ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືຜ່ານແບບໂຄງການກໍ່ສ້າງ
ອະນຸສອນສະຖານຄຸກກັກຂັງບັນດາຜູ້ນຳແນວລາວຮັກຊາດ

     ວັນທີ 31 ທັນວາ 2018 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມປຶກສາຫາລືຜ່ານແບບໂຄງການກໍ່ສ້າງອະນຸ
ສອນສະຖານ (ຄຸກກັກຂັງບັນດາຜູ້ນຳແນວລາວຮັກຊາດ) ທີ່ໂພນເຄັງ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະ
ຫານ, ມີ ທ່ານ ຕຽງຄຳ ສອນຊ້າຍ ອຳນວຍການບໍລິສັດສຸດທິດາສຳຫຼວດອອກແບບ ແລະ ກໍ່ສ້າງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມປຶກສາຫາລືຜ່ານແບບໂຄງການກໍ່ສ້າງ
ອະນຸສອນສະຖານ (ຄຸກກັກຂັງບັນດາຜູ້ນຳແນວລາວຮັກຊາດ)

     ບໍລິສັດໄດ້ອອກແບບກໍ່ສ້າງຈາກການໃຫ້ຂໍ້ມູນຂອງ ທ່ານ ບົວສີ ຈະເລີນສຸກ ອະດີດການນຳແນວລາວຮັກຊາດທີ່ຖືກກັກຂັງໃນຄຸກໂພນເຄັງປີ 1960 ແລະ ຂໍ້ມູນ
ຈາກສະໜາມຕົວຈິງ ການກໍ່ສ້າງອະນຸສອນສະຖານປະຕິວັດແຫ່ງນີ້ແມ່ນປະຕິບັດຕາມທິດຊີ້ນຳຂອງກົມການເມືຶອງສູນກາງພັກ ໂດຍສະເພາະທິດຊີ້ນຳຂອງກະຊວງປ້ອງກັນ
ປະເທດເຫັນດີໃຫ້ມີການກໍ່ສ້າງອະນຸສອນສະຖານຄຸກໂພນເຄັງ ໂດຍມີໜ້າວຽກທັງໝົດ 8 ໜ້າວຽກໃຫຍ່ ເປັນຕົ້ນສ້າງຄືນອາຄານຄຸກທີ່ມີຂະໜາດກວ້າງ 7 ແມັດ, ຍາວ
32,25 ແມັດ ແບ່ງອອກເປັນສອງທາງຍ່າງອ້ອມ, ລະບຽງເບື້ອງລະ 1 ແມັດ, ມີຫ້ອງນອນ 30 ຫ້ອງ ຟາກລະ 15 ຫ້ອງ ໃນນັ້ນແຕ່ລະຫ້ອງມີຕຽງນອນ, ໂຕະ 1 ໜ່ວຍ, ຕັ່ງ
1 ໜ່ວຍ ແລະ ຫີບມ້ຽນເຄື່ອງ ສຳລັບອ້ອມອາຄານຄຸກມີອາຄານມ້ຽນເຄື່ອງ (ບ່ອນຝາກເຄື່ອງ) 1 ຫຼັງ, ບ່ອນພັກພະນັກງານ 1 ຫຼັງ, ຫ້ອງນໍ້າ 1 ຫຼັງ, ມີກຳແພງອ້ອມ 3 ຊັ້ນ
ຄື: ຊັ້ນດິນຈີ່ 1 ຊັ້ນ ແລະ ຊັ້ນອ້ອມດ້ວຍສັງກະສີ 1 ຊັ້ນ, ຊັ້ນໃນສຸດແມ່ນລ້ອມດ້ວຍໜາມໝາກຈັບ ພາຍໃນມີເດີ່ນຫຍ້າ, ສວນດອກໄມ້ ແລະ ປູກຕົ້ນໝາກຫຸ່ງອ້ອມຮອບ
ພາຍນອກມີປ້ອມຍາມ 1 ຫຼັງ, ມີປືນອາແອມສອງກະບອກ ແລະ ມີດອກໄຟສະປອດໄລ 4 ແຈຂອງກຳແພງ ຄາດວ່າໂຄງການດັ່ງກ່າວສ້າງສຳເລັດຈະເປັນບ່ອນຄົ້ນຄວ້າສຶກ
ສາປະຫວັດສາດໃຫ້ພະນັກງານ-ນັກຮົບ, ພະນັກງານລັດຖະກອນ, ນັກຮຽນ-ນັກສຶກສາ ແລະ ພໍ່ແມ່ປະຊາຊົນເຫັນໄດ້ຄວາມປີຊາສາມາດການນຳຂອງພັກ ແລະ ຄວາມສະ
ຫຼາດໄຫວພິກຂອງຜູ້ນຳລາວທັງ 16 ທ່ານ ທີ່ປະຕິບັດການໂຕນອອກຈາກຄຸກໂພນເຄັງໄດ້ຢ່າງປອດໄພໃນທ່າມກາງສະພາບແວດລ້ອມທີ່ໜີບຮັດ ແລະ ມີອຸປະສັກນາໆປະ
ການ.