ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ ຜູ້ຕິດເຊື້ອໃໝ່ມື້ນີ້ 112 ຄົນ


     ວັນທີ 2 ພຶດສະພາ ປີ 2021 ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ບົວເທບ ພູມິນ ຮອງ
ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ,
ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວໃນມື້ນີ້ວ່າ: ສຳລັບ ສປປ
ລາວ ໃນວັນທີ 01 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ,
ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້: o ນະຄອນຫຼວງ 34 ຕົວຢ່າງ o ແຂວງວຽງຈັນ 3 ຕົວຢ່າງ o ຈໍາປາສັກ 11 ຕົວຢ່າງ, o ບໍ່ແກ້ວ 60 ຕົວຢ່າງ(ເມືອງ
ຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ) o ສະຫວັນນະເຂດ 3 ຕົວຢ່າງ o ບໍລິຄໍາໄຊ 1 ຕົວຢ່າງ - ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກ
ຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ, ລາຍລະອຽດ
ດັ່ງນີ້:

     - ນະຄອນຫຼວງວຽງຈັນ 591 ຄົນ (ໃໝ່ 34)

     - ແຂວງຈຳປາສັກ 117 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ

     - ແຂວງບໍ່ແກ້ວ 91 ຄົນ (ໃໝ່ 60)

     - ແຂວງສະຫວັນນະເຂດ 28 ຄົນ (ໃໝ່ 3)

     - ແຂວງຫຼວງພະບາງ 14 ຄົນ

     - ແຂວງວຽງຈັນ 13 ຄົນ (ໃໝ່ 3), ຄົນເຈັບແຂວງວຽງຈັນ1 ຄົນ ມາປີ່ນປົວໃນ ນະຄອນຫຼວງວຽງຈັນ

     - ແຂວງສາລະວັນ 6 ຄົນ

     - ແຂວງຫຼວງນ້ຳທາ 6 ຄົນ

     - ແຂວງອຸດົມໄຊ 5 ຄົນ

     - ແຂວງຜົ້ງສາລີ 3 ຄົນ

     - ແຂວງໄຊຍະບູລີ 3 ຄົນ

     - ແຂວງບໍລິຄຳໄຊ 3 ຄົນ (ໃໝ່ 1)

     - ແຂວງຄຳມ່ວນ 1 ຄົນ

     - ແຂວງຊຽງຂວາງ 1 ຄົນ o ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ

     ສະພາບການລະບາດ ໃນ ສປປ ລາວ ເຮົາ ຍັງຄົງໜ້າເປັນຫ່ວງ, ມີລາຍງານຜູ້ຕິດເຊື້ອໃໝ່ເພີ້ມຂຶ້ນຕໍ່ເນື່ອງ ແລະ ມີທ່າອ່ຽງຈະສູງຂຶ້ນໃນຕໍ່ໜ້າ ຈາກ
ຕົວເລກ ຫຼັກສິບ ເພິ່ມມາເປັນ ຫຼັກຮ້ອຍ ໃນແຂວງ 14 ແຂວງທົ່ວປະເທດ ຍົກເວັ້ນ ແຂວງ ຫົວພັນ, ໄຊສົມບູນ ແລະ ອັດຕະປື, ເຊິ່ງສາເຫດລະບາດ ກໍ່
ມາຈາກ ມີຄົນລັກລອບເຂົ້າມາປະເທດຂອງພວກເຮົາ; ສາເຫດຂອງການລະບາດໃນຄັ້ງນີ້ ກໍ່ຍ້ອນສາຍພັນ B 1.1.7 (ສາຍພັນອັງກິດ) ຖືກນຳເຂົ້າມາໃນປະ
ເທດເຮົາ ເຊິ່ງຈຸດພິເສດຂອງສາຍພັນນີ້ ສາມາດຕິດຕໍ່ກັນໄດ້ງ່າຍ ແລະ ໄວກວ່າເກົ່າ; ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ຢູ່ເຮືອນ
ຂອງຕົນ ບໍ່ຄວນອອກບ້ານ ຖ້າບໍ່ຈຳເປັນ, ຍົກເວັ້ນການໄປປະຈຳການ, ປະຕິບັດໜ້າທີ່ ຫຼື ຊື້ເຄື່ອງບໍລິໂພກ, ອຸປະໂພກທີ່ຈຳເປັນ, ໄປຫາແພດ ຫຼື ໄປຮັບ
ການສັກຢາວັກຊີນ, ຖ້າຫຼີກລ້ຽງບໍ່ໄດ້ ຄວນໃສ່ຜ້າປິດປາກ-ດັງຕະຫຼອດເວລາ ໄລຍະອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ, ຫຼື ເຈວ
ທີ່ມີສ່ວນຜະສົມເຫຼົ້າ 70% ກ່ອນ ແລະ ຫຼັງສຳຜັດກັບສິ່ງຂອງ ຫຼື ຄົນ, ບໍ່ໃຊ້ມືສຳຜັດ ຕາ, ດັງ ແລະ ປາກ ເພາະສາມາດນຳເອົາເຊື້ອພະຍາດເຂົ້າສູ່ຮ່າງກາຍ
ໄດ້, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ. ຖ້າທຸກຄົນ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ໄດ້ຄືແນວນີ້
ຈະຊ່ວຍຫຼຸດຜ່ອນ ໂອກາດໃນການຕິດເຊື້ອ ແລະ ສະກັດກັ້ນ ການແຜ່ເຊື້ອໄປສູ່ຄົນທີ່ທ່ານຮັກ ແລະ ສັງຄົມໄດ້; ເພື່ອຢັບຢັ້ງການແຜ່ເຊື້ອ ບໍ່ໃຫ້ຂະຫຍາຍ
ອອກສູ່ວົງກ້ວາງ ຂໍສະເໜີມາຍັງ ອຳນາດການປົກຄອງທຸກຂັ້ນ ເຂັ້ມງວດໃນການຜັນຂະຫຍາຍ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ,
ລົງວັນທີ 21 ເມສາ 2021, ຕິດຕາມເອົາໃຈໃສ່ ກວດກາການເຄື່ອນໄຫວຂອງປະຊາຊົນ, ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດ ໂດຍບໍ່ຖືກຕາມລະ
ບຽບຫຼັກການ, ຖ້າຫາກພົບເຫັນ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນທ້ອງຖິ່ນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ
ຕາມລະບຽບການ; ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້
ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນ ໄປຮັບການສັກຢາວັກຊີນ ຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວ ແລະ ປະ
ຊາຊົນລາວທຸກຄົນ ປອດໄພຈາກພະຍາດໂຄວິດ-19.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/05/2021