ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນຕີ ສຸວອນ ເລືອງບຸນມີ ລົງຊຸກຍູ້ ແລະ
ກວດກາໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ

     ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ພ້ອມ
ດ້ວຍຄະນະ ໄດ້ລົງກວດກາໂຄງການກໍ່ສ້າງໂຮງຮຽນທະຫານ ຊາຍແດນ 712 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ພັນໂທ ອຸ່ນຄຳ ສີແຫວນວົງສັກ
ຮອງຫົວໜ້າກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບ, ມີບັນດາບໍລິສັດ ແລະພະນັກງານທີ່ມາຈາກກົມກໍ່ສ້າງ ກົມໃຫຍ່ພະລາທິການກອງທັບ
ເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ລົງກວດກາໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ 712

     ພັນໂທ ເຈືອງ ກົງທິງ ຜູ້ອຳນວຍການບໍລິສັດ 36 ແລະບໍລິສັດເຂດ 4 ຂອງ ສສ ຫວຽດນາມ ເປັນຜູ້ຮັບເໝົາໂຄງການ ກໍໄດ້ລາຍງາຍໂດຍຫຍໍ້ໃຫ້
ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ 712 ເປັນການກໍ່ສ້າງແບບອາຄານຄົບວົງຈອນ ມີອາຄານຊັ້ນດຽວ ແລະອາຄານ 3 ຊັ້ນ, ໂຄງການດັ່ງ
ກ່າວເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມີນາ 2016 ມາຮອດໄລຍະນີ້ແມ່ນສາມາດສຳເລັດແລ້ວ 95% ຂອງໂຄງການ, ຄາດວ່າຈະໃຫ້ສຳເລັດ ແລະ
ມອບຮັບໂຄງການໃນຕົ້ນເດືອນມິຖຸນາ 2017 ນີ້, ຈາກນັ້ນ ທ່ານ ພົນຕີ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ກໍໄດ້ລົງກວດກາເບິ່ງໂຄງການການກໍ່
ສ້າງອາຄານ 3 ຊັ້ນຂອງອຳນວຍການ, ກວດກາ ເບິ່ງຫ້ອງຮຽນ 3 ຊັ້ນ, ກວດກາເບິ່ງສະໂມສອນ, ຫໍສະມຸດ, ຫໍມູນເຊື້ອ, ເຮືອນນອນຂອງນັກຮຽນ, ກວດ
ກາເບິ່ງເຮືອນຄົວ, ເຮືອນມ້ຽນລົດ, ກວດກາເບິ່ງສາງ ອຸປະໂພກ-ບໍລິໂພກ ແລະສາງອາວຸດ.

     ໂອກາດດັ່ງກ່າວ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກ ແລະໃຫ້ທິດຊີ້ນຳແກ່ບັນດາບໍລິສັດຜູ້ຮັບເໝົາຈົ່ງສືບຕໍ່ເອົາໃຈໃສ່ປັບປຸງຈັດວາງສະ
ຖານທີ່ ແລະເຮັດບ່ອນລະບາຍນໍ້າໃຫ້ສະດວກສະບາຍ, ຈັດສັນເຮືອນນອນຂອງນັກຮຽນ, ປັບປຸງຫ້ອງນ້ຳ, ຈັດສັນເບິ່ງສະຖານທີ່ປູກໄມ້ປະດັບລຽບຕາມ
ເສັ້ນທາງ, ສະຖານທີ່ເດີ່ນຫລິ້ນກີລາ, ບ່ອນຈອດລົດໃຫ້ສະດວກສະບາຍ, ຈັດວາງສີສັນໂລໂກ້ຕ່າງໆໃຫ້ເໝາະສົມກັບໂຄງການປະກອບສ້າງຂອງໂຄງການ.