ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງໄຊສົມບູນ ເປີດກອງປະຊຸມ
ສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ

     ໃນວັນທີ 28 ມີນາ 2018 ນີ້, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານ
ການເມືອງພັດທະນາຊົນນະບົດຂຶ້ນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ
ພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງມີຄະນະພັກແຂວງ, ຄະນະພັກເມືອງ, ເຈົ້າເມືອງ, ຄະນະຊີ້ນຳພັດທະນາ 3 ຈຸດສຸມ, ແຂວງໄຊສົມບູນ, ຫ້ອງ
ການປົກຄອງເມືອງ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ພັນໂທ ຈັນທີ ວັນລາວົງ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ວຽກງານທີ່ໄດ້ຈັດຕັ້ງປະຕິບັດ
ໃນໄລຍະຜ່ານມາ ໂດຍຊີ້ບອກວ່າ: ໄລຍະຜ່ານມາຄະນະພັກແຂວງ ໄຊສົມບູນໄດ້ສົມທົບກັບຄະນະຊີ້ນຳພັດທະນາ 3 ຈຸດສຸມແຂວງໄຊສົມບູນໄດ້ເອົາໃຈ
ໃສ່ລົງໂຄສະນາຂົນຂວາຍສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວພາຍໃນແຂວງໄດ້ຮັບຮູ້ເຊື່ອມຊຶມ, ເຂົ້າໃຈແຈ້ງ
ຕໍ່ແນວທາງນະໂຍບາຍຂອງພັກ-ລັດໃນການພັດທະນາເສດຖະກິດ-ສັງຄົມ, ມີສະຕິຕື່ນຕົວສູງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມ
ສະຫງົບທົ່ວປວງຊົນຮອບດ້ານຂອງພັກຢ່າງຕັ້ງໜ້າ ປຸກລະດົມໃຫ້ປະຊາຊົນມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງນອນຂອງຕົນເອງ ພ້ອມ
ກັນສ້າງສາພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ເຂັ້ມແຂງ ແລະ ເຮັດໃຫ້ຄອບຄົວຄ່ອຍຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

     ໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານການເຄື່ອນໄຫວຂອງບັນດາສະຫາຍ ແລະ
ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງນຳພາ ແນວຄິດ,ສຶບຕໍ່ໂຄສະນາຂົນຂວາຍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າໃຈແຈ້ງແນວທາງນະໂຍ
ບາຍຂອງພັກ-ລັດ, ມີຄວາມຕື່ນຕົວປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມກັນເຮັດໃຫ້ສະພາບພາຍໃນຂອບເຂດແຂວງ
ມີຄວາມສະຫງົບປອດໄພໂດຍພື້ນຖານ.