ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ໃນວັນທີ 2 ພຶດສະພາ 2017 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ໄດ້ຈັດພິທີປະກາດ ເລື່ອນຊັ້ນໃຫ້ນາຍທະຫານທີ່ມີເງື່ອນໄຂ ແລະ
ຜົນງານດີເດັ່ນຫ້າວຫັນຈຳນວນໜຶ່ງທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ຈັນທອງ ສອນຕະ
ອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.


ພົນຈັດຕະວາ ຈັນທອງ ສອນຕະອາດ ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ

     ທ່ານ ພົນຈັດຕະວາ ຈັນທອງ ສອນຕະອາດ ໄດ້ໃຫ້ກຽດໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່, ກ່ອນອື່ນສະຫາຍສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ພະນັກງານທະຫານທີ່ໄດ້ຮັບເລື່ອນຊັ້ນໃໝ່ ແລະໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ນະໂຍບາຍຂອງພັກ-ລັດທີ່ໄດ້ກຳນົດໄວ້ໃນກົດໝາຍ
ນາຍທະຫານກອງທັບປະຊາຊົນລາວໃຫ້ມີຄວາມເຂັ້ມແຂງມີລະບຽບວິໄນໜັກແໜ້ນ ພ້ອມທັງເປັນການມອບໝາຍໜ້າທີ່ອັນມີກຽດ ໃຫ້ແກ່ບັນດາສະ
ຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່, ເປັນໜ້າທີ່ອັນໜັກໜ່ວງໃນການບັນຊາຄຸ້ມຄອງບໍລິຫານ ວຽກງານ ແລະແບບແຜນວິທີເຮັດວຽກໃຫ້ກ້າວສູ່ແບບ
ແຜນທັນສະໄໝຂຶ້ນເລື້ອຍໆດ້ວຍການຍົກສູງຄວາມຮັບຜິດຊອບໜ້າທີ່ທີ່ໄດ້ຮັບການມອບໝາຍໄປຄຽງຄູ່ກັນນັ້ນຕ້ອງກຳແໜ້ນສະພາບການຂອງໂລກ
ກໍຄືພາກພື້ນ ເພື່ອຕ້ານທຸກເລ່ລ່ຽມກົນອຸບາຍຫຼາຍດ້ານຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພລະບອບໃໝ່ຂອງພວກເຮົາ, ເອົາໃຈໃສ່ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ
ເອງສ້າງໃຫ້ໄດ້ຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ແນວທາງການປ່ຽນໃໝ່ຂອງພັກ, ເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ.

     ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຍັງໄດ້ຮຽກຮ້ອງໃຫ້ພະນັກງານນຳພາ-ບັນຊາຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ ແລະກຳ
ແໜ້ນຂໍ້ກຳນົດໝາຍຂອງລັດ ຕ້ອງດຳເນີນຊີວິດການເມືອງຢ່າງຕໍ່ເນື່ອງລຽນຕິດ, ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ,
ເຮັດວຽກເປັນໝູ່ຄະນະມີປະຊາທິປະໄຕ, ເຮັດວຽກໃຫ້ບຸກຄົນຮັບຜິດຊອບ ເພີ່ມຄວາມສາມັກຄີໃຫ້ແໜ້ນແຟ້ນ, ຫຼີກລ້ຽງແນວຄິດຫ່າງເຫີນມະຫາຊົນ,
ແບ່ງພັກ, ແບ່ງພວກ, ຈຸ້ມເຈື້ອເຊື້ອສາຍ, ຕ້ອງຮູ້ເອົາໃຈໃສ່ດັດແປງວິທີເຮັດວຽກ, ມີຫົວຄິດປະດິດສ້າງ ບໍ່ລໍຖ້າແຕ່ຄຳສັ່ງເຮັດວຽກ ມີແບບແຜນວິທະ
ຍາສາດ, ທຽບທັນກັບສາກົນ.

     ການປະກາດເລື່ອນຊັ້ນໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບໃນຄັ້ງນີ້ ມີຮ້ອຍເອກຂຶ້ນພັນຕີ ຈຳນວນ 16 ສະຫາຍ , ຮ້ອຍໂທຂຶ້ນຮ້ອຍ
ເອກຈຳນວນ 115 ສະຫາຍ, ແລະຮ້ອຍຕີຂຶ້ນຮ້ອຍໂທຈຳນວນ 75 ສະຫາຍ.