ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ສຳເລັດການຢ້ຽມຢາມມິດຕະພາບ ສປ ຈີນ

     ຄະນະຜູ້ແທນການທະຫານຂັ້ນສູງກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ເຊິ່ງນໍາໂດຍ ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງ
ພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ສໍາເລັດການເດີນທາງຢ້ຽມຢາມ
ມິດຕະພາບ ສປ ຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 22-27 ເມສາ 2018, ໂດຍການຕ້ອນຮັບຂອງສະຫາຍ ພົນເອກ ແມ່ວຮົ່ວ ຫົວໜ້າກົມວຽກ
ງານການເມືອງ ຄະນະກໍາມະການທະຫານສູນກາງ ສປ ຈີນ.


ພົນໂທ ວິໄລ ຫຼ້າຄໍາຟອງ ສໍາເລັດການເດີນທາງຢ້ຽມຢາມມິດຕະພາບ ສປ ຈີນ

     ການພົບປະທັງສອງຝ່າຍໄດ້ທົບທວນຫວນຄືນມູນເຊື້ອການພົວພັນຮ່ວມມື ແລະ ການຢ້ຽມຢາມຂອງຜູ້ນຳຂັ້ນສູງສອງປະເທດ ແລະ ແຈ້ງສະພາບ
ການໃຫ້ກັນຮັບຊາບ, ພ້ອມທັງປຶກສາຫາລືກ່ຽວກັບການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນສະເພາະໜ້າ ກໍຄືຍາວນານ, ໃນນີ້ສອງຝ່າຍໄດ້ຍຶດໝັ້ນ,
ບົນພື້ນຖານໃນຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດສະຫາຍທີ່ດີ, ຄູ່ຮ່ວມມືຍຸດທະສາດທີ່ດີ, ເນັ້ນໜັກດ້ານການເພີ່ມທະວີຮັດແໜ້ນສາຍພົວພັນສາ
ມັກຄີທີ່ເປັນມູນເຊື້ອລະຫວ່າງສອງຊາດ, ສອງກອງທັບ ໂດຍສະເພາະກໍແມ່ນກົມວຽກງານການເມືອງຄະນະກໍາມະການທະຫານສູນກາງ ສປ ຈີນ ກັບກົມ
ໃຫຍ່ການເມືອງກອງທັບປະຊາຊົນລາວໃຫ້ແໜ້ນແຟ້ນ ແລະ ຂະຫຍາຍຕົວຂຶ້ນສູງກວ່າເກົ່າ. ສອງຝ່າຍຍັງໄດ້ເຊັນບົດບັນທຶກຊ່ວຍຈໍາລະຫວ່າງສອງກົມ
ໃຫຍ່ການເມືອງລາວ-ຈີນ ຕາງໜ້າຝ່າຍລາວໂດຍ ສະຫາຍ ພັນເອກ ອິນກອງ ວຽງດາວົງ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບປະຊາຊົນລາວ
ຝ່າຍຈີນ ໂດຍແມ່ນ ສະຫາຍ ພົນໂທ ຕູ້ກັ່ງ ຫົວໜ້າຫ້ອງການ ກົມວຽກງານການເມືອງຄະນະກໍາມະການທະຫານສູນກາງ ສປ ຈີນ.

     ຈາກນັ້ນຄະນະຜູ້ແທນກົມໃຫຍ່ການເມືອງກອງທັບປະຊາຊົນລາວຍັງໄດ້ເດີນທາງໄປຢ້ຽມຢາມກອງພົນທີ 3 ແລະ ໄດ້ຮັບຟັງການລາຍງານທີ່ຕັ້ງພາລະ
ບົດບາດຂອງກອງພົນທີ 3 ໂດຍຫຍໍ້ຈາກຫົວໜ້າກອງພົນທີ 3 ວ່າ: ກອງພົນທີ 3 ມີໜ້າທີ່ຮັບຜິດຊອບປ້ອງກັນນະຄອນຫຼວງປັກກິ່ງ, ແລະ ສະກັດກັ້ນການ
ກໍ່ການຮ້າຍ, ການຕ້ານໄພພິບັດຕ່າງໆທີ່ຈະເກີດຂຶ້ນຈາກທໍາມະຊາດ. ໃນວັນຕໍ່ມາຄະນະຜູ້ແທນກໍໄດ້ເດີນທາງໄປຢ້ຽມຢາມບໍລິ ສັດຫົວເຫວີຍ ທ່ຽວຊົມ
ພາຍໃນບໍລິສັດ, ແລະ ທ່ຽວຊົມຫໍພິພິຕະພັນກອງທັບປົດປ່ອຍປະຊາຊົນຈີນ, ໄດ້ຮັບຮູ້ຜົນງານການຕໍ່ສູ້ຂອງບັນພະບູລຸດຈີນໃນແຕ່ລະຍຸກແຕ່ລະສະໄໝ
ທີ່ແຕກຕ່າງກັນ, ຈາກນັ້ນກໍ່ເຂົ້າຢ້ຽມຂໍ່ານັບ ສະຫາຍ ພົນເອກ ຈ່າງ ໂຢ້ ເຊຍ ຮອງປະທານຄະນະກໍາມະການທະຫານສູນກາງ ສປ ຈີນ, ສະຫາຍ ພົນໂທ
ວິໄລ ຫຼ້າຄໍາຟອງ ໄດ້ແຈ້ງແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໃນຄັ້ງນີ້ໃຫ້ສະຫາຍຮອງປະທານຄະນະກໍາມະການທະຫານສູນກາງ
ສປ ຈີນ ໄດ້ຮັບຊາບ.

     ມາໃນວັນທີ 25 ເມສາ 2018 ຄະນະຜູ້ແທນການທະຫານຂັ້ນສູງກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ກໍໄດ້ເດີນທາງຈາກນະຄອນຫຼວງປັກ
ກິ່ງ, ໄປນະຄອນຊາງຊາ, ຢ້ຽມຢາມມະຫາວິທະຍາໄລເຕັກນິກວິທະຍາສາດປ້ອງກັນຊາດຂອງ ສປ ຈີນ ໂດຍການຕ້ອນຮັບຂອງສະຫາຍ ຫລິວ ນ້ຽນ ກວ່າງ
ຫົວໜ້າການເມືອງມະຫາວິທະຍາໄລເຕັກນິກວິທະຍາສາດປ້ອງກັນຊາດ ສປ ຈີນ ແລະ ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບປະຫວັດຂອງມະຫາວິທະ
ຍາໄລເຕັກນິກວິທະຍາສາດປ້ອງກັນຊາດ ສປ ຈີນ ວ່າ: ວິທະຍາໄລເຕັກນິກວິທະຍາ ສາດປ້ອງກັນຊາດແຫ່ງນີ້ເປັນບ່ອນກໍ່ສ້າງຊຸບຫຼໍ່ພະນັກງານຮຸ່ນໃໝ່ທີ່
ມີຄຸນນະພາບໃຫ້ແກ່ກອງທັບປົດປ່ອຍປະຊາຊົນຈີນ ທັງເປັນບ່ອນຄົ້ນຄວ້າວິທະຍາສາດຂັ້ນພື້ນຖານ, ຄົ້ນຄວ້າເຕັກນິກວິທະຍາສາດປ້ອງກັນຊາດ, ຂອງ
ສປ ຈີນ ພ້ອມທັງທ່ຽວຊົມຫ້ອງຄົ້ນຄວ້າເຕັກນິກອະວະກາດ, ຫ້ອງຄອມພິວເຕີ, ລົດຕິດປືນກົນ, ລົດຕິດກ້ອງທີ່ຄວບຄຸມດ້ວຍດາວທຽມ, ມາໃນວັນທີ
26 ເມສາ ຄະນະຜູ້ແທນການທະຫານຂັ້ນສູງກົມໃຫຍ່ການເມືອງກອງທັບປະຊາຊົນລາວຍັງໄດ້ທ່ຽວຊົມຮູບປັ້ນ, ປະທານເມົາເຈີຕຸງ ອະດີດຜູ້ນຳທີ່ຍິ່ງໃຫຍ່
ເຄົາລົບຮັກຂອງປະຊາຊົນຈີນ ແລະ ບັນດາສະຖານທີ່ທ່ອງທ່ຽວເຊັ່ນ: ພູຊ້າວຊານ, ຖໍ້ານໍ້າຍ້ອຍ ເຊິ່ງເປັນທີ່ສັກກາລະບູຊາຂອງຊາວຈີນມາແຕ່ດົນນານ.