ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການເມືອງ,
ຮອງຫົວໜ້າກົມ ແລະ ບັນດາຫົວໜ້າພະແນກການຕ່າງໆທີ່ຂຶ້ນກັບ

     ໃນວັນທີ 28 ທັນວາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການເມືອງ, ຮອງຫົວໜ້າກົມ ແລະ
ພະແນກການຕ່າງໆທີ່ຂຶ້ນກັບ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງ
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເຊິ່ງມີຫົວໜ້າກົມ, ຮອງກົມ, ຫ້ອງການ, ພະແນກ ແລະ ພະນັກງານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຕະຫຼອດຮອດຄະນະ
ພັກ-ຄະນະບັນຊາກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ປະສິດ ທ່ຽງທຳ ເປັນປະທານພິທີປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງການເມືອງ, ຮອງຫົວໜ້າກົມ ແລະ ພະແນກການຕ່າງໆທີ່ຂຶ້ນກັບ

     ພັນໂທ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການແຕ່ງຕັ້ງຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ແລະ ຕຳແໜ່ງອື່ນໆ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ອີງ
ຕາມໜັງສືສະເໜີຂອງກົມໃຫຍ່ເສນາທິການກອງທັບ ແລະ ອີງຕາມມາດຖານຂອງນາຍທະຫານກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ພັນໂທ ເທບພະ
ພອນ ຫອມດີ ເປັນຮອງຫົວໜ້າຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ, ຍົກຍ້າຍ ພັນໂທ ບຸນຍົດ ພົງສະຫວັດ ຫົວໜ້າພະແນກຢູ່ຫ້ອງການເມືອງ
ກົມໃຫຍ່ເສນາທິການກອງທັບ ໄປໃຫ້ກົມປ້ອງກັນອາກາດ ແລະ ແຕ່ງຕັ້ງ ພັນໂທ ບຸນຍົດ ພົງສະຫວັດ ເປັນຮອງຫົວໜ້າກົມປ້ອງກັນອາກາດ, ຍົກຍ້າຍ
ພັນໂທ ບຸນສົດ ອິນສີມາ ຮອງຫົວໜ້າຫ້ອງເສນາທິການກອງພົນທີ 5 ໄປໃຫ້ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ແລະ ແຕ່ງຕັ້ງ ພັນໂທ ບຸນສົດ
ອິນສີມາ ເປັນຮອງຫົວໜ້າກົມຊ່າງແສງ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະບັນຊາໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ, ກະຊວງປ້ອງ
ກັນປະເທດຕົກລົງແຕ່ງຕັ້ງບັນດາຮອງຫົວໜ້າໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານຄື: ພັນໂທ ອານົງສີ ແກ້ວຄຳພັນ ເປັນຮອງຮັບຜິດ
ຊອບວຽກງານການເມືອງ, ພັນໂທ ຄຳຜຸຍ ໂຊດມີໄຊ ເປັນຮອງຮັບຜິດຊອບວຽກງານເຕັກນິກ, ພັນໂທ ແກ້ວລະຄອນ ຈັນນິພອນ ເປັນຮອງຮັບຜິດຊອບ
ວຽກງານພະລາທິການ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າເຂດພາກໃຕ້, ພາກກາງ ແລະ ເຂດພາກເໜືອທີ່ຂຶ້ນກັບໂຄງການສື່ສານຮັບໃຊ້ການນຳ ແລະ
ພາກລັດບໍລິຫານ ເຊິ່ງກົມໃຫຍ່ການເມືອງກອງທັບຕົກລົງ: ແຕ່ງຕັ້ງ ພັນໂທ ຄຳພວງ ຈັນທະວົງສາ ເປັນຫົວໜ້າເຂດພາກໃຕ້, ແຕ່ງຕັ້ງ ພັນໂທ ຈັນ ເພົ້າ
ດາວັນ ເປັນຫົວໜ້າເຂດພາກກາງ ແລະ ແຕ່ງຕັ້ງ ພັນຕີ ບຸນ ນຽນ ເປັນຫົວໜ້າເຂດພາກເໜືອ ທີ່ຂຶ້ນກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດ
ບໍລິຫານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການທີ່ຂຶ້ນກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ, ກົມໃຫຍ່ການເມືອງກອງ
ທັບຕົກລົງແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງພະແນກທີ່ຂຶ້ນກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານຄື: ພັນໂທ ກິນດາວົງ ໂພນທະວີ
ເປັນຫົວໜ້າຄົ້ນຄວ້າພັດທະນາ, ພັນຕີ ອຸດອນ ໄຊມຸງ ຄຸນ ເປັນຫົວໜ້າພະແນກແຜນການ ແລະ ການຮ່ວມມື, ພັນຕີ ສີທັດ ເພັດສົງຄາມ ເປັນຫົວໜ້າ
ພະແນກຈັດຕັ້ງ-ບໍລິຫານ, ຮ້ອຍເອກ ອຸໄລກອນ ກົມມະເມືອງ ເປັນຫົວໜ້າພະແນກກວດກາ, ຮ້ອຍເອກ ນາງ ວັນນະຍຸ ພິມມະສອນ ເປັນຫົວໜ້າພະແນກ
ການຕະຫຼາດ, ຮ້ອຍເອກ ບຸນທະວີ ໂສວານັດ ເປັນຫົວໜ້າພະແນກເຕັກນິກ, ຮ້ອຍເອກ ສົມນຶກ ທິມາລາ ເປັນຫົວໜ້າພະແນກຄຸ້ມຄອງຂໍ້ມູນຂ່າວສານ,
ຮ້ອຍເອກ ໄຊຊະນະ ໂສພະວົງ ເປັນຫົວໜ້າພະແນກກໍ່ສ້າງໂຄງລ່າງພື້ນຖານ, ຮ້ອຍໂທ ອຸທິກອນ ຫຼ້າບຸນທັນ ເປັນຫົວໜ້າພະແນກໄອທີ, ຮ້ອຍໂທ ແກ້ວ
ມະນີ ວົງພົມ ເປັນຫົວໜ້າພະແນກຄຸ້ມຄອງບັນຊີ-ການເງິນ, ພັນຕີ ລຳໄພ ດວງຕາ ເປັນຮອງພະແນກຈັດຕັ້ງບໍລິຫານ, ພັນຕີ ນີວອນ ແກ້ວບຸນໂຮມ ເປັນ
ຮອງພະແນກແຜນການ ແລະ ການຮ່ວມມື, ພັນຕີ ບຸນກວ້າງ ສີສະແຫວງສຸກ ເປັນຮອງພະແນກຄົ້ນຄວ້າພັດທະນາ, ຮ້ອຍເອກ ພຸດທະວີ ວັນບຸນເຮືອງ
ເປັນຮອງພະແນກກວດກາ, ຮ້ອຍໂທ ນາງ ພິລາວັນ ມະນີວົງ ເປັນຮອງພະແນກຄຸ້ມຄອງບັນຊີ-ການເງິນ, ຮ້ອຍໂທ ສຸວັນນະສອນ ພອນທະຈັກ ເປັນຮອງ
ພະແນກການຕະຫຼາດ, ຮ້ອຍໂທ ພະນົມພອນ ສາລີພອນ ເປັນຮອງພະແນກເຕັກນິກ, ຮ້ອຍໂທ ບຸນຄົງ ວໍລະວົງ ເປັນຮອງພະແນກໄອທີ, ຮ້ອຍໂທ ພັນທະ
ມິດ ແກ້ວພິລາ ເປັນຮອງພະແນກຄຸ້ມຄອງຂໍ້ມູນຂ່າວສານ, ຮ້ອຍໂທ ອ່າງຄຳ ວິໄລແສງ ເປັນຮອງພະແນກກໍ່ສ້າງໂຄງລ່າງພື້ນຖານ, ຮ້ອຍໂທ ນາງ ປິ່ນແກ້ວ
ໄຊວົງກົດ ເປັນຮອງພະແນກຄຸ້ມຄອງ-ບຳລຸງຮັກສາ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງພະແນກ ອົບຮົມການບິນທີ່ຂຶ້ນກັບກົມທະຫານອາກາດ ກົມ
ໃຫຍ່ເສນາທິການກອງທັບ, ກົມໃຫຍ່ການເມືອງກອງທັບຕົກລົງແຕ່ງຕັ້ງ ພັນຕີ ຄຳສຸກ ສີດີທອງຄຳ ເປັນຮອງພະແນກອົບຮົມການບິນກົມທະຫານອາກາດ
ກົມໃຫຍ່ເສນາທິການກອງທັບ.

     ໂອກາດປະກາດການແຕ່ງຕັ້ງນີ້ ທ່ານ ພົນຈັດຕະວາ ປະສິດ ທ່ຽງທຳ ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳກ່ຽວກັບການປັບປຸງບູລະນະການຈັດຕັ້ງໃນ
ຄັ້ງນີ້ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງຂັ້ນເທິງເພື່ອແນໃສ່ເຮັດໃຫ້ບັນດາເຫຼົ່າຮົບ, ກົມກອງມີຄວາມເຂັ້ມແຂງ ແລະ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນ
ການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ແລະ ເປັນພະນັກງານການນຳແລ້ວຕ້ອງເປັນແບບຢ່າງໃນການເຄື່ອນໄຫວໜ້າທີ່ຕ່າງໆ, ເສີມຂະຫຍາຍຄວາມສາ
ມັກຄີລະຫວ່າງຂັ້ນເທິງກັບຂັ້ນລຸ່ມຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຮຽກຮ້ອງໃຫ້ບັນດາສະຫາຍຜູ້ທີ່ຖືກ
ແຕ່ງຕັ້ງໃນຄັ້ງນີ້ຕ້ອງຍົກສູງຄວາມຮັບຜິດຊອບໜ້າທີ່ອັນໜັກໜ່ວງ ແລະ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງ
ໜັກແໜ້ນມີທັດສະນະຫຼັກໝັ້ນຊື່ສັດບໍລິສຸດ, ມີສະຕິເຄົາລົບນັບຖືລະບຽບກົດໝາຍ ແລະ ມີທັດສະນະມະຫາຊົນຖືກຕ້ອງ.