພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງວຽງຈັນ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນປະເທດ ຕາມຄໍາສັ່ງຂອງຄະນະເລຂາທິການສູນ
ກາງພັກ, ໂດຍການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຕາງໜ້າກົມ
ໃຫຍ່, ກົມນ້ອຍ, ຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການເລື່ອນໜ້າທີ່ໃໝ່ ແລະ ການເລື່ອນຊັ້ນໃໝ່ໃຫ້ນາຍທະຫານໃນຄັ້ງນີ້ ແມ່ນອີງ
ໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢູ່ກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ເຊິ່ງເປັນ
ການມອບໝາຍໜ້າທີ່ອັນໜັກໜ່ວງສໍາລັບພະນັກງານນໍາພາບັນຊາໃນກຳລັງປະກອບອາວຸດຂອງພວກເຮົາໃນເງື່ອນໄຂສະພາບການຂອງໂລກພວມຜັນແປ
ໄປຢ່າງສັບສົນ ເຊິ່ງມັນກະທົບໂດຍກົງຕໍ່ພວກເຮົາກໍຄື: ໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສໍາ
ຄັນຕ່ໍຜູ້ທ່ີໄດ້ຮັບການເລື່ອນໜ້າທີ່ໃໝ່, ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໜັກໃຫ້ສືບຕໍ່ບຸກບືນເຝິກຝົນຫຼໍ່ຫຼອມຕົນເອງໃນຂະບວນການປະຕິບັດໜ້າທີ່
ວຽກງານຕົວຈິງ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຢ່າງເປັນເຈົ້າການ, ປັບປຸງແບບແຜນວິທີເຮັດວຽກໃຫ້
ມີວິທະຍາສາດ, ຕິດພັນກັບທັດສະນະມະຫາຊົນ, ສືບຕໍ່ເປັນຫັຼກແຫ່ຼງເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນພາຍນອກໃຫ້ກວ້າງຂວາງ ແລະ ເປັນເຈົ້າ
ການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ກະຊວງປ້ອງກັນປະເທດວາງອອກໃຫ້ໄດ້ຮັບໝາກຜົນສູງ.