ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດ​ງານ​ສະ​ແດງ​ສິລະ​ປະ ໃນ​ໂອກາດ​ເປີດ​ສົກ​ຮຽນ​ໃໝ່ ​ແລະ ວັນ​ສຳຄັນ​ຂອງ​ຊາດ


ສະຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງ, ຫົວໜ້າ ການເມຶືອງວປກ

     ວັນທີ 29 ຕຸລາ ນີ້, ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ( ວປກ ) ໄດ້ຈັດການສະແດງສິລະປະຂອງ ກອງສິລະປະກອນກອງທັບ, ມີ ສະ
ຫາຍ ພົນຕີ ຄໍາຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງ, ຫົວໜ້າ ການເມຶືອງ ວປກ, ມີຄະນະພັກ ຄະນະບັນຊາ ວປກ, ພະນັກງານຄູ-ອາຈານ ພ້ອມ
ດ້ວຍນັກສຶກສາທົ່ວ ວປກ ເຂົ້າຊົມຢ່າງເປັນຂະບວນຟົດຟື້ນ.

     ໂອກາດນີ້, ສະຫາຍ ພັນເອກ ຄໍາພາ ດວງພະຈັນ ຫົວໜ້າ ການທະຫານກອງສິລະປະກອນກອງທັບ ຜູ້ຊີ້ນໍາການສະແດງໄດ້ຂຶ້ນກ່າວຈຸດປະສົງໃນການ
ສະແດງສິລະປະໃນຄັ້ງນີ້, ໂດຍຈຸດປະສົງຫຼັກ ແມ່ນເພື່ອຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດຂອງ ປະທານ ໄກ
ສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນເປີດສົກຮຽນໃໝ່ 2020-2021 ຂອງ ວປກ ອີກດ້ວຍ.

     ການສະແດງຄັ້ງນີ້ລວມມີ ບົດຟ້ອນ, ບົດເພງ ແລະ ບົດລະຄອນ. ເພື່ອໃຫ້ພະນັກງານ, ຄູ-ອາຈານພ້ອມດ້ວຍນັກສຶກສາທົ່ວ ວປກ ມີບັນຍາກາດຟົດ
ຟື້ນມ່ວນຊື່ນກຽມຈິດກຽມໃຈເຂົ້າສູ່ສົກຮຽນໃໝ່ ແລະ ເພື່ອເປັນການຫວນຄືນມູນເຊື້ອການຕໍ່ສູ້ກູ້ຊາດຂອງປວງຊົນລາວ ພາຍໃຕ້ການນຳພາຂອງພັກ,
ສະແດງຄວາມຮູ້ບຸນຄຸນມາຍັງການນຳພັກ-ລັດ ໂດຍສະເພາະກໍຄື ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດເລືອດເນື້ອເຫື່ອໄຄ, ສະຕິປັນຍາ ຊີ້ນຳ-ນຳພາ
ຕໍ່ສູ້ກູ້ຊາດ, ປົດປ່ອຍຊາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.