ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການຈັດຕັ້ງ ຊາວໝຸ່ມ-​ແມ່ຍິງ ອວຍພອນຄະນະກົມໃຫຍ່ເຕັກນິກກອງທັບ


     ວັນທີ 31 ທັນວາ 2019 ນີ້, ຫົວໜ້າ ພະແນກຊາວໜຸ່ມ ພ້ອມດ້ວຍສະຫະພັນແມ່ຍິງກົມໃຫຍ່ເຕັກນິກ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພົນຈັດ
ຕະວາ ຄຳພາ ສີພອນໄຊ, ກຳມະການ ຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2019 ແລະ ຕ້ອນ
ຮັບປີໃໝ່ ຄສ 2020.

     ໃນໂອກາດດັ່ງກ່າວຕາງໜ້າ ອົງການຈັດຕັ້ງທັງສອງພາກສ່ວນໄດ້ກ່າວຄຳອວຍພອນໄຊ ອັນປະເສີດໃຫ້ແກ່ ສະຫາຍ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ແລະ ຄະ
ນະນໍາກົມໃຫຍ່ເຕັກນິກຕະຫຼອດຮອດພະນັກງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ແຕ່ລະຂົງເຂດ, ຈົ່ງມີສຸຂະພາບແຂງແຮງຕະຫຼອດປີໃໝ່, ມີຄວາມຜາສຸກໃນຊີວິດສ່ວນ
ຕົວ ແລະ ຄອບຄົວ ເພື່ອສືບຕໍ່ເຮັດສຳເລັດໜ້າທີ່ ການເມືອງຂອງຕົນທີ່ການຈັດຕັ້ງ ກໍຄືຂັ້ນເທິງມອບໝາຍໃຫ້ ແລະ ສືບຕໍ່ຊີ້ນໍາ-ນໍາພາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ
ເປັນກ້າວໆ.

     ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄຳພາ ສີພອນໄຊ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ກໍໄດ້ສະແດງຄວາມຂອບອົກຂອບໃຈ, ຄວາມເປັນຫ່ວງເປັນ
ໄຍພ້ອມທັງອວຍ ພອນໄຊອັນປະເສີດ ໃຫ້ຊາວໜຸ່ມ-ສະຫະພັນແມ່ຍິງກົມໃຫຍ່ເຕັກນິກກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບ
ຄົວ, ມີຜົນສຳເລັດໃນທຸກໜ້າທີ່ວຽກງານ ເພື່ອເປັນກ້ອນກຳລັງແຮງໃນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກົມໃຫຍ່ເຕັກນິກກອງທັບ ໃຫ້
ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ.