ຄະນະນຳ ກມທ ອວຍພອນຄະນະນຳກົມໃຫຍ່ການເມືອງ ປກສ
ວັນທີ 30 ມີນາ 2017 ນີ້, ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ ພ້ອມດ້ວຍຄະນະໄດ້ນຳເອົາກະຕ່າດອກໄມ້ ແລະຄຳອວຍພອນອັນປະເສີດໄປອວຍພອນ ທ່ານ ພົນຈັດຕະວາ ອາລູ ວາລີຊື ຄະນະປະຈຳພັກກະຊວງ
ປ້ອງກັນຄວາມສະຫງົບ, ຫົວໜ້າກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມ
ສະຫງົບທີ່ຈະໝູນວຽນມາຄົບຮອບ 56 ປີ ( 5 ເມສາ 1961-5 ເມສາ 2017).
ພົນຈັດຕະວາ ວັນທອງ ກອງມະນີ ອວຍພອນຄະນະນຳກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ
ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກໍໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ກໍກ່າວມີຄຳເຫັນ ແລະ
ອວຍພອນອັນປະເສີດແກ່ຄະນະນຳກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ຈົ່ງມີສຸຂະພາບເຂັ້ມແຂງ, ປາສະຈາກໂລກໄພນາໆປະການບຽດບຽນ
ແລະພ້ອມກັນສືບຕໍ່ກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ກໍຄືກົມໃຫຍ່ການເມືອງໃຫ້ມີແບບແຜນທັນສະໄໝເປັນກ້າວໆ, ສືບຕໍ່ຮ່ວມກັບໝູ່ຄະນະຊີ້ນຳ-ນຳ
ພາກົມກອງຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.
ໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ອາລູ ວາລີຊື ໄດ້ຕ່າງໜ້າໃຫ້ການນຳກົມໃຫຍ່ການເມືອງ ປກສ ສະແດງຄວາມຂອບໃຈຕໍ່ບັນດາຄະນະນຳກົມ
ໃຫຍ່ການເມືອງກອງທັບ ທີ່ໄດ້ນຳເອົາກະຕ່າດອກໄມ້ມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ຄະນະທີ່ມາອວຍພອນຕະຫຼອດຮອດພະນັກງານ-ນັກ
ຮົບໃນກົມກອງ ຈົ່ງມີແຕ່ສຸຂະພາບແຂງແຮງ ພ້ອມກັນສືບຕໍ່ຊີ້ນຳ-ນຳພາອົງການຂອງຕົນ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດ ຄືຂັ້ນເທິງມອບໝາຍໃຫ້
ດ້ວຍຜົນສຳເລັດຢ່າງຈົບງາມ.